ແຂວງກວາງຈິ ມີຊາຍແດນທາງບົກຕິດກັບປະເທດເພື່ອນລາວມີລວງຍາວ 187 ກິໂລແມັດ, ລວມມີ 2 ເມືອງເຂດພູສູງເຮື໊ອງຮວ໊າ, ດັກຣົງ ດ້ວຍພົນລະເມືອງກວ່າ 16.000 ຄົນສັງກັດ 3 ຊົນເຜ່ົາກິງ, ປາໂກ, ເວິນກ່ຽວ. ໃນຊຸມປີຜ່ານມາ, ເພື່ອປົກປັກຮັກສາເສັ້ນຊາຍແດນໃຫ້ໝັ້ນຄົງ, ຮູບແບບແຮກສ່ຽວບ້ານ-ບ້ານ ໄດ້ຜັນຂະຫຍາຍ ແລະບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ; ຜ່ານນັ້ນ, ປະກອບສ່ວນຮັດແໜ້ນສາຍພົວພັນສັນຕິພາບ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາຢູ່ເຂດຊາຍແດນສອງປະເທດຫວຽດນາມ-ລາວ.

leftcenterrightdel
ຍູ້ແຮງວຽກງານແຮກສ່ຽວບ້ານ-ບ້ານລະຫວ່າງ ຫວຽດນາມ ແລະລາວ. ພາບ: huonghoa.quangtri.gov.vn

ຜ່ານ 15 ປີ, ຊາວບ້ານລາໄລ ອາຊ໊ອຍ (ເມືອງສະໝ້ວຍ, ແຂວງສາລະວັນ, ລາວ) ແລະບ້ານ ລາໄລ (ຕາແສງ ອາງໍ, ເມືອງດັກຣົງ, ແຂວງກວາງຈິ) ຍາມໃດກໍ່ສະໜິດຕິດແໜ້ນນຳກັນ. ໂດຍຕັ້ງຢູ່ເຊິ່ງໜ້າ, ຕິດກັບສອງຟາກຢູ່ຕອນຊາຍແດນທີ່ມີລວງຍາວກວ່າ 10 ກິໂລແມັດ, ມີ 4 ຫຼັກໝາຍຊາຍແດນປະເທດສະນັ້ນສອງບ້ານໄດ້ແຮກສ່ຽວນຳກັນເມື່ອເດືອນ ມັງກອນ 2007.

ໂດຍປະຕິບັດຕາມເນື້ອໃນທີ່ໄດ້ເຊັນກັນ, ປະຊາຊົນສອງຟາກຊາຍແດນໄດ້ພ້ອມກັນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ, ຊ່ວຍເຫຼືອເຊິ່ງກັນ ແລະກັນພັດທະນາດ້ານເສດຖະກິດ ແລະຊີວິດການເປັນຢູ່. ປະຈຸບັນ, ສະພາບຄວາມໝັ້ນຄົງດ້ານການເມືອງຢູ່ເຂດຊາຍແດນຍາມໃດກໍ່ສະຖຽນລະພາບ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ.

ສະຫາຍ ໂຮ່ວັນທຸຍ, ນາຍບ້ານໆລາໄລ, ຕາແສງອາງໍ, ເມືອງດັກຣົງ ໃຫ້ຮູ້ວ່າ: ພາຍຫຼັງດຳເນີນການແຮກສ່ຽວ, 2 ບ້ານໄດ້ຊ່ວຍເຫຼືອກັນພັດທະນາດ້ານເສດຖະກິດ-ສັງຄົມ. ສອງຝ່າຍໄດ້ມອບເບ້ຍໄມ້, ແນວພັນສັດລ້ຽງ, ໜູນຊ່ວຍກັນດ້ານເຕັກນິກໃນການປູກຝັງ ແລະລ້ຽງສັດ.

ພິເສດ, ພາຍໃຕ້ການໜູນຊ່ວຍຂອງກໍາລັງທະຫານຊາຍແດນ, ສອງຝ່າຍໄດ້ຕັ້ງໜ້າຈັດຕັ້ງການເຄື່ອນໄຫວໂຄສະນາໃຫ້ປະຊາຊົນປະຕິບັດການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ບ້ານ; ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ຢ້ືຢາມຖາມຂ່າວ, ຈັດຕັ້ງການແລກປ່ຽນວຽກງານຢ່າງເປັນປະຈໍາ ເພື່ອແຈ້ງໃຫ້ກັນຮັບຊາບສະພາບການ; ໜູນຊ່ວຍກັນຍາມມີຄວາມຫຍຸ້ງຍາກ... ຍ້ອນແນວນັ້ນ, ຊີວິດການເປັນຢູ່ຂອງປະຊາຊົນສອງບ້ານຢູ່ສອງຟາກຊາຍແດນຈຶ່ງນັບມື້ນັບດີຂຶ້ນນັບແຕ່ມື້ແຮກສ່ຽວ.

ຮູບແບບແຮກສ່ຽວບ້ານ-ບ້ານ ໄດ້ຜັນຂະຫຍາຍມາແຕ່ປີ 2005, ມາຮອດປະຈຸບັນໄດ້ມີ 25/25 ຄູ່ບ້ານແຮກສ່ຽວລະຫວ່າງແຂວງກວາງຈິ (ຫວຽດນາມ) ກັບ 2 ແຂວງສະຫວັນນະເຂດ ແລະສາລະວັນ (ລາວ). ຜ່ານການເຄື່ອນໄຫວແຮກສ່ຽວເຂດຊຸມຊົນສອງຟາກຊາຍແດນ, ທຸກຂັ້ນ, ທຸກຂະແໜງການໄດ້ຈັດຕັ້ງການໂຄສະນາໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າທີ່ດໍາລົງຊີວິດຢູ່ສອງຟາກຊາຍແດນກ່ຽວກັບເນື້ອໃນຕ່າງໆ, ຄື: ອະທິປະໄຕຜືນແຜ່ນດິນ, ມີສະຕິແຫ່ງຊາດ, ຫຼັກໝາຍຊາຍແດນແຫ່ງຊາດ, ການປະຕິບັດບັນດາຂໍ້ກຳນົດຂອງສັນຍາວ່າດ້ວຍກົດລະບຽບຊາຍແດນຫວຽດນາມ-ລາວ; ບັນດາຂໍ້ກຳນົດກົດໝາຍຂອງແຕ່ລະປະເທດກ່ຽວກັບການສ້າງຄອບຄົວຢູ່ສອງຟາກຊາຍແດນ; ໂຄສະນາກ່ຽວກັບຄວາມໝາຍຂອງວຽກງານເພີ່ມຄວາມຖີ່, ບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດ...

ແຕ່ລະປີ, ແຂວງກວາງຈິ ໄດ້ນໍາໃຊ້ງົບປະມານທ້ອງຖິ່ນເພື່ອໜູນຊ່ວຍກໍ່ສ້າງບາງກິດຈະການ, ຄື: ໂຮງຮຽນ, ສຸກສາລາ; ກິດຈະການໄຟຟ້າ-ນໍ້າປະປາ; ສະໜອງເບ້ຍໄມ້, ແນວພັນສັດລ້ຽງ; ສໍາຫຼວດບັນດາໂຄງການປູກປ່າ,  ກາເຟ, ມັນຕົ້ນວັດຖຸດິບ, ຢາງພາລາ... ແລະບາງໂຄງການໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ; ຈັດຕັ້ງຫ້ອງສອນພາສາຫວຽດ ໃຫ້ແມ່ຍິງລາວ ຢູ່ບ້ານຕິດກັບຊາຍແດນ.

ຄຽງຂ້າງກັນນັ້ນ, ບັນດາຄູ່ບ້ານແຮກສ່ຽວ, ບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນສອງຝ່າຍໄດ້ແລກປ່ຽນບົດຮຽນໃນການຜະລິດ, ໜູນຊ່ວຍເບ້ຍໄມ້, ແນວພັນສັດລ້ຽງ, ສັດລ້ຽງ, ແນະນໍາວິທີປ້ອງກັນພະຍາດ, ແລກປ່ຽນບົດຮຽນໃນການທໍາມາຫາກິນ, ນໍາໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກເຂົ້າໃນການຜະລິດຢ່າງເປັນປະຈໍາ; ສ້າງເງື່ອນໄຂສະດວກໃຫ້ແກ່ການຈໍລະຈອນຜະລິດຕະພັນກາຍເປັນສິນຄ້າແລກປ່ຽນໃນທ້ອງຕະຫຼາດ...

ຕາມສະຫາຍພັນເອກ ຫງວຽນຊວນລິງ ຫົວໜ້າການເມືອງຄ້າຍທະຫານຊາຍແດນດ່ານສາກົນລາໄລ ແລ້ວ, ການຜັນຂະຫຍາຍຮູບແບບແຮກສ່ຽວລະຫວ່າງບ້ານ-ບ້ານໄດ້ປະກອບສ່ວນຍົກສູງຄວາມຮັບຮູ້ຂອງປະຊາຊົນຢູ່ສອງຟາກຊາຍແດນກ່ຽວກັບສັນຍາ, ອະນຸສັນຍາ, ຂໍ້ກຳນົດກົດໝາຍຂອງສອງປະເທດ. ຜ່ານນັ້ນ, ຍົກສູງຄວາມຮັບຮູ້ແຫ່ງຊາດ, ຫຼັກໝາຍຊາຍແດນແຫ່ງຊາດ, ຄວາມຮັບຜິດຊອບຂອງປະຊາຊົນແຕ່ລະຄົນຕໍ່ກັບອະທິປະໄຕຄວາມໝັ້ນຄົງຊາຍແດນ, ມີຄວາມຕື່ນຕົວໃນການປະຕິບັດກົດລະບຽບແຮກສ່ຽວຢ່າງເຂັ້ມງວດທີ່ໄດ້ໃຫ້ຄໍາໝັ້ນສັນຍາ, ກົດລະບຽບຊາຍແດນແຫ່ງຊາດລະຫວ່າງຫວຽດນາມ ແລະລາວ.

ຮູບແບບແຮກສ່ຽວລະຫວ່າງບ້ານ-ບ້ານໄດ້ປະກອບສ່ວນຊ່ວຍເຫຼືອປະຊາຊົນຢູ່ສອງຟາກຊາຍແດນພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ, ນັບມື້ນັບຍົກສູງຊີວິດການເປັນຢູ່ທັງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ. ພ້ອມທັງຊ່ວຍເຫຼືອກັນເມື່ອປະສົບກັບຄວາມຫຍຸ້ງຍາກ, ເຄາະຮ້າຍໃນການປ້ອງກັນ, ຕ້ານ ແລະແກ້ໄຂຜົນຮ້າຍຈາກໄພທໍາມະຊາດຢ່າງທັນການ; ຊ່ວຍເຫຼືອກັນສຸກເສີນ, ກວດ ແລະປິ່ນປົວພະຍາດ, ແລກປ່ຽນ, ຖອດຖອນບົດຮຽນໃນການຊີ້ນໍາ, ນໍາພາ, ຄຸ້ມຄອງຂອງພັກ, ອໍານາດການປົກຄອງ ແລະບັນດາອົງການຈັດຕັ້ງມະຫາຊົນຢູ່ຮາກຖານ...

ສະຫາຍພັນເອກພິເສດ ເລວັນເຝືອງ, ຫົວໜ້າກອງບັນຊາການທະຫານຊາຍແດນແຂວງກວາງຈິ ໃຫ້ຮູ້ວ່າ ການແຮກສ່ຽວເຂດຊຸມຊົນຢູ່ສອງຟາກຊາຍແດນແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ສະແດງຄວາມເຫັນດີເປັນເອກະພາບສູງຂອງການນໍາແຂວງກວາງຈິກັບສອງແຂວງສະຫວັນນະເຂດ ແລະສາລະວັນ.

ຜ່ານນັ້ນ, ຢັ້ງຢືນຖານະບົດບາດ, ທີ່ຕັ້ງອັນໃຫຍ່ຫຼວງຂອງມະຫາຊົນໃນພາລະກິດສ້າງສາ ແລະປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຊາຍແດນແຫ່ງຊາດຂອງສອງປະເທດຫວຽດນາມ-ລາວ. ໝາກຜົນຮູບແບບນີ້ໄດ້ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງຢູ່ເຂດຊາຍແດນ, ເພີ່ມທະວີສາຍພົວພັນສາມັກຄີລະຫວ່າງສອງປະເທດ, ປະຊາຊົນບັນດາເຜົ່າທີ່ມີເສັ້ນຊາຍແດນລວມ, ຮັບໃຊ້ໃຫ້ຄວາມຮຽກຮ້ອງພັດທະນາດ້ານເສດຖະກິດ, ສັງຄົມເປັນຢ່າງດີ, ຍົກສູງຄວາມຮູ້, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຢູ່ສອງຟາກຊາຍແດນໃຫ້ດີຂຶ້ນ.

ພ້ອມທັງເປັນເຈົ້າການປ້ອງກັນ, ສະກັດນັ້ນ, ຄົ້ນພົບ, ແກ້ໄຂໄດ້ຫຼາຍເຫດການທີ່ເກີດຂຶ້ນຢູ່ຊາຍແດນ... ໃນໄລຍະຈະມາເຖິງ, ຮູບແບບແຮກສ່ຽວລະຫວ່າງບ້ານ-ບ້ານ ຈະສືບຕໍ່ໄດ້ຮັບການຮັກສາ ແລະຍົກສູງປະສິດທິຜົນ; ພິເສດຍູ້ແຮງວຽກງານການໜູນຊ່ວຍປະຊາຊົນບັນດາບ້ານແຮກສ່ຽວຂອງປະເທດເພື່ອນມິດລາວ ພັດທະນາເສດຖະກິດຄອບຄົວ ແລະທ້ອງຖິ່ນ.

ໂດຍ: ໄຊນີດາ