ຮ່າຕິ້ງ ຍາມໃດກໍ່ເຊີດຊູຈິດໃຈ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”

ເສີມຂະຫຍາຍການພົວພັນທີ່ເປັນມູນເຊື້ອອັນດີງາມ, ຄວາມສະໜິດຕິດພັນບໍລິສຸດຜຸດຜ່ອງລະຫວ່າງປະຊາຊົນສອງປະເທດຫວຽດນາມ-ລາວ ເຊິ່ງການນຳສອງພັກ, ສອງລັດ ແລະປະຊາຊົນສອງປະເທດຮຸ່ນຕ່າງໆ ເພີ່ມພູນຄູນສ້າງຜ່ານໄລຍະທາງ 60 ປີ ຜ່ານມາ, ຮ່າຕິ້ງ ຍາມໃດກໍ່ຄຽງບ່າຄຽງໄຫຼ່ເພື່ອຮັກສາ, ປົກປັກຮັກສາ, ພັດທະນາການພົວພັນໝັ້ນແກ່ນ ແລະລ້ຳຄ່າດັ່ງກ່າວ.

ດ້ວຍເສັ້ນຊາຍແດນທາງບົກຕິດຈອດກັບສອງແຂວງບໍລິຄຳໄຊ ແລະຄຳມ່ວນ ມີລວງຍາວ 164,488 ກີໂລແມັດ. ໃນໄລຍະຕໍ່ຕ້ານ, ຊ່ຽວຊານ, ທະຫານອາສາສະໝັກ, ຊາວໜຸ່ມຕະລຸມບອນນັບຫຼາຍພັນຄົນຂອງແຂວງຮ່າຕິ້ງ ໄດ້ອອກເດີນທາງໄປຊ່ວຍເພື່ອນລາວ ຕ້ານສັດຕູໂຕດຽວກັນ. ໃນໄລຍະສ້າງສາ ແລະພັດທະນາປະເທດ, ຮ່າຕິ້ງ ໄດ້ພ້ອມກັບບັນດາທ້ອງຖິ່ນຂອງລາວ, ພິເສດແມ່ນສອງແຂວງບໍລິຄຳໄຊ ແລະຄຳມ່ວນ ຮ່ວມມືກັນຢ່າງຮອບດ້ານໃນທຸກຂົງເຂດ.

leftcenterrightdel
ຄະນະຜູ້ແທນຂັ້ນສູງຂອງແຂວງ ຮ່າຕິ້ງ ແລະສະຫວັນນະເຂດ ດຳເນີນການເຊັນບົດບັນທຶກວ່າດ້ວຍການຮ່ວມມື. ພາບ: ມາຍລິງ.

ໃນຊຸມປີຜ່ານມາ, ຮ່າຕິ້ງ ບໍ່ພຽງແຕ່ຍູ້ແຮງການຮ່ວມມືຮອບດ້ານໃນທຸກຂົງເຂດກັບສອງແຂວງຕິດຈອດຊາຍແດນເທົ່ານັ້ນ ຫາກຍັງຍູ້ແຮງການແລກປ່ຽນ, ຮ່ວມມືກັບນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ ແລະບັນດາທ້ອງຖິ່ນອື່ນໆຂອງປະເທດເພື່ອນລາວ. ທຸກໆປີສອງຝ່າຍໄດ້ຈັດຕັ້ງການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຈັດຕັ້ງບັນດາຄະນະໄປມາຢ້ຽມຢາມ, ອວຍພອນເຊິ່ງກັນ ແລະກັນ ເນື່ອງໃນໂອກາດວັນສຳຄັນ, ວັນບຸນໃຫຍ່, ບຸນປີໃໝ່... ບັນດາພະແນກ, ຂະແໜງການ, ທ້ອງຖິ່ນ, ພິເສດແມ່ນບັນດາເມືອງ, ຕາແສງຊາຍແດນຂອງແຂວງຮ່າຕິ້ງ ແລະບັນດາແຂວງຂອງລາວ ໄດ້ສົມທົບກັນຈັດຕັ້ງການພົບປະແລກປ່ຽນບົດຮຽນ ແລະຜັນຂະຫຍາຍ, ຫັນບັນດາຂົງເຂດຮ່ວມມືເຊິ່ງການນຳສອງຝ່າຍໄດ້ລົງນາມທີ່ບັນດາກອງປະຊຸມຂັ້ນສູງໃຫ້ປະກົດຜົນເປັນຈິງ.

ໃນບັນດາຂົງເຂດສຶກສາກໍ່ສ້າງ, ວັດທະນະທຳ, ວິທະຍາສາດເຕັກນິກ, ແຂວງຮ່າຕິ້ງ ຍາມໃດກໍ່ເປັນເຈົ້າການຮ່ວມມື ເພື່ອນຳການພົວພັນໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ໃນນ້ັນພົ້ນເດັ່ນແມ່ນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແມ່ນທ້ອງຖິ່ນຢືນອັນດັບທີໜຶ່ງໃນທົ່ວປະເທດໃນການບຳລຸງກໍ່ສ້າງນັກຮຽນ, ນັກສຶກສາໃຫ້ປະເທດເພື່ອນລາວ, ຫຼາຍສຸດແມ່ນກວ່າ 3.000 ຄົນ ເຊິ່ງມາຈາກບັນດາແຂວງ, ນະຄອນຂອງລາວ ຮຽນຢູ່ບັນດາໂຮງຮຽນມະຫາວິທະຍາໄລ, ວິທະຍາຢູ່ບໍລິເວນແຂວງ; ທຸກໆປີທາງແຂວງ ໄດ້ຫັກງົບປະມານກວ່າ 6 ຕື້ດົ່ງເພື່ອໜູນຊ່ວຍບຳລຸງສ້າງພະນັກງານຂອງເພື່ອນລາວ.

leftcenterrightdel
ການພົບປະເຈລະຈາຂັ້ນສູງກ່ຽວກັບວຽກງານດຶງດູດການລົງທຶນລະຫວ່າງສອງແຂວງຄຳມ່ວນ ແລະແຂວງຮ່າຕິ້ງ (ເດືອນກໍລະກົດ 2022). ພາບ: ມາຍລິງ.

ການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນກັບບັນດາທ້ອງຖິ່ນຂອງລາວ ນັບມື້ນັບໄດ້ເອົາໃຈໃສ່, ປະຈຸບັນມີບາງວິສາຫະກິດຂອງຮ່າຕິ້ງ ພວມລົງທຶນຢ່າງມີປະສິດທິຜົນ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຢູ່ທ້ອງຖິ່ນຕ່າງໆຂອງລາວ, ຄື: ບໍລິສັດ VILACO ລົງທຶນຜະລິດບັນດາຜະລິດຕະພັນແຜ່ນຢິບຊ້ໍາ, ບໍລິສັດຢາງພາລາຮ່າຕິ້ງ ຈໍາກັດຜູ້ດຽວ, ບໍລິສັດຫຸ້ນສ່ວນທ່າກຳປັ່ນສາກົນລາວ-ຫວຽດ ຢູ່ເຂດເສດຖະກິດພິເສດຫວູງອ໊າງ ຜັນຂະຫຍາຍການເຄື່ອນໄຫວຜະລິດດຳເນີນທຸລະກິດ ນຳມາເຊິ່ງປະສິດທິຜົນເສດຖະກິດສູງ....

ຄຽງຄ້າງກັນນັ້ນ, ສອງຝ່າຍກໍ່ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ, ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

ສືບຕໍ່ນຳການພົວພັນຫວຽດນາມ-ລາວ ໃຫ້ເກີດດອກອອກຜົນ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ

ໃນໄລຍະຈະມາເຖິງເພື່ອສືບຕໍ່ນຳການພົວພັນຫວຽດນາມ-ລາວ “ເກີດດອກອອກຜົນ” ຢ່າງບໍ່ຢຸດຢັ້ງ ແລະສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5/9/1962-5/9/2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ (18/7/1977 - 18/7/2022), ຮ່າຕິ້ງ ໄດ້ປະກາດໃຊ້ແຜນການຜັນຂະຫຍາຍແຜນຮ່າງ “ປີສາມັກຄີມິດຕະພາບຫວຽດນາມ-ລາວ 2022”. ຕາມນັ້ນແລ້ວ, ຮ່າຕິ້ງ ຈະຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ, ພົບປະແລກປ່ຽນ, ພົບປະນັກຮຽນ, ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ບໍລິເວນແຂວງ; ເພີ່ມທະວີການສ້າງຕັ້ງການພົວພັນຮ່ວມມືລະຫວ່າງບັນດາເມືອງ, ລະຫວ່າງບັນດາຄ້າຍທະຫານຊາຍແດນ, ບ້ານ, ບັນດາກຳລັງປ້ອງກັນຊາຍແດນ; ຈັດຕັ້ງບັນດາຄະນະແພດໝໍໄປກວດພະຍາດ ແລະໃຫ້ຄຳປຶກສາດ້ານສຸຂະພາບ, ແຈກຢາຍຢຸກຢາໃຫ້ປະຊາຊົນຢູ່ເຂດຊາຍແດນແຂວງບໍລິຄຳໄຊ ແລະຄຳມ່ວນໂດຍບໍ່ເສຍຄ່າ; ຮັກສາການເຄື່ອນໄຫວກວດ ແລະປິ່ນປົວພະຍາດໃຫ້ປະຊາຊົນຢູ່ແຂວງບໍລິຄຳໄຊ ຢ່າງເປັນປະຈຳ, ເພີ່ມທະວີການລາດຕະເວນຮ່ວມຢູ່ເສັ້ນຊາຍແດນທາງບົກກັບບັນດາແຂວງຂອງເພື່ອນລາວ. ສົມທົບກັນສຳຫຼວດ, ຊອກຄົ້ນ, ຂຸດຄົ້ນ ແລະເຄື່ອນຍ້າຍອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ...

leftcenterrightdel
ຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ໄດ້ຮັບໜ້າທີ່ເປັນເຈົ້າຂອງໂຄງການ “ກໍ່ສ້າງລະບົບຊົນລະປະທານເມືອງໜອງບົກ, ແຂວງຄຳມ່ວນ” ດ້ວຍຍອດເງິນລົງທຶນກວ່າ 290 ຕື້ດົ່ງ. ພາບ: ມາຍລິງ.

ຄຽງຂ້າງກັນນັ້ນ, ຮ່າຕິ້ງ ຈະສືບຕໍ່ເພີ່ມທະວີການຮ່ວມມືພັດທະນາເສດຖະກິດ-ສັງຄົມ ກັບບັນດາທ້ອງຖິ່ນຂອງລາວ, ຈັດຕັ້ງຄະນະວິສາຫະກິດມາເຮັດວຽກເພື່ອແນໃສ່ຊຸກຍູ້ການຄ້າ, ການລົງທຶນລະຫວ່າງສອງຝ່າຍ. ຈັດສົ່ງຄະນະວິສາຫະກິດຂອງແຂວງເຂົ້າຮ່ວມງານຕະຫຼາດນັດວາງສະແດງສິນຄ້າ, ກອງປະຊຸມສຳມະນາ, ເວທີປາໄສສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວໂດຍບັນດາແຂວງຂອງລາວຈັດຂຶ້ນ. ສົ່ງເສີມບັນດາອົງການຈັດຕັ້ງ, ວິສາຫະກິດສອງຝ່າຍລົງທຶນຜະລິດ, ດຳເນີນທຸລະກິດ; ບັນດາວິສາຫະກິດຮ່າຕິ້ງ ຢູ່ ລາວ ໄດ້ຈັດຕັ້ງບັນດາການເຄື່ອນໄຫວ, ຄື: ມອບທຶນການສຶກສາ, ມອບວັດຖຸອຸປະກອນການຮຽນ - ການສອນ, ບັນດາກິດຈະການຮັບປະກັນຊີວິດສັງຄົມ... ພິເສດ, ຄາດວ່າໃນທ້າຍເດືອນສິງຫາ 2022, ຮ່າຕິ້ງ ຈະຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ; ຈັດຕັ້ງລາຍການພົບປະແລກປ່ຽນວັດທະນະທຳ, ສິລະປະຫວຽດນາມ-ລາວ, ພົບປະບັນດາພະຍານຫຼັກຖານ ແລະຜູ້ຕາງໜ້າໄວໜຸ່ມ...

ນີ້ແມ່ນບັນດາວຽກເຮັດທີ່ມີຄວາມໝາຍຂອງຮ່າຕິ້ງ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ-ປີ 2022, ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ (5/9/1962-5/9/2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ (18/7/1977 - 18/7/2022). ໃນໄລຍະຈະມາເຖິງ, ສະຖານະການໂລກ ແລະພາກພື້ນ ສືບຕໍ່ມີການຜັນແປສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ພວມວາງອອກກາລະໂອກາດ ແລະສິ່ງທ້າທາຍໃນການພົວພັນ, ຮ່ວມມືຂອງສອງຝ່າຍ. ເຖິງຢ່າງໃດກໍ່ຕາມ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ລຳບາກກາກກຳເທົ່າໃດກໍ່ຕາມ, ອົງຄະນະພັກ ແລະປະຊາຊົນແຂວງຮ່າຕິ້ງ ຍາມໃດກໍ່ໝັ້ນໝາຍວ່າຈະປົກປັກຮັກສາ ແລະເພີ່ມພູນຄູນສ້າງເພື່ອການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ໃຫ້ເກີດດອກອອກຜົນ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ແສງເດືອນ