ເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມື

ໃນຂອບເຂດການຢ້ຽມຢາມ, ວັນທີ 13 ກັນຍາ, ສະຫາຍພົນເອກ ຟານວັນຢາງ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ; ເຂົ້າຢ້ຽມຂໍ່ານັບສະຫາຍ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີລາວ. ທີ່ການເຂົ້າຢ້ຽມຂໍ່ານັບດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ແລະສະຫາຍ ພັນຄໍາ ວິພາວັນ ສະແດງຄວາມຊົມເຊີຍສະຫາຍພົນເອກ ຟານວັນຢາງ ມາຢ້ຽມຢາມປະເທດລາວ ຄັ້ງທໍາອິດໃນຖານະຕໍາແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຢັ້ງຢືນວ່າ ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

ສ່ວນສະຫາຍພົນເອກ ຟານວັນຢາງ ສະແດງຄວາມຊົມຊື່ນເມື່ອເຫັນປະຈັກຕາການເຄື່ອນໄຫວດ້ານການເມືອງ, ການທູດຂັ້ນສູງ ແລະຂັ້ນຕ່າງໆ ລະຫວ່າງສອງປະເທດໃນໄລຍະຜ່ານມາ. ສະຫາຍພົນເອກ ຟານວັນຢາງ ຢືນຢັນວ່າ ພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈໍາການສະໜັບສະໜູນອັນໃຫຍ່ຫຼວງ, ລໍ້າຄ່າ, ສຸດຈິດສຸດໃຈ ແລະມີປະສິດທິຜົນ ເຊິ່ງພັກ, ລັດ, ກອງທັບ ແລະປະຊາຊົນລາວ ໄດ້ສະຫງວນໃຫ້ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ໃນເມື່ອກ່ອນ ກໍ່ຄືໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ.

leftcenterrightdel
ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ແລະສະຫາຍພົນເອກ ຟານວັນຢາງ ກວດແຖວກຽດຕິຍົດກອງທັບປະຊາຊົນລາວ ທີ່ພິທີຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ອນໜ້ານັ້ນ, ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ການຕ້ອນຮັບສະຫາຍພົນເອກ ຟານວັນຢາງ ພ້ອມດ້ວຍຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ. ພາຍຫຼັງພິທີຕ້ອນຮັບໄດ້ດໍາເນີນການເຈລະຈາລະຫວ່າງຄະນະຜູ້ແທນການທະຫານຂັ້ນສູງສອງປະເທດ ໂດຍສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ແລະສະຫາຍພົນເອກ ຟານວັນຢາງ ເປັນປະທານຮ່ວມ.

ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຕີລາຄາໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະຍົກອອກຂໍ້ສະເໜີກ່ຽວກັບເນື້ອໃນຮ່ວມມືໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ສອງຝ່າຍຈະສືບຕໍ່ເສີມຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ. ຜ່ານນັ້ນ, ເພີ່ມທະວີນໍ້າໃຈສາມັກຄີ, ໜູນຊ່ວຍເຊິ່ງກັນ ແລະກັນ ລະຫວ່າງກົມກອງຕ່າງໆຂອງສອງຝ່າຍຢ່າງທັນການ.

ແບ່ງປັນວິໄສທັດຍຸດທະສາດ

ໃນການຢ້ຽມຢາມ, ວັນທີ 14 ກັນຍາ, ສະຫາຍພົນເອກ ຟານວັນຢາງ ໄດ້ເຂົ້າຮ່ວມງານໂຮມຊຸມນຸມສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ 2022  ໂດຍກະຊວງປ້ອງກັນປະເທດລາວ ຈັດຕັ້ງ.

ກ່າວຄໍາເຫັນທີ່ພິທີ, ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຫວນຄືນປະຫວັດສາດອັນສະຫງ່າລາສີຂອງສາຍພົວພັນລະຫວ່າງສອງປະເທດ, ພ້ອມທັງສະແດງຄວາມຮູ້ບຸນຄຸນຕໍ່ປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເຊິ່ງເປັນຜູ້ທີ່ໄດ້ສ້າງພື້ນຖານນໍ້າໃຈມິດຕະພາບທີ່ຍິ່ງໃຫຍ່ ແລະສາຍພົວພັນສາມັກຄີແບບພິເສດລະຫວ່າງສອງປະເທດ; ອາໄລຫາ ແລະສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະປະຊາຊົນສອງປະເທດ ທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດປະຕິວັດ.

ທີ່ພິທີ, ສະພາຍພົນເອກ ຟານວັນຢາງ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ແນ່ນອນວ່າ ກອງທັບ ແລະປະຊາຊົນລາວອ້າຍນ້ອງ ຈະສືບຕໍ່ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສ້າງສາ ແລະປົກປັກຮັກສາສັນຕິພາບ, ເອກະລາດແຫ່ງຊາດ ແລະພາລະກິດປ່ຽນແປງໃໝ່ຮອບດ້ານໄວ້ຢ່າງໝັ້ນຄົງ.

ກໍ່ໃນວັນທີ 14 ກັນຍາ, ສະຫາຍພົນເອກ ຟານວັນຢາງ ໄດ້ເຂົ້າຮ່ວມການພົບປະປະຈໍາປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສາມປະເທດ. ຕາມສະຫາຍພົນເອກ ຟານວັນຢາງ ແລ້ວ, ລາວ, ກໍາປູເຈຍ ແລະຫວຽດນາມ ແມ່ນສາມປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດສະໜິດສະໜົມ. ສະຫາຍພົນເອກ ຟານວັນຢາງ ສະເໜີໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດສາມປະເທດ ຄວນເພີ່ມທະວີແບ່ງປັນວິໄສທັດຍຸດທະສາດ; ຮັກສາການພົບປະປະຈໍາປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ; ຍົກສູງຄວາມສາມາດສົມທົບກັນລະຫວ່າງກອງທັບສາມປະເທດ ໃນການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານ, ຖືເປັນສໍາຄັນການໂຄສະນາ, ສຶກສາອົບຮົມໃຫ້ກອງທັບ ແລະປະຊາຊົນ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະກັນ ທີ່ເວທີປາໄສຫຼາຍຝ່າຍ, ສາກົນ ແລະພາກພື້ນ, ເປັນຕົ້ນແມ່ນບັນດາກົນໄກໃນອາຊຽນ...

ຜົນສໍາເລັດຂອງການຢ້ຽມຢາມ ບໍ່ພຽງແຕ່ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງຊຸກຍູ້ການສື່ສານຕ່າງປະເທດດ້ານປ້ອງກັນຊາດກັບລາວ ແລະກໍາປູເຈຍ, ເພີ່ມທະວີນໍ້າໃຈມິດຕະພາບລະຫວ່າງກອງທັບສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ ແລະປະຕິບັດວຽກງານໂຄສະນາກ່ຽວກັບການເຄື່ອນໄຫວສະຫຼີມສະຫຼອງ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022”, “ປີສາມັກຄີມິດຕະພາບຫວຽດນາມ-ກໍາປູເຈຍ, ກໍາປູເຈຍ-ຫວຽດນາມ 2022”; ຜ່ານນັ້ນສືບຕໍ່ເພີ່ມພູນຄູນສ້າງນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ໃຫ້ນັບມື້ນັບແຕກດອກອອກຜົນ ແລະຍືນຍົງຄົງຕົວຕະຫຼອດໄປ.

ໂດຍ: ທູຈາງ