ພ້ອມກັບການພັດທະນານັບມື້ນັບເຂົ້າສູ່ລວງເລິກໃນການພົວພັນລະຫວ່າງສອງປະເທດ, ການພົວພັນລະຫວ່າງສອງແຂວງແທັງຮ໊ວາ-ຫົວພັນ ກໍ່ມີຫຼາຍຂີດໝາຍພົ້ນເດັ່ນ. ໃນນັ້ນ, ການພົວພັນດ້ານການເມືອງໄດ້ເປັນແກ່ນສານຫຼັກແຫຼ່ງ, ສວມບົດບາດກຳນົດທິດສັງລວມໃນການພົວພັນລະຫວ່າງສອງທ້ອງຖິ່ນ.

ສາມາດຢັ້ງຢືນໄດ້ວ່າ ຫາຍາກທີ່ຈະມີການພົວພັນໃດໄດ້ສ້າງຂຶ້ນໃນໄລຍະສົງຄາມຄືກັບການພົວພັນລະຫວ່າງສອງແຂວງແທັງຮ໊ວາ-ຫົວພັນ. ຈາກນັ້ນ, ການພົວພັນໄດ້ຜ່ານຜ່າການທົດສອບຫຼາຍສິ່ງທ້າທາຍຮ້າຍແຮງທີ່ສຸດ, ການພົວພັນດັ່ງກ່າວໄດ້ກາຍເປັນຄວາມໄວ້ເນື້ອເຊື່ອໃຈ, ບໍລິສຸດຜຸດຜ່ອງ ແລະເຕັມໄປດ້ວຍໄມຕີຈິດມິດຕະພາບ. ເມື່ອຫວນຄືນປະຫວັດສາດໃນຊຸມປີ 1946-1949, ຮັບຮູ້ກ່ຽວກັບທີ່ຕັ້ງຍຸດທະສາດຂອງເຂດຊາຍແດນ, ຄະນະພັກແຂວງແທັງຮ໊ວາ ໄດ້ນຳພາບັນດາກຳລັງປະກອບອາວຸດສົມທົບກັບທະຫານຫຼວງ ແລະຄະນະປະຕິບັດງານກຳລັງປະກອບອາວຸດທາງທິດຕາເວັນຕົກ, ເປີດບັ້ນຮົບເລເລີ້ຍ, ເພື່ອປົດປ່ອຍ, ເປີດຊ່ອງທາງຊາຍແດນຫວຽດນາມ-ລາວ ແລະກໍ່ສ້າງແລວທາງຍຸດທະສາດເຊື່ອມຕໍ່ແນວຫຼັງ ແທັງຮ໊ວາ ກັບຖານທີ່ໝັ້ນຫວຽດບັ໊ກ. ໃນບັ້ນຮົບນີ້, ແທັງຮ໊ວາ ໄດ້ສົມທົບກັນຢ່າງແໜ້ນ ແຟ້ນກັບທະຫານປະເທດລາວ ບຸກໂຈມຕີປົດປ່ອຍບັນດາເມືອງຊຳໃຕ້, ຊຽງຄໍ້ ແລະສ້າງເງື່ອນໄຂ ເພື່ອໃຫ້ເພື່ອນກໍ່ສ້າງຖານທີ່ໝັ້ນປະຕິວັດພາກເໜືອລາວ. ພິເສດ, ແທັງຮ໊ວາ ກໍ່ເປັນກຽດກາຍເປັນຖານທີ່ໝັ້ນໂດຍກົງຂອງການປະຕິວັດລາວ, ເມື່ອລັດຖະບານຕໍ່ຕ້ານລາວ ປ່ຽນບ່ອນເຮັດວຽກຈາກຕວຽນກວາງ ໄປຢູ່ ແທັງຮ໊ວາ (ປີ 1950). ດ້ວຍນ້ຳໃຈສະຫາຍສະໜິດຕິດພັນ, ອົງຄະນະພັກ ແລະປະຊາຊົນບັນດາເຜົ່າແທັງຮ໊ວາ ໄດ້ຊ່ວຍເຫຼືອຢ່າງສຸດຈິດສຸດໃຈ, ປົກປັກຮັກສາ ແລະຮັບປະກັນບັນດາເງື່ອນໄຂຈຳເປັນເພື່ອໃຫ້ລັດຖະ ບານຕໍ່ຕ້ານລາວ ເຄື່ອນໄຫວໃນໄລຍະຢູ່ແທັງຮ໊ວາ.

leftcenterrightdel
ພິທີເຊັນຂໍ້ຕົກລົງຮ່ວມມືລະຫວ່າງແຂວງແທັງຮ໊ວາ ແລະແຂວງຫົວພັນ ປີ 2022. ພາບ: ຟອງຊັ໊ກ.

ເມື່ອບັ້ນຮົບດ້ຽນບຽນຝູ ສິ້ນສຸດລົງດ້ວຍໄຊຊະນະ, ພ້ອມກັບທົ່ວປະເທດ, ອົງຄະນະພັກ ແລະປະຊາຊົນແທັງຮ໊ວາ ໄດ້ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຟື້ນຟູການຜະລິດ ແລະສ້າງຊີວິດການເປັນຢູ່ຂອງປະຊາຊົນໃຫ້ເປັນປົກກະຕິ. ເດືອນຕຸລາ 1955, ແທັງຮ໊ວາ ເລີ່ມລົງມືກໍ່ສ້າງເສັ້ນທາງຫຼວງ 217; ຈົນຮອດປີ 1961 ໄດ້ຊ່ວຍເພື່ອນກໍ່ສ້າງເສັ້ນທາງ 217B, ເຊື່ອມຕໍ່ເສັ້ນທາງ 217 ຈາກນາແມວ (ແທັງຮ໊ວາ) ໄປຮອດຊໍາເໜືອ ແລະເຊື່ອມຕໍ່ເຂດທົ່ງພຽງ, ເຂດພູດອຍຂອງແຂວງແທັງຮ໊ວາ ກັບແຂວງຫົວພັນ. ກໍ່ໃນໄລຍະນີ້, ອົງຄະນະພັກ ແລະປະຊາຊົນແຂວງແທັງຮ໊ວາ ໄດ້ກໍ່ສ້າງໂຮງຮຽນຢູ່ເມືອງເກີ໊ມທຸຍ ເພື່ອຕ້ອນຮັບພະນັກງານຍິງ 200 ຄົນ ແລະເຍົາວະຊົນ 200 ຄົນຂອງປະເທດເພື່ອລາວ ຈາກເຂດເຕົ້າໂຮມຊຳເໜືອ-ຜົ້ງສາລີ ມາຮ່ໍາຮຽນ.

ສາມາດເວົ້າວ່າ ໃນການຕໍ່ສູ້ທີ່ຍືດເຍື້ອຍາວນານຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະຈັກກະພັດອາເມລິກາ ຮຸກຮານ, ອົງຄະນະພັກ ແລະປະຊາຊົນແຂວງແທັງຮ໊ວາ ໄດ້ລະດົມກຳລັງຄົນ, ກຳລັງຊັບ, ປະກອບສ່ວນເສີມກຳລັງໃຫ້ບັນດາສະໜາມຮົບ. ພິເສດ, ພະນັກງານ, ນັກຮົບຫຼາຍໝື່ນຄົນຂອງແຂວງແທັງຮ໊ວາ ໄດ້ສະໝັກໄປສູ້ຮົບ, ຮັບໃຊ້ການສູ້ຮົບຢູ່ປະເທດເພື່ອນ; ຫຼາຍພັນຄົນໄດ້ເສຍສະຫຼະຊີວິດ, ປະກອບເລືອດເນື້ອຂອງຕົນພ້ອມກັບປະເທດເພື່ອນນຳການສູ້ຮົບກ້າວໄປເຖິງໄຊຊະນະ.

ພ້ອມກັນນັ້ນ, ໃນຕະຫຼອດວິວັດການສູ້ຮົບ ແລະກໍ່ສ້າງບ້ານເກີດເມືອງນອນ, ສອງແຂວງແທັງຮ໊ວາ ແລະຫົວພັນ ໄດ້ເຮັດພາລະໜ້າທີ່ເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ປະກອບສ່ວນສຳຄັນເຂົ້າພາລະກິດສ້າງສາ ແລະປົກປັກຮັກສາປະເທດຂອງສອງຊາດ. ປະຕິບັດກິດຈະການປ່ຽນແປງໃໝ່ຂອງແຕ່ລະປະເທດ, ການພົວພັນຮ່ວມມືຮອບດ້ານການນຳສອງປະເທດ, ສອງແຂວງໄດ້ສືບຕໍ່ເສີມຂະຫຍາຍ. ບົນພື້ນຖານເນື້ອໃນຂອງສົນທິສັນຍາມິດຕະພາບ ແລະການຮ່ວມມື, ສອງແຂວງໄດ້ເຊັນບົດບັນທຶກວ່າດ້ວຍການຮ່ວມມືຫຼາຍສະບັບໃນຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບຳລຸງສ້າງພະນັກງານ. ທຸກໆປີ, ສອງແຂວງໄດ້ຈັດຕັ້ງບັນດາຄະນະຜູ້ແທນຂັ້ນສູງເພື່ອຢ້ຽມຢາມກັນ, ເພື່ອເພີ່ມທະວີນ້ຳໃຈມິດຕະພາບກວ່າອີກ, ຕີລາຄາຄືນປະສິດທິຜົນຂອງບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ວາງອອກ, ພ້ອມທັງປັບປຸງເນື້ອໃນຮ່ວມມືໃໝ່ສຳລັບໃນໄລຍະຕໍ່ໄປ.

ກ້າວເຂົ້າສູ່ປີ 2022 - ປີທີ່ມີຄວາມໝາຍພິເສດທີ່ສຸດ, ເປັນຂີດໝາຍແຫ່ງບາດກ້າວສໍາຄັນໃນການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ-ລາວ ແລະສອງແຂວງ ແທັງຮ໊ວາ-ຫົວພັນ. ໂດຍເຈືອຈານເຂົ້າກັບບັນຍາກາດສະເຫຼີມສະຫຼອງບັນດາເຫດການໃຫຍ່, ຄື: 60ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ (5-9-1962 / 5-9-2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ (18-7-1977 / 18-7-2022),  55 ປີແຫ່ງວັນເຊັນບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສອງແຂວງແທັງຮ໊ວາ-ຫົວພັນ (4-1967 / 4-2022), ແຕ່ກາງເດືອນເມສາ 2022, ຄະນະຜູ້ແທນຂັ້ນສູງແຂວງແທັງຮ໊ວາ ນຳໂດຍສະຫາຍ ໂດມິງຕ໊ວນ, ຮອງເລຂາພັກແຂວງ, ປະທານຄະນະກຳມະການແຂວງ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະອວຍພອນປີໃໝ່ລາວ ຢູ່ແຂວງຫົວພັນ, ປະເທດ ສປປ ລາວ. ໃນບັນຍາກາດທີ່ເຕັມໄປດ້ວຍນ້ຳໃຈໄມຕີຈິດມິດຕະພາບ, ຫຼາຍທິດທາງໃຫຍ່ໃນການພົວພັນລະຫວ່າງສອງທ້ອງຖິ່ນໃນໄລຍະຈະມາເຖິງການນຳສອງຝ່າຍໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບດ້ວຍບົດບັນທຶກການຮ່ວມມືທີ່ມີຄວາມໝາຍເລິກເຊິ່ງ, ປະກອບສ່ວນເພີ່ມພູນຄູນສ້າງໃຫ້ແກ່ການພົວພັນບໍລິສຸດຜຸດຜ່ອງ, ໃສແຈ້ງລະຫວ່າງສອງແຂວງແທັງຮ໊ວາ-ຫົວພັນ ໃຫ້ນັບມື້ນັບແໜ້ນແຟ້ນ, ນັບມ້ືນັບເຂົ້າສູ່ລວງເລິກ ແລະນຳມາເຊິ່ງໝາກຜົນແທດຈິງ, ຮອບດ້ານ.

ໃນນັ້ນ, ຈຸດສຸມແມ່ນການຮ່ວມມືດ້ານການເມືອງ, ການພົວພັນຕ່າງປະເທດ, ຄື: ສອງແຂວງສືບຕໍ່ຍູ້ແຮງວຽກງານໂຄສະນາ, ສຶກສາມູນເຊື້ອໃຫ້ພະນັກງານ, ສະມາຊິກພັກ, ປະຊາຊົນ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມຂອງສອງຝ່າຍຮັບຮູ້ຢ່າງເລິກເຊິ່ງກ່ຽວກັບມູນເຊື້ອ ແລະເພີ່ມພູນຄູນສ້າງໃຫ້ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ, ສອງແຂວງ ແທັງຮ໊ວາ-ຫົວພັນ ນັບມື້ນັບພັດທະນາ. ສືບຕໍ່ເສີມຂະຫຍາຍບົດບາດໃນການຮ່ວມມືແຮກສ່ຽວ ແລະໜູນຊ່ວຍ, ຊ່ວຍເຫຼືອປະຊາຊົນຢູ່ສອງຟາກຊາຍແດນພັດທະນາເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ສ້າງເຂດຊາຍແດນແທັງຮ໊ວາ-ຫົວພັນ ແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາ.

ອີງໃສ່ການພົວພັນທີ່ເປັນມູນເຊື້ອອັນດີງາມ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ ເວົ້າລວມ; ພ້ອມທັງອີງໃສ່ການພົວພັນທີ່ໄດ້ຮັບການຝຶກຝົນຫຼໍ່ຫຼອມຜ່ານສົງຄາມ ແລະໂດຍສະເພາະແມ່ນຜົນສຳເລັດຂອງການ ຮ່ວມມືຮອບດ້ານທີ່ບັນລຸໄດ້ໃນຕະຫຼອດ 5 ທົດສະວັດຜ່ານມາ, ພວກເຮົາຫວັງວ່າ ການພົວພັນບໍລິສຸດຜຸດຜ່ອງ, ໃສແຈ້ງລະຫວ່າງສອງແຂວງແທັງຮ໊ວາ-ຫົວພັນ ຈະມີອະນາຄົດພັດທະນາທີ່ສົດໃສ ແລະໝັ້ນໝາຍວ່າຈະບັນລຸໄດ້ຜົນງານອັນດີງາມຫຼາຍຢ່າງ.

ໂດຍ: ແສງເດືອນ