ຕ້ອນຮັບຄະນະຜູ້ແທນມີສະຫາຍ ຟານວັນກີ໊, ຫົວໜ້າອົງການໄອຍະການປະຊາຊົນແຂວງດ້ຽນບຽນ ແລະຄະນະການນໍາອົງການໄອຍະການປະຊາຊົນແຂວງດ້ຽນບຽນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: baovephapluat.vn

ທີ່ການຕ້ອນຮັບ, ການນໍາອົງການໄອຍະການປະຊາຊົນແຂວງດ້ຽນບຽນ ຢືນຢັນວ່າ ໃນໄລຍະຈະມາເຖິງ, ອົງການໄອຍະການປະຊາຊົນແຂວງດ້ຽນບຽນ ຈະສືບຕໍ່ຮັກສາ ແລະພັດທະນາການພົວພັນຮ່ວມມືມິດຕະພາບ, ພິເສດແມ່ນໃນການໜູນຊ່ວຍເຊິ່ງກັນ ແລະກັນດ້ານຕຸລາການ ແລະໃນວຽກງານຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກຳກັບອົງການໄອຍະການປະຊາຊົນແຂວງຫຼວງພະບາງ ຕາມແຜນນະໂຍບາຍ, ແນວທາງຂອງພັກ ແລະຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງອົງການໄອຍະການປະຊາຊົນສູງສຸດສອງປະເທດ ຫວຽດນາມ - ລາວ; ໃນນັ້ນມີບົດບັນທຶກກອງປະຊຸມອົງການໄອຍະການປະຊາຊົນບັນດາແຂວງຕິດກັບຊາຍແດນຫວຽດນາມ-ລາວ ຄັ້ງທີ 7 ເຊິ່ງຫາກໍ່ຈັດຕັ້ງຢູ່ຮ່າໂນ້ຍ.

ສະຫາຍ ບຸນເລື່ອມ ມະນີວົງ ຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ແມ່ນໂອກາດເພື່ອໃຫ້ສອງແຂວງ ດ້ຽນບຽນ - ຫຼວງພະບາງ ສືບຕໍ່ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ການພົບປະແລກປ່ຽນ, ຖອດຖອນບົດຮຽນ, ການຮ່ວມມື ແລະພັດທະນາ, ສະຫາຍ ບຸນເລື່ອມ ມະນີວົງ ປາດຖະໜາວ່າ ການພົວພັນຮ່ວມມືລະຫວ່າງອົງການໄອຍະການປະຊາຊົນສອງແຂວງ ດ້ຽນບຽນ - ຫຼວງພະບາງ ເວົ້າສະເພາະ ແລະອົງການໄອຍະການປະຊາຊົນສອງປະເທດ ຫວຽດນາມ - ລາວ ເວົ້າລວມ ສືບຕໍ່ໄດ້ຮັບການເພີ່ມທະວີ ແລະນັບມື້ນັບນັບ ແລະໝັ້ນແກ່ນກວ່າອີກ.

ໂດຍ: ທະນາພອນ