ເສີມຂະຫຍາຍມູນເຊື້ອອັນດີງາມ

ສະມາຄົມມິດຕະພາບ ຫວຽດນາມ-ລາວ ແຂວງກວ໋າງຫງາຍ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 2009, ເປັນສະມາຊິກຂອງສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ; ພ້ອມທັງເປັນສະມາຊິກຂອງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງກວ໋າງຫງາຍ.

ປີ 2022 ເປັນປີທີ່ມີຄວາມໝາຍພິເສດສຳລັບສອງປະເທດ ຫວຽດນາມ ແລະລາວ. ສອງປະເທດ ໄດ້ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5-9-1962 / 5-9-2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ-ລາວ (18-7-1977 / 18-7-2022).

leftcenterrightdel
ທ່ານນາງ  ບຸ່ຍທິກີ່ງເວິນ ປະທານສະພາປະຊາຊົນແຂວງກວ໋າງຫງາຍ ຕ້ອນຮັບ ແລະເຮັດວຽກກັບຄະນະຜູ້ແທນຂັ້ນສູງແຂວງອັດຕະປື (ລາວ). ພາບ: baoquangngai.vn

ທ່ານ ມາຍບ໊າເອິ໊ນ ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງກວ໋າງຫງາຍ ແບ່ງປັນວ່າ ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ມີການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານໂດຍແມ່ນປະທານ ໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ ແລະທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ.

ໄປພ້ອມກັບການເວລາ, ສາຍພົວພັນນັ້ນໄດ້ຮັບການປັບປຸງ, ພັດທະນາ ແລະຍົກຂຶ້ນສູ່ລະດັບສູງໃໝ່. ເອກະສານສຳຄັນຫຼາຍສະບັບລະຫວ່າງສອງພັກ, ສອງລັດ ໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການລົງນາມ ແລະຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ໃນຊຸມປີຜ່ານມາ, ແຂວງກວ໋າງຫງາຍ ໄດ້ເພີ່ມທະວີການພົວພັນມິດຕະພາບ, ຮ່ວມມືກັບບັນດາແຂວງພາກໃຕ້ຂອງລາວ ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ລາວ. ບົນພື້ນຖານການພົວພັນແຮກສ່ຽວກ່ອນໜ້ານີ້ລະຫວ່າງແຂວງເຫງັຍບີ່ງ ກັບແຂວງຈຳປາສັກ, ມາຮອດປະຈຸບັນ ແຂວງກວ໋າງຫງາຍ ໄດ້ມີການພົວພັນຮ່ວມມືກັບບັນດາແຂວງພາກໃຕ້ຂອງລາວ, ຄື: ຈຳປາສັກ, ເຊກອງ ແລະອັດຕະປື.

ເປັນຂົວຕໍ່ໃຫ້ແກ່ສາຍພົວພັນຮ່ວມມືມິດຕະພາບ

ປະຈຸບັນ, ສະມາຄົມມິດຕະພາບ ຫວຽດນາມ-ລາວ ແຂວງກວ໋າງຫງາຍ  ມີສະມາຊິກ 223 ຄົນ. ໃນ 5 ປີຜ່ານມາ, ສະມາຄົມຍາມໃດກໍ່ມານະພະຍາຍາມປະຕິບັດພາລະກຳເປັນຂົວຕໍ່ໃຫ້ສາຍພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ ຫວຽດນາມ-ລາວ ເວົ້າລວມ ແລະລະຫວ່າງແຂວງກວ໋າງຫງາຍ  ກັບບັນດາແຂວງພາກໃຕ້ຂອງລາວ ເວົ້າສະເພາະ.

leftcenterrightdel
ມະຫາວິທະຍາໄລ ຟ້າມວັນດົ່ງ ຈັດຕັ້ງບຸນປີໃໝ່ໃຫ້ນັກສຶກສາລາວ. ພາບ: baoquangngai.vn

ມີຫຼາຍການເຄື່ອນໄຫວໄດ້ຈັດຂຶ້ນຢ່າງແທດຈິງ, ໃນນັ້ນຕົ້ນປີ 2022, ພະແນກຕ່າງປະເທດ ໄດ້ຈັດຕັ້ງລາຍການ Homestay - ຄົ້ນຫາວັດທະນະທໍາ ຊາຮີ່ງ, ຢູ່ບ້ານງໍ່ກໍ໋, ຕາແສງໂຝແທ້ງ (ເທດສະບານແຂວງດຶ໊ກໂຝ) ດ້ວຍການເຂົ້າຮ່ວມຂອງສະມາຄົມມິດຕະພາບຫວຽດນາມ-ລາວ  ແຂວງກວ໋າງຫງາຍ. ລາຍການໄດ້ປະກອບສ່ວນຍົກສູງຄຸນນະພາບການຮ່ຳຮຽນໃຫ້ນັກສຶກສາລາວ ຢູ່ມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນແຂວງ.

ສະມາຄົມໄດ້ສົມທົບກັບອົງການ, ຄະນະ, ຂະແໜງການທີ່ກ່ຽວຂ້ອງເພື່ອເປັນເສນາທິການໃຫ້ການນຳແຂວງ ວາງແຜນນະໂຍບາຍ ແລະໜ້າທີ່ແນໃສ່ສືບຕໍ່ເພີ່ມທະວີ, ປັບປຸງ ແລະພັດທະນາສາຍພົວພັນສາມັກຄີມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງແຂວງກວ໋າງຫງາຍ ກັບບັນດາແຂວງຂອງລາວ, ພິເສດແມ່ນແຂວງຈຳປາສັກ ແລະອັດຕະປື; ເປີດກວ້າງການຮ່ວມມື, ໜູນຊ່ວຍແຂວງຫົວພັນ. ສືບຕໍ່ຍູ້ແຮງການເຄື່ອນໄຫວເພີ່ມທະວີການພົບປະແລກປ່ຽນມິດຕະພາບ, ຮັດແໜ້ນນ້ຳໃຈສາມັກຄີລະຫວ່າງປະຊາຊົນສອງປະເທດເນື່ອງໃນໂອກາດສະເຫຼີມສະຫຼອງວັນບຸນ, ວັນສຳຄັນຕ່າງໆ, ບຸນປີໃໝ່ລາວ.

ແຕ່ລະປີ, ສະມາຄົມໄດ້ຈັດຕັ້ງຄະນະຜູ້ແທນໄປຢ້ຽມຢາມ ແລະອວຍພອນຢູ່ສະຖານກົງສູນໃຫຍ່ລາວ ປະຈຳ ນະຄອນດ່ານັ້ງ ເນື່ອງໃນໂອກາດວັນຊາດລາວ, ບຸນປີໃໝ່ລາວ ແລະບຸນປີໃໝ່ປະຈໍາຊາດຫວຽດນາມ; ເຂົ້າຮ່ວມການຕ້ອນຮັບຄະນະພະນັກງານຂອງບັນດາທ້ອງຖິ່ນລາວ ທີ່ມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງ.

ໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານແຂວງກວ໋າງຫງາຍ  ແລະກອງບັນຊາການຕໍາຫຼວດແຂວງກວ໋າງຫງາຍ ໄດ້ມີການເຄື່ອນໄຫວແທດຈິງຫຼາຍຢ່າງ ເພື່ອຊ່ວຍເຫຼືອ, ແລກປ່ຽນບົດຮຽນກັບບັນດາອົງການທີ່ກ່ຽວຂ້ອງຢູ່ບັນດາແຂວງພາກໃຕ້ຂອງລາວ. 

ທ່ານ ມາຍບ໊າເອິ໊ນ ໃຫ້ຮູ້ຕື່ມອີກວ່າ: “ທຸກໆປີ, ສະມາຄົມໄດ້ຈັດຕັ້ງການໄປຢ້ຽມຢາມ ແລະມອບຂອງຂວັນ, ເຂົ້າຮ່ວມການພົບປະກັບນັກສຶກສາລາວ ໂດຍໂຮງຮຽນຈັດຕັ້ງຂຶ້ນເນື່ອງໃນໂອກາດບຸນປີໃໝ່ລາວ, ວັນຊາດລາວ. ໃນໂອກາດບຸນປີໃໝ່ປະຈໍາຊາດຫວຽດນາມ, ການນຳສະມາຄົມ, ໂຮງຮຽນກໍ່ໄດ້ຈັດການມອບຂອງຂວັນ ແລະຈັດໃຫ້ນັກສຶກສາລາວ ໄດ້ຕ້ອນຮັບບຸນເຕັດພ້ອມກັບນັກສຶກສາຫວຽດນາມ”.

ໂດຍ: ເຈິ່ນຮວ່ຽນ