ນັກຂ່າວ: ຂໍຮຽນສະຫາຍເລຂາທິການໃຫຍ່, ປະທານປະເທດ, ຂໍສະຫາຍໃຫ້ຮູ້ກ່ຽວກັບປະຫວັດສາດແຫ່ງສາຍພົວພັນແບບພິເສດ ລາວ-ຫວຽດນາມ ແລະຄວາມສໍາຄັນຂອງການສ້າງຕັ້ງສາຍພົວພັນທາງການທູດລາວ-ຫວຽດນາມ?

ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ: ຄືພວກເຮົາໄດ້ຮູ້ແລ້ວວ່າ, ລາວ-ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ມີພູຜາປ່າໄມ້ແມ່ນໍ້າລໍາເຊຕິດຈອດກັນ, ປະຊາຊົນສອງປະເທດ ໄດ້ຮ່ວມກັນດໍາລົງຊີວິດໃນສັນຕິພາບແຕ່ບູຮານ. ນັບແຕ່ທ້າຍສະຕະວັດທີ 19, ຕົ້ນສະຕະວັດທີ 20, ສອງປະເທດພ້ອມກັນຕົກສູ່ສະພາບເສຍເອກະລາດ, ປະຊາຊົນຖືກກົດຂີ່, ຂູດຮີດພາຍໃຕ້ແອກປົກຄອງຂອງພວກຈັກກະພັດຜູ້ຮຸກຮານ.

ນັບແຕ່ເມື່ອປະທານໂຮ່ຈີມິນ ສ້າງຕັ້ງພັກກອມມູນິດອິນດູຈີນ, ຕໍ່ມາແມ່ນພັກກອມມູນິດຫວຽດນາມ, ພັກປະຊາຊົນປະຕິວັດລາວ ແລະພັກປະຊາຊົນກໍາປູເຈຍ ໄດ້ນໍາພາ, ຄຽງບ່າຄຽງໄຫຼ່ຕໍ່ສູ້ຕ້ານສັດຕູຮ່ວມ,  ຍາດເອົາເອກະລາດ, ອິດສະຫຼະພາບຢ່າງສົມບູນໃຫ້ແກ່ປະຊາຊົນສາມປະເທດອິນດູຈີນ.

leftcenterrightdel
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕອບສໍາພາດຕໍ່ສື່ມວນຊົນຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສໍາລັບປະເທດລາວ, ພາຍໃຕ້ການນໍາພາຂອງພັກປະຊາຊົນລາວ ກ່ອນໜ້ານັ້ນໂດຍປະທານ ໄກສອນ ພົມວິຫານ ນໍາພາ, ຍາມໃດກໍ່ຖືນໍ້າໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ສໍາພັນສູ້ຮົບກັບພັກກອມມູນິດຫວຽດນາມ, ກອງທັບຫວຽດນາມ, ປະຊາຊົນຫວຽດນາມ ແມ່ນກໍາລັງຕັດສິນທຸກໆໄຊຊະນະຂອງຕົນ; ນໍ້າໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ໄດ້ຮັບການສ້າງຕັ້ງນັບແຕ່ນັ້ນມາຮອດປັດຈຸບັນ.

ເມື່ອເວົ້າເຖິງຄວາມໝາຍ, ຄວາມສໍາຄັນຂອງການສ້າງຕັ້ງສາຍພົວພັນທາງການທູດລາວ-ຫວຽດນາມ ໃນວັນທີ 5 ກັນຍາ 1962. ຂ້າພະເຈົ້າ ຢາກເວົ້າວ່າ ເລື່ອງຕົກລົງສ້າງຕັ້ງສາຍພົວພັນທາງການທູດລະຫວ່າງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ກັບລາຊະອານາຈັກລາວ ໃນຄາວນັ້ນແມ່ນໄຊຊະນະອັນໃຫຍ່ຫຼວງຂອງການປະຕິວັດສອງປະເທດພວກເຮົາ. ຢູ່ປະເທດລາວ, ສັນຍາ ເຊີແນວ ກ່ຽວກັບລາວ ທີ່ໄດ້ລົງນາມໃນປີ 1962 ພາໄປເຖິງເລື່ອງສ້າງຕັ້ງລັດຖະບານ 3 ຝ່າຍ. ໃນໄລຍະນັ້ນ, ການຕໍ່ສູ້ການເມືອງ, ການທູດຂອງກໍາລັງຮັກຊາດໃນລັດຖະບານ 3 ຝ່າຍ ພາໄປເຖິງເລື່ອງສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ລາຊະອານາຈັກລາວ ກັບ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໃນວັນທີ  5 ກັນຍາ 1962.

leftcenterrightdel
ສະຫາຍ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ພົບປະເຈລະຈາກັບສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 9 ສິງຫາ 2021. ພາບ: ສໍານັກຂ່າວສານຫວຽດນາມ.

ນັກຂ່າວ: ຂໍຮຽນສະຫາຍເລຂາທິການໃຫຍ່, ປະທານປະເທດ, ຕາມສະຫາຍແລ້ວ, ສອງປະເທດຄວນເອົາໃຈໃສ່ເຖິງຂົງເຂດໃດແດ່ ເພື່ອສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ໃນໄລຍະຈະມາເຖິງ?

ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ: ນໍ້າໃຈມິດຕະພາບ, ຄວາມສາມັກຄີ ແລະການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ  ບໍ່ພຽງແຕ່ແມ່ນນໍ້າໃຈສະຫາຍ, ອ້າຍນ້ອງທີ່ສະໜິດສະໜົມເທົ່ານັ້ນ ຫາກຍັງແມ່ນນໍ້າໃຈສາມັກຄີທີ່ສະໜິດຕິດພັນອີກດ້ວຍ.

ເພື່ອເຮັດໃຫ້ສາຍພົວພັນທີ່ຫາຍາກນັ້ນສືບຕໍ່ຄົງຕົວ, ພັດທະນາ, ຂ້າພະເຈົ້າເຫັນວ່າ: (1) ລາວ-ຫວຽດນາມ ຈະສືບຕໍ່ສະໜັບສະໜູນ, ຊ່ວຍເຫຼືອກັນ, ພ້ອມກັນແລກປ່ຽນບົດຮຽນ, ປະສົບການ, ຄວາມຮູ້, ທັກສະ, ສ້າງເງື່ອນໄຂໃຫ້ກັນເພື່ອພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ; ພ້ອມກັນເສີມຂະຫຍາຍທ່າແຮງ, ຄວາມສາມາດບ່ົມຊ້ອນ, ຈຸດພິເສດຂອງແຕ່ລະປະເທດ ເພື່ອຂຸດຄົ້ນນໍາມາເຊິ່ງບາດກ້າວພັດທະນາໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດພວກເຮົາ; (2) ສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍໍາສອງຝ່າຍໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ, ເພີ່ມທະວີການຮ່ວມມືຮອບດ້ານທາງດ້ານເສດຖະກິດນໍາມາເຊິ່ງປະສິດທິຜົນສູງກວ່າອີກ; (3) ສືບຕໍ່ເອົາໃຈໃສ່ຮ່ວມມືດ້ານວັດທະນະທໍາ-ສັງຄົມ, ຍົກສູງຄຸນນະພາບການຮ່ວມມືໃນການພັດທະນາຊັບພະຍາກອນມະນຸດ, ຮ່ວມມືແກ້ໄຂບັນຫາຢູ່ລຽບຕາມເສັ້ນຊາຍແດນຂອງສອງປະເທດ; (4) ສືບຕໍ່ເຮັດໃຫ້ປະຊາຊົນສອງປະເທດມີຄວາມເຂົ້າໃຈກ່ຽວກັບປະຫວັດສາດແຫ່ງນໍ້າໃຈມິດຕະພາບ, ຄວາມສາມັກຄີບໍລິສຸດຜຸດຜ່ອງລະຫວ່າງສອງຊາດ, ເພື່ອໃຫ້ປະຊາຊົນສອງປະເທດປົກປັກຮັກສາຄວາມໝັ້ນຄົງໃຫ້ຍາວນານ, ເຮັດໃຫ້ກົນອຸບາຍ, ການກະທໍາຂອງບັນດາອິດທິກໍາລັງທີ່ເປັນປໍລະປັກຫວັງທຳລາຍສາຍພົວພັນລະຫວ່າງສອງປະເທດພວກເຮົາຖືກປະລາໄຊ.

leftcenterrightdel
ສະຫາຍ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ພົບປະເຈລະຈາກັບສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໃນວັນທີ 9 ສິງຫາ 2021. ພາບ: ສໍານັກຂ່າວສານຫວຽດນາມ.

ນັກຂ່າວ: ຂໍຮຽນສະຫາຍເລຂາທິການໃຫຍ່, ປະທານປະເທດ, ສະຫາຍ ຢາກຝາກຝັງອັນໃດແດ່ເຖິງປະຊາຊົນ, ພິເສດແມ່ນຄົນຮຸ່ນໜຸ່ມຂອງສອງປະເທດລາວ-ຫວຽດນາມ ເນື່ອງໃນໂອກາດສໍາຄັນນີ້?

ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ: ໃນໂອກາດນີ້, ຂ້າພະເຈົ້າຂໍຝາກຄໍາເຕືອນເຖິງປະຊາຊົນສອງປະເທດລາວ ແລະຫວຽດນາມ: ຈົ່ງພ້ອມກັນສືບທອດພາລະກິດຂອງຮຸ່ນກ່ອນ, ອອກແຮງເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລາວ-ຫວຽດນາມ ໃຫ້ນັບມື້ນັບເກີດດອກອອກຜົນ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ. ຄົນຮຸ່ນໜຸ່ມ ລາວ-ຫວຽດນາມ ແມ່ນຜູ້ທີ່ສືບທອດທີ່ດີ, ແມ່ນຜູ້ທີ່ປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລາວ-ຫວຽດນາມ ຄືຮັກສາແກ້ວຕາຂອງຕົນ; ຈົ່ງຮ່ວມມື, ຮ່ວມແຮງຮ່ວມໃຈ, ຮັກແພງ, ສາມັກຄີຊ່ວຍເຫຼືອກັນບົນຈິດໃຈສະຫາຍ, ອ້າຍນ້ອງ, ພ້ອມກັນປົກປັກຮັກສາຜົນຂອງການປະຕິວັດ, ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ, ເຂັ້ມແຂງຕາມເປົ້າໝາຍອຸດົມຄະຕິຂອງສອງພັກ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 77 ປີ, ຂ້າພະເຈົ້າ ສົ່ງຄໍາອວຍພອນຢ່າງຈິງໃຈ ແລະສະແດງຄວາມພູມໃຈທີ່ສຸດຕໍ່ບັນດາຜົນງານເຊິ່ງສະຫາຍຫວຽດນາມ ຍາດມາໄດ້ໃນຕະຫຼອດ 77 ປີຜ່ານມາ; ອວຍພອນໃຫ້ຫວຽດນາມ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະສືບຕໍ່ໄດ້ຮັບຜົນງານອັນໃຫຍ່ຫຼວງກວ່າເກົ່າ.

ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ນັກຂ່າວ: ຂໍຂອບໃຈສະຫາຍເລຂາທິການໃຫຍ່, ປະທານປະເທດ!

ໂດຍ: ທູຈາງ