ໃນຂອບເຂດການຢ້ຽມຢາມ, ຕອນບ່າຍວັນທີ 13 ກັນຍາ, ສະຫາຍພົນເອກ ຟານວັນຢາງ ເຂົ້າຢ້ຽມຂ່ຳນັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ.  ສະຫາຍ ທອງລຸນ ສີສຸລິດ ຕີລາຄາສູງການຢ້ຽມຢາມຂອງສະຫາຍພົນເອກ ຟານວັນຢາງ, ຢັ້ງຢືນການຢ້ຽມຢາມ ຈະປະກອບສ່ວນຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

leftcenterrightdel
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບສະຫາຍພົນເອກ ຟານວັນຢາງ. ພາບ: ງອັກຮຶງ.

ສະຫາຍ ທອງລຸນ ສີສຸລິດ ເນັ້ນໜັກວ່າ ການໄປຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິິດຂອງສະຫາຍພົນເອກ ຟານວັນຢາງ ໃນຖານະຕ່ຳແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ແມ່ນໄປຢ້ຽມຢາມປະເທດ ສປປ ລາວ, ໄດ້ຢັ້ງຢືນນ້ຳໃຈສະໜິດຕິດພັນພິເສດລະຫວ່າງສອງຊາດ, ສອງກອງທັບ.

ສະຫາຍພົນເອກ ຟານວັນຢາງ ຢັ້ງຢືນວ່າ ພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈຳການສະໜັບສະໜູນອັນໃຫຍ່ຫຼວງ, ລ້ຳຄ່າ, ສຸດຈິດສຸດໃຈ ແລະມີປະສິດທິຜົນ ເຊິ່ງພັກ, ລັດ, ກອງທັບ ແລະປະຊາຊົນລາວ ສະຫງວນໃຫ້ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດໃນເມື່ອກ່ອນ ກໍ່ຄືໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ. ໃນທຸກສະຖານະການ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮັກສາ ແລະເສີມຂະຫຍາຍການພົວພັນພິິເສດ, ບໍລິສຸດຜຸດຜ່ອງຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ, ຖືນີ້ແມ່ນບັນຫາໂດຍກົງທີ່ກ່ຽວຂ້ອງເຖິງຄວາມຄົງຕົວຂອງລະບົບການເມືອງຢູ່ແຕ່ລະປະເທດ.

leftcenterrightdel
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ, ສະຫາຍພົນເອກ ຟານວັນຢາງ ແລະບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: ງອັກຮຶງ.

ເນື່ອງໃນໂອກາດນີ້, ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ສະແດງຄວາມຂອບອົກຂອບໃຈພັກ, ລັດຖະບານ, ປະຊາຊົນ, ກະຊວງປ້ອງກັນປະເທດລາວ ທີ່ໄດ້ສະໜັບສະໜູນ, ສ້າງເງື່ອນໄຂສະດວກໃນການຊອກຄົ້ນ, ທ້ອນໂຮມ, ເຄື່ອນຍ້າຍອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ປະເທດລາວ, ຕອບສະໜອງໄດ້ຄວາມມຸ່ງມາດປາດຖະໜາຂອງບັນດາຄອບຄົວ, ຍາດຕີພີ່ນ້ອງນັກຮົບເສຍສະຫຼະຊີວິດ.

ສະຫາຍພົນເອກ ຟານວັນຢາງ ປາດຖະໜາຢາກ ພັກ, ລັດ, ສະພາແຫ່ງຊາດລາວ ສືບຕໍ່ສະໜັບສະໜູນກົນໄກ, ນະໂຍບາຍໃຫ້ບັນດາວິສາຫະກິດຫວຽດນາມ, ໃນນັ້ນມີບັນດາວິສາຫະກິດກອງທັບລົງທຶນ, ດຳເນີນທຸລະກິດຢູ່ລາວ ໃນບັນດາຂົງເຂດ, ຄື: ໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການກໍ່ສ້າງ...

* ຕອນບ່າຍວັນດຽວກັນ, ສະຫາຍພົນເອກ ຟານວັນຢາງ ໄດ້້ເຂົ້າຢ້ຽມຂ່ຳນັບສະຫາຍ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

leftcenterrightdel
ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຕ້ອນຮັບສະຫາຍພົນເອກ ຟານວັນຢາງ. ພາບ: ງອັກຮຶງ.

ສະຫາຍ ພັນຄຳ ວິພາວັນ ສະແດງຄວາມຍິນດີຕ້ອນຮັບສະຫາຍພົນເອກ ຟານວັນຢາງ ທີ່ມີການຢ້ຽມຢາມປະເທດ ສປປ ລາວ ຢ່າງເປັນທາງການທຳອິດໃນຖານະຕ່ຳແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຢັ້ງຢືນວ່າ ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

leftcenterrightdel
ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ສະຫາຍພົນເອກ ຟານວັນຢາງ ແລະບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: ງອັກຮຶງ.

ແຈ້ງໃຫ້ສະຫາຍ ພັນຄຳ ວິພາວັນ ຮັບຊາບກ່ຽວກັບໝາກຜົນການເຈລະຈາ ຢ່າງດີງາມກັບສະຫາຍພົນເອກ ຈັນສະໝອນ ຈັນຍາລາດ, ສະຫາຍພົນເອກ ຟານວັນຢາງ ໃຫ້ຮູ້ວ່າ ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊີ້ນຳກອງທັບສອງປະເທດຍູ້ແຮງການຮ່ວມມືຮອບດ້ານ, ແທດຈິງເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງປົກປັກຮັກສາປະເທດຊາດ, ສືບຕໍ່ຮັກສາຊ່ວຍເຫຼືອກັນຍົກສູງການພັດທະນາແຫຼ່ງຊັບພະຍາກອນມະນຸດຮັບໃຊ້ກິດຈະການສ້າງສາ, ພັດທະນາປະເທດ ແລະກໍ່ສ້າງກອງທັບ.

* ກ່ອນໜ້ານັ້ນ, ຕອນບ່າຍວັນດຽວກັນ, ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດດ້ວຍພິທີການສູງສຸດຂອງກອງທັບທີ່ສະຫງວນໃຫ້ແກ່ສະຫາຍ ພົນເອກ ຟານວັນຢາງ ແລະຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ. ພາຍຫຼັງພິທີຕ້ອນຮັບໄດ້ດຳເນີນການເຈລະຈາລະຫວ່າງຄະນະຜູ້ແທນການທະຫານຂັ້ນສູງສອງປະເທດໂດຍສະຫາຍພົນເອກ ຟານວັນຢາງ ແລະສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ເປັນປະທານ.

leftcenterrightdel
ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ສະແດງຄວາມຍິນດີຕ້ອນຮັບສະຫາຍພົນເອກ ຟານວັນຢາງ. ພາບ: ງອັກຮຶງ.
leftcenterrightdel
ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ແລະສະຫາຍ ຟານວັນຢາງ ກວດແຖວກຽດຕິຍົດກອງທັບປະຊາຊົນລາວ. ພາບ: ງອັກຮຶງ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຕີລາຄາໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະຍົກອອກບັນດາຂໍ້ສະເໜີກ່ຽວກັບເນື້ອໃນຮ່ວມມືໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ສອງຝ່າຍຈະສືບຕໍ່ເສີມຂະຫຍາຍປະສິດທິຜົນຂອງກົນໄກຮ່ວມມືທີ່ມີຢູ່ແລ້ວ, ຄື: ການພົບປະແລກປ່ຽນມິດຕະພາບການປ້ອງກັນຊາດເຂດຊາຍແດນ, ການເຈລະຈານະໂຍບາຍການປ້ອງກັນຊາດຂັ້ນຮອງລັດຖະມົນຕີກະຊວງປ້້ອງກັນປະເທດ; ຍູ້ແຮງການພົບປະແລກປ່ຽນ, ການຮ່ວມມືລະຫວ່າງບັນດາທະຫານເຂດ, ເຫຼົ່າຮົບ, ກຳລັງປ້ອງກັນຊາຍ ແດນຂອງສອງປະເທດຜ່ານບັນດາຮູບການພົບປະແລກປ່ຽນ, ແຮກສ່ຽວ, ລາດຕະເວນຮ່ວມ, ກອງປະຊຸມປະຈຳປີ..., ຜ່ານນັ້ນເພີ່ມທະວີນ້ຳໃຈສາມັກຄີ, ການໜູນຊ່ວຍເຊິ່ງກັນ ແລະກັນລະຫວ່າງບັນດາກົມກອງຂອງສອງຝ່າຍ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ງອັກຮຶງ.
leftcenterrightdel
ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ມອບຂອງຂວັນທີ່ລະນຶກໃຫ້ແກ່ສະຫາຍພົນເອກ ຟານວັນຢາງ. ພາບ: ງອັກຮຶງ.

ຄຽງຂ້າງກັນນັ້ນ, ສອງຝ່າຍກໍ່ເອົາໃຈໃສ່ຮ່ວມມືໃນການຝຶກແອບຍົກສູງຄວາມສາມາດສົມທົບໃນການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານ; ເພີ່ມທະວີການຮ່ວມມືວຽກງານພັກ-ວຽກງານການເມືອງ, ຖືເປັນສຳຄັນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ກຳນົດແມ່ນບັນຫາມີຄວາມສຳຄັນຍຸດທະສາດຍາວນານ.

ສະຫາຍພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ ໝາກຜົນການເຈລະຈາຈະປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີ, ການຮ່ວມມືສະໜິດຕິດພັນລະຫວ່າງກອງທັບສອງປະເທດ. ເນື່ອງໃນໂອກາດນີ້, ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ສະຫາຍພົນເອກ ຟານວັນຢາງ ໄດ້ເຊີນສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດລາວ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມງານວາງສະແດງການປ້ອງກັນຊາດສາກົນ ທີ່ໄດ້ຈັດຕັ້ງຢູ່ຫວຽດນາມ ເປັນຄັ້ງທຳອິດໃນລະຫວ່າງວັນທີ 8-10 ທັນວາ 2022.

ໂດຍ: ແສງເດືອນ