ແຂວງກວ໋າງຈິ ມີເສັ້ນຊາຍແດນຍາວ 179,628 ກິໂລແມັດ, ເຊິ່ງຕິດກັບແຂວງສາລະວັນ ແລະແຂວງສະຫວັນນະເຂດ ຂອງລາວ, ດ້ວຍ 35 ກຸ່ມບ້ານ. ເຂດຊາຍແດນຂອງແຂວງມີ 17 ຕາແສງ, 1 ເທດສະບານ ທີ່ຂຶ້ນກັບເມືອງເຮື໊ວງຮວ໊າ ແລະເມືອງດັກຣົງ ດ້ວຍ 166 ບ້ານ, ສ່ວນຫຼາຍແມ່ນຊາວເຜົ່າປາໂກ ແລະເວິນກ່ຽວ.

ໂດຍຊາບຊຶມການຊີ້ນໍາຂອງຄະນະພັກ, ກອງບັນຊາການທະຫານຊາຍແດນ, ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງກວ໋າງຈິ,  ຄະນະພັກ, ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ຍາມໃດກໍ່ເອົາໃຈໃສ່ຊີ້ນໍານໍາພາ, ປັບປຸງ, ນໍາວຽກງານພົວພັນຕ່າງປະເທດຊາຍແດນ, ພົວພັນຕ່າງປະເທດປະຊາຊົນ ໃຫ້ກາຍເປັນມາດຕະການສໍາຄັນໃນພາລະກິດປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ ຂອງປະເທດ ເທື່ອລະກ້າວ. ບັນດາຄ້າຍທະຫານຊາຍແດນຢູ່ລຽບຕາມເສັ້ນຊາຍແດນທາງບົກ ແລະກໍາລັງປົກປັກຮັກສາຊາຍແດນ, ດ່ານຊາຍແດນຂອງລາວ ໄດ້ສົມທົບກັນ, ຈັດຕັ້ງການແລກປ່ຽນວຽກງານ, ການເຈລະຈາເປັນປະຈໍາ, ແລກປ່ຽນສະພາບການທີ່ກ່ຽວຂ້ອງເຖິງວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະດ່ານຊາຍແດນ, ສະພາບການເຄື່ອນໄຫວຂອງອາດຊະຍາກໍາປະເພດຕ່າງໆ, ສະນັ້ນຈຶ່ງໄດ້ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ຢູ່ສອງຟາກຊາຍແດນໄວ້ຢ່າງໝັ້ນຄົງ.

leftcenterrightdel
ຄ້າຍທະຫານຊາຍແດນເຮື໊ອງເລິບ ຢ້ຽມຢາມ, ມອບຂອງຂວັນ, ອວຍພອນພະນັກງານ, ນັກຮົບກອງຮ້ອຍ 321, ກອງບັນຊາການທະຫານແຂວງສະຫວັນນະເຂດ ເນື່ອງໃນໂອກາດບຸນປີໃໝ່ຂອງລາວ. ພາບ:bienphong.com.vn

ພິເສດ, ເມື່ອຂະບວນການແຮກສ່ຽວລະຫວ່າງບ້ານ-ບ້ານ ຢູ່ສອງຟາກຊາຍແດນ ແລະຂະບວນການແຮກສ່ຽວລະຫວ່າງບັນດາຄ້າຍທະຫານຊາຍແດນຂອງຫວຽດນາມ ກັບບັນດາກໍາລັງປົກປັກຮັກສາຊາຍແດນຂອງປະເທດເພື່ອນລາວ ໄດ້ຜັນຂະຫຍາຍ, ວຽກງານພົວພັນຕ່າງປະເທດຊາຍແດນ, ພົວພັນຕ່າງປະເທດປະຊາຊົນ ນັບມ້ືນັບໄດ້ຮັບການປັບປຸງຢ່າງໜັກແໜ້ນກວ່າເກົ່າ.

ຜ່ານວຽກງານພົວພັນຕ່າງປະເທດຊາຍແດນ, ທະຫານຊາຍແດນແຂວງກວ໋າງຈິ ໄດ້ປະຕິບັດວຽກງານໂຄສະນາໃຫ້ແກ່ປະຊາຊົນ ແລະກໍາລັງປົກປັກຮັກສາຊາຍແດນ, ດ່ານຊາຍແດນຂອງປະເທດເພື່ອນລາວ ກໍ່ຄືເພື່ອນມິດສາກົນ ໃຫ້ມີຄວາມເຂົ້າໃຈຢ່າງຈະແຈ້ງ ກ່ຽວກັບແນວທາງພົວພັນຕ່າງປະເທດຂອງພັກ ແລະລັດຫວຽດນາມ. ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ ຊ່ວຍໃຫ້ກໍາລັງປົກປັກຮັກສາຊາຍແດນ, ດ່ານຊາຍແດນຂອງສອງຝ່າຍສົມທົບກັນ ຮັກສາການປະຕິບັດສັນຍາວ່າດ້ວຍກົດລະບຽບຊາຍແດນ, ດ່ານຊາຍແດນ ກໍຄືສັນຍາສອງຝ່າຍ ແລະສາກົນ ສະບັບຕ່າງໆ ເຊິ່ງສອງຝ່າຍໄດ້ລົງນາມໃຫ້ເປັນຢ່າງດີ. ໜຶ່ງໃນບັນດາໜ້າທີ່ ເຊິ່ງທະຫານຊາຍແດນແຂວງກວ໋າງຈິ ເອົາໃຈໃສ່ຜັນຂະຫຍາຍ ນັ້ນແມ່ນເຂົ້າຮ່ວມການສ້າງ, ປັບປຸງລະບົບການເມືອງຂັ້ນຮາກຖານຢູ່ເຂດຊາຍແດນໃຫ້ໝັ້ນຄົງ, ເຄື່ອນໄຫວຢ່າງມີປະສິດທິຜົນ, ກາຍເປັນຂົວເຊື່ອມຕໍ່ສໍາຄັນລະຫວ່າງພັກ, ລັດ ກັບປະຊາຊົນ, ເສີມຂະຫຍາຍບົດບາດຂອງປະຊາຊົນໃນການຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ຫຼັ້ກໝາຍຊາຍແດນ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ.

ມາຮອດປັດຈຸບັນ, ທະຫານຊາຍແດນແຂວງກວ໋າງຈິ ໄດ້ເປັນເສນາທິການ ໃຫ້ອໍານາດການປົກຄອງ ຂອງບັນດາເມືອງຕິດກັບຊາຍແດນ ອອກຂໍ້ຕົກລົງສ້າງຕັ້ງ 206  ໜ່ວຍຮັກສາຄວາມສະຫງົບ ດ້ວຍ 1.217 ຄົນ; 1.025 ຄອບຄົວ ແລະ 2.168 ຄົນ ໄດ້ຈົດທະບຽນຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ຫຼັ້ກໝາຍຊາຍແດນດ້ວຍຕົນເອງ; ຮັກສາວຽກງານແຮກສ່ຽວ ລະຫວ່າງຄ້າຍທະຫານຊາຍແດນ, ກໍາລັງປະກອບອາວຸດຂອງສອງຟາກຊາຍແດນຢ່າງມີປະສິດທິຜົນ...

ໃນໄລຍະຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ແລະບັນດາຄ້າຍທະຫານຊາຍແດນ ຢູ່ລຽບຕາມເສັ້ນຊາຍແດນຂອງແຂວງ ໄດ້ສະໜັບສະໜູນ, ຊ່ວຍເຫຼືອທາງດ້ານພື້ນຖານວັດຖຸ, ພາຫະນະ ໃຫ້ກໍາລັງປົກປັກຮັກສາຊາຍແດນ, ດ່ານຊາຍແດນຂອງແຂວງສາລະວັນ ແລະສະຫວັນນະເຂດ  ເພື່ອແນໃສ່ຮັບໃຊ້ວຽກງານປົກປັກຮັກສາຊາຍແດນ ແລະຕໍ່ສູ້ຕ້ານອາດຊະຍາກໍາປະເພດຕ່າງໆ ໃຫ້ມີປະສິດທິຜົນ. ຜ່ານນັ້ນ, ຊຸກຍູ້ສາຍພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງທະຫານຊາຍແດນແຂວງກວ໋າງຈິ ກັບກໍາລັງປົກປັກຮັກສາຊາຍແດນຂອງປະເທດລາວ.

ສະຫາຍພັນເອກພິເສດ ເລວັນເຟືອງ, ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ໃຫ້ຮູ້ວ່າ: “ຄະນະພັກ, ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ໄດ້ຜັນຂະຫຍາຍມາດຕະການ ໃນວຽກງານຊາຍແດນຢ່າງຄົບຊຸດ, ຈັດຕັ້ງການເຄື່ອນໄຫວພົວພັນຕ່າງປະເທດຊາຍແດນ, ພົວພັນຕ່າງປະເທດປະຊາຊົນ, ສຸມໃສ່ຊີ້ນໍານໍາພາບັນດາກົມກອງຂຶ້ນກັບ ຢ່າງມີໄຫວພິບ, ບັນລຸໄດ້ໝາກຜົນສໍາຄັນຫຼາຍຢ່າງ. ກົມກອງ ໄດ້ເປັນເຈົ້າການສົມທົບກັບກໍາລັງກ່ຽວຂ້ອງ, ເປັນເສນາທິການໃຫ້ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນແຂວງກວ໋າງຈິ ຈັດຕັ້ງການເຄື່ອນໄຫວສົມທົບກັນ ລະຫວ່າງການນໍາແຂວງກວ໋າງຈິ ກັບແຂວງສາລະວັນ ແລະສະຫວັນນະເຂດ; ເປັນເສນາທິການຈັດຕັ້ງການພົບປະເຈລະຈາ, ແລກປ່ຽນວຽກງານ, ເປັນເອກະພາບຕໍ່ທິດທາງແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງຊາຍແດນ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະໜູນຊ່ວຍ 2 ແຂວງຂອງລາວ ພັດທະນາເສດຖະກິດ-ສັງຄົມ.

ໂດຍ: ທູຈາງ