ທີ່ການເຮັດວຽກ, ສະຫາຍເລຂາພັກແຂວງດົ່ງທາບ ຢືນຢັນວ່າ ດົ່ງທາບ ຍາມໃດກໍ່ປາດຖະໜາຢາກຮ່ວມມືກັບແຂວງຈຳປາສັກ ກໍ່ຄືແຂວງຕ່າງໆຂອງລາວ. ດ້ວຍບັນດາແຫຼ່ງກຳລັງ, ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວໃນທຸກຂົງເຂດ, ດົ່ງທາບ ຈະສືບຕໍ່ໃຫ້ບຸລິມະສິດ ແລະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດາວິສາຫະກິດສອງແຂວງສາມາດເຊື່ອມຕໍ່ ແລະລົງທຶນ; ສືບຕໍ່ຮັບພະນັກງານ ແລະນັກຮຽນແຂວງຈຳປາສັກ ເຂົ້າມາຮ່ຳຮຽນ, ຄົ້ນຄ້ວາ, ມຸ່ງໄປເຖິງການປະຕິບັດບັນດາໂຄງການຮ່ວມມືຢ່າງເລິກເຊິ່ງ ກວ້າງຂວາງໃນຫຼາຍຂົງເຂດ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍ ວິໄລວົງ ບຸດດາຄໍາ ຫວັງວ່າ ໃນໄລຍະຈະມາເຖິງ, ສອງແຂວງຈະປະຕິບັດບັນດາເນື້ອໃນບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມເປັນຢ່າງດີ, ປະກອບສ່ວນຮັດແໜ້ນການພົວພັນຮ່ວມມື, ຄວາມສາມັກຄີ ແລະມິດຕະພາບລະຫວ່າງສອງທ້ອງຖິ່ນ.

ທີ່ການເຮັດວຽກ, ພາຍຫຼັງການແລກປ່ຽນ ແລະປຶກສາຫາລືກ່ຽວກັບຄວາມຕ້ອງການ ແລະກໍາລັງຄວາມສາມາດໃນການຮ່ວມມືຂອງແຕ່ລະຝ່າຍ, ການນຳສອງແຂວງໄດ້ລົງນາມໃນບົດບັນທຶກຊ່ວຍຈຳການວ່າດ້ວຍຮ່ວມມືໄລຍະ 2022 – 2025. ຕາມນັ້ນແລ້ວ, ບົດບັນທຶກຊ່ວຍວ່າດ້ວຍການຮ່ວມມືໄດ້ຮັບການລົງນາມດ້ວຍເນື້ອໃນກ່ຽວກັບດ້ານການເມືອງ, ເສດຖະກິດ, ການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ວຽກງານການທູດປະຊາຊົນ, ການຮ່ວມມືມິດຕະພາບ ແລະການຮັບປະກັນຊີວິດສັງຄົມ... ການລົງນາມໃນບົດບັນທຶກຊ່ວຍຈຳໄດ້ປະກອບສ່ວນເຂົ້າໃນການປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ເວົ້າລວມ  ແລະລະຫວ່າງສອງແຂວງ ດົ່ງທາບ - ຈໍາປາສັກ ເວົ້າສະເພາະ.

ໂດຍ: ທະນາພອນ