ທີ່ການເຮັດວຽກ, ສອງຝ່າຍໄດ້ແຈ້ງໃຫ້ກັນຮັບຊາບ ແລະຕີລາຄາໝາກຜົນທີ່ບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມ, ກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງຂອງສອງແຂວງ; ໝາກຜົນການຮ່ວມມືໃນໄລຍະຜ່ານມາຂອງສອງແຂວງໃນທຸກຂົງເຂດ. ໃນນັ້ນ, ໄດ້ເນັ້ນໜັກເຖິງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງຝ່າຍ, ໄດ້ພ້ອມກັນໜູນຊ່ວຍຜ່ານຜ່າຄວາມຫຍຸ້ງຍາກຍ້ອນໄພທຳມະຊາດ, ໂລກລະບາດ.

ສະຫາຍ ສັນຕິພາບ ພົມວິຫານ ສະແດງຄວາມປິຕິຊົມຊື່ນ ແລະຕີລາຄາສູງໝາກຜົນແຫ່ງການຮ່ວມມືມິດຕະພາບລະຫວ່າງສອງທ້ອງຖິ່ນ, ພິເສດໃນສອງປີຜ່ານມາ, ພະຍາດໂຄວິດ-19 ຜັນແປຢ່າງສັບສົນ, ແຕ່ສອງຝ່າຍຍັງໄດ້ຮັກສາການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມດ້ວຍຫຼາຍຮູບການຢ່າງມີໄຫວພິບ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສຳນັກຂ່າວສານຫວຽດນາມ.

ເນັ້ນໜັກວ່າ ປີ 2022 ແມ່ນປີພິເສດ, ເປັນຂີດໝາຍສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ, ເຈົ້າແຂວງໆສະຫວັນນະເຂດ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງທ້ອງຖິ່ນຈະສືບຕໍ່ຍູ້ແຮງການຮ່ວມມືໃນທຸກຂົງເຂດໃຫ້ເຂົ້າສູ່ລວງເລິກເພື່ອປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດຫວຽດນາມ-ລາວ ເວົ້າລວມ ແລະແຂວງສະຫວັນນະເຂດ ກັບແຂວງເທື່ອທຽນ-ເຫວ້ ເວົ້າສະເພາະ ໃຫ້ຍືນຍົງຖະໜົງແກ່ນ ໄປຊົ່ວກາລະນານ.

ສະຫາຍເລຂາພັກແຂວງເທື່ອທຽນ-ເຫວ້ ເລເຈື່ອງລຶວ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງແຂວງຕ້ອງສືບຕໍ່ຍູ້ແຮງການຮ່ວມມືດ້ານການເມືອງ, ການພົວພັນຕ່າງປະເທດ, ຍົກສູງປະສິດທິຜົນການພົວພັນຮ່ວມມື; ສ້າງເງື່ອນໄຂສະດວກເພື່ອດຶງດູດການລົງທຶນພັດທະນາບັນດາຂົງເຂດທີ່ມີທ່າແຮງຂອງສອງທ້ອງຖິ່ນ, ຜ່ານນັ້ນປະກອບສ່ວນສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງແຂວງເທື່ອທຽນ-ເຫວ້ ແລະສະຫວັນນະເຂດ ເວົ້າສະເພາະ ແລະລະຫວ່າງສອງປະເທດ ຫວຽດນາມ-ລາວ ເວົ້າລວມ.

ໂດຍ: ສົມເພັດ