ນີ້ແມ່ນການເຄື່ອນໄຫວໃນສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5-9-1962 / 5-9-2022) ແລະ  45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ - ລາວ (18-7-1977 / 18-7-2022) ໂດຍແຂວງສະຫວັນນະເຂດ ຈັດຕັ້ງ.

leftcenterrightdel
ບັນຍາກາດທີ່ພິທີສະເຫຼີມສະຫຼອງ. ພາບ: ຫງວຽນເທເທິນ

ທີ່ພິທີສະເຫຼີມສະຫຼອງ, ສະຫາຍ ສັນຕິພາບ ພົມວິຫານ ເລຂາພັກ, ເຈົ້າແຂວງໆສະຫວັນນະເຂດ ໄດ້ຢືນຢັນວ່າ ຫວຽດນາມ ແລະ ລາວ ມີວັດທະນະທຳທີ່ເປັນເອກະລັກສະເພາະ, ສວຍງາມ, ຄ້າຍຄືກັນຫຼາຍຢ່າງ; ມີມູນເຊຶື້ອສະໜິດຕິດພັນ, ຮັກແພງ, ເຄົາລົບນັບຖື, ມີຄວາມສາມັກຄີຊ່ວຍເຫຼືອກັນມາແຕ່ດົນນານ. ສະຫາຍ ສັນຕິພາບ ພົມວິຫານ ເນັ້ນໜັກວ່າ ຈະສືບຕໍ່ປົກປັກຮັກສາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດເວົ້າລວມ, ລະຫວ່າງແຂວງສະຫວັນນະເຂດ  ແລະແຂວງອື່ນໆຂອງຫວຽດນາມ ເວົ້າສະເພາະຕາມຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະເງື່ອນໄຂຕົວຈິງ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ, ແຂວງສະຫວັນນະເຂດ ໄດ້ຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ຄື: ງານຕະຫຼາດນັດການຄ້າມິດຕະພາບລາວ-ຫວຽດນາມ, ງານພົບປະມິດຕະພາບປະຊາຊົນສອງປະເທດລາວ-ຫວຽດນາມ ຄັ້ງທີ 5, ພິທີວາງພວງມາລາຢູ່ອະນຸສາວະລີປະທານ ໄກສອນ ພົມວິຫານ ແລະ ອະນຸສາວະລີປະທານໂຮ່ຈີມິນ,…

ເນື່ອງໃນໂອກາດນີ້, ການນຳແຂວງເງະອານ ໄດ້ມອບຂອງຂວັນມິດຕະພາບໃຫ້ການນຳແຂວງສະຫວັນນະເຂດ.

ໂດຍ: ທະນາພອນ