ທີ່ການພົບປະ, ໄວໜຸ່ມສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບເສດຖະກິດ-ສັງຄົມ, ວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມຂອງສອງແຂວງໃນຊຸມປີຜ່ານມາ; ແລກປ່ຽນ, ປຶກສາຫາລືໝາກຜົນວຽກງານໂຄສະນາ, ສຶກສາອົບຮົມໃຫ້ແກ່ພະນັກງານຊາວໜຸ່ມ, ສະມາຊິກຊາວໜຸ່ມ, ເຍົາວະຊົນໃນການປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ປະຕິບັດສັນຍາຮ່ວມມືທີ່ໄດ້ລົງນາມລະຫວ່າງສອງປະເທດ ຫວຽດນາມ-ລາວ...

leftcenterrightdel
ສະຫາຍ ຄໍາສີ ຫຼິນສະຫວາດ ເລຂາຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງ ຈໍາປາສັກ ກ່າວຄໍາເຫັນທີ່ການພົບປະ.  ພາບ: ສໍານັກຂ່າວສານຫວຽດນາມ.

ສະຫາຍ ຄໍາສີ ຫຼິນສະຫວາດ ເລຂາຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງຈໍາປາສັກ ສະແດງຄວາມປະຕິຊົມຊື່ນຕໍ່ການຕ້ອນຮັບອັນອົບອຸ່ນຂອງການນໍາພັກແຂວງ ແລະຄະນະຊາວໜຸ່ມແຂວງດັກລັກ. ການຮ່ວມມືສະໜິດຕິດພັນຢ່າງແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງໄວໜຸ່ມສອງແຂວງ ໃນໄລຍະຜ່ານມາ ໄດ້ຮັບການຕີລາຄາສູງຈາກການນໍາແຂວງຈໍາປາສັກ. ລາຍການພົບປະແລກປ່ຽນມີຄວາມໝາຍສໍາຄັນໃນການສືບຕໍ່ພັດທະນາການພົວພັນຮ່ວມມື, ການໜູນຊ່ວຍລະຫວ່າງໄວໜຸ່ມສອງແຂວງ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານລະຫວ່າງສອງປະເທດ ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງສອງແຂວງດັກລັກ ແລະ ຈໍາປາສັກ.

leftcenterrightdel
ການນໍາພັກແຂວງດັກລັກ ມອບຂອງຂວັນເປັນທີ່ລະນຶກໃຫ້ຄະນະຊາວໜຸ່ມປະຊາຊົນ ປະຕິວັດ ລາວ ແຂວງຈໍາປາສັກ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຂອບເຂດລາຍການ, ຄະນະຊາວໜຸ່ມປະຊາຊົນ ປະຕິວັດ ລາວ ແຂວງຈໍາປາສັກ ໄດ້ຢ້ຽມຢາມ ແລະເຂົ້າພົບປະການນໍາພັກແຂວງດັກລັກ; ຢ້ຽມຊົມບັນດາຮູບແບບເສດຖະກິດທີ່ດີເດັ່ນຂອງຊາວໜຸ່ມ ຢູ່ ນະຄອນບວນມາທວດ ແລະເຂົ້າຮ່ວມການແຂ່ງຂັນກິລາມິດຕະພາບກັບພະນັກງານຊາວໜຸ່ມ, ຊາວໜຸ່ນແຂວງດັກລັກ.

ກ່າວຄໍາເຫັນທີ່ການພົບປະ, ທ່ານ ຟ້າມມິງເຕິ໊ນ ຮອງເລຂາຜູ້ປະຈໍາການພັກແຂວງດັກລັກ ຢັ້ງຢືນວ່າ ການຢ້ຽມຢາມ ແລະເຮັດວຽກຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດ ລາວ ແຂວງຈໍາປາສັກ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອແນໃສ່ສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ.  

ເພື່ອສືບຕໍ່ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້ໃນວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ ແລະເຍົາວະຊົນຂອງສອງແຂວງ, ທ່ານຮອງເລຂາຜູ້ປະຈໍາການພັກແຂວງດັກລັກ ສະໜີ ຄະນະຊາວໜຸ່ມແຂວງດັກລັກ ແລະຄະນະຊາວໜຸ່ມແຂວງຈໍາປາສັກ ສືບຕໍ່ແລກປ່ຽນ, ແບ່ງປັນບົດຮຽນເພື່ອເສີມຂະຫຍາຍບົດບາດຂອງຊາວໜຸ່ມໃນການພັດທະນາເສດຖະກິດ-ສັງຄົມ, ຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄວ້ຢ່າງໝັ້ນຄົງ, ຜັນຂະຫຍາຍການເຄື່ອນໄຫວສະຫວັດດີການສັງຄົມ, ເບິ່ງແຍງດູແລ, ສຶກສາອົບຮົມເຍົາວະຊົນ, ອະນຸຊົນ ໃຫ້ເປັນຢ່າງດີ...

ໂດຍ: ກວຽດເຕິມ