ເສັ້ນຊາຍແດນແຫ່ງຄວາມສະຫງົບສຸກ

ຄ້າຍທະຫານຊາຍແດນເມືອງແລວ ໄດ້ຮັບໜ້າທີ່ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນທີ່ມີລວງຍາວກວ່າ 45 km, ດ້ວຍ 18 ຫຼັກໝາຍຊາຍແດນ. ຕິດຈອດກັບເມືອງໂພນທອງ, ແຂວງຫຼວງພະບາງ, ປະເທດລາວ ກໍ່ແມ່ນບໍລິເວນຄຸ້ມຄອງຂອງກອງຮ້ອຍທະຫານຊາຍແດນ 161, ກອງບັນຊາການທະຫານແຂວງຫຼວງພະບາງ. ຕາມການຕີລາຄາ, ເຂດຊາຍແດນແຂວງຫຼວງພະບາງ, ເຊີນລາ ມີຄວາມສ່ຽງໄພຫຼາຍຍ້ອນອາດຊະຍາກຳປະເພດຕ່າງໆ, ຍ້ອນເຫດນັ້ນ, ການຕໍ່ສູ້, ປາບປາມອາດຊະຍາກຳປະເພດຕ່າງໆ, ການປົກປັກຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນ, ປະກອບສ່ວນຮັກສາຊີວິດຄວາມສະຫງົບສຸກຂອງປະຊາຊົນ ແມ່ນໜ້າທີ່ສຳຄັນທີ່ສຸດ.

ຕໍ່ໜ້າສະພາບການດັ່ງກ່າວ, ອີງຕາມສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນໃນດິນຕໍ່ແຜ່ນລະຫວ່າງສອງປະເທດຫວຽດນາມ ກັບລາວ, ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງຄ້າຍທະຫານຊາຍແດນເມືອງແລວ ກັບກອງຮ້ອຍທະຫານຊາຍແດນ 16, ໃນໄລຍະຜ່ານມາ, ສອງກົມກອງໄດ້ເຮັດວຽກງານສົມທົບກັນເປັນຢ່າງດີ ເພື່ອແນໃສ່ປົກປັກຮັກສາອະທິປະໄຕ, ຄວາມໝ້ັນຄົງຢູ່ເຂດຊາຍແດນແຫ່ງຊາດຢູ່ບໍລິເວນຮັບຜິດຊອບ.

leftcenterrightdel
ພັນຕີ ໂງແອັງຢູງ ແລະຮ້ອຍໂທ ບຸນເພີງ ສຸກສະຫວັດ ກວດກາຫຼັກໝາຍຊາຍແດນ 145. ພາບ: ຈູກຮ່າ.

ຕາມນ້ັນແລ້ວ, ສອງກົມກອງ ໄດ້ດຳເນີນການລາດຕະເວນ (ຝ່າຍດຽວ ແລະຫຼາຍຝ່າຍ) ເປັນຢ່າງດີ, ຈັດຕັ້ງກອງປະຊຸມສຳມະນາກັບປ້ອມຕຳຫຼວດດ່ານຊາຍແດນນາຊອນ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງພະບາງ ແລະຄ້າຍທະຫານຊາຍແດນດ່ານຫ້ວຍປວກ, ທະຫານຊາຍແດນແຂວງດ້ຽນບຽນ ເພື່ອແນໃສ່ສົມທົບກັນໂຄສະນາເຜີຍແຜ່ໃຫ້ປະຊາຊົນຢູ່ສອງຟາກຊາຍແດນປະຕິບັດບັນດາເອກະສານກົດໝາຍກ່ຽວກັບຊາຍແດນຢ່າງເຂັ້ມງວດ, ບໍ່ແຕ່ງງານຜິດກົດໝາຍ; ຍົກສູງຈິດໃຈລະມັດລະວັງ,  ສົມທົບກັບກຳລັງກ່ຽວຂ້ອງເພື່ອຕໍ່ສູ້ຕ້ານອາດຊະຍາກຳປະເພດຕ່າງໆ, ພິເສດແມ່ນອາດຊະຍາກຳຢາເສບຕິດ, ການຄ້າເຖື່ອນໃຫ້ມີປະສິດທິຜົນ... ຜ່ານນັ້ນ, ບັນລຸໄດ້ບັນດາໝາກຜົນໜ້າຮັບຮູ້. ປີ 2022, ກອງຮ້ອຍທະຫານຊາຍແດນ 161 ສົມທົບກັນຈັບຕົວ, ແກ້ໄຂ 2 ຄະດີ, 2 ເປົ້າໝາຍລະເມີດກົດໝາຍກ່ຽວຂ້ອງເຖິງຢາເສບຕິດ, ເກັບຮັກສາຂອງກາງຫຼາຍຢ່າງກ່ຽວຂ້ອງ...

ການເຄື່ອນໄຫວສົມທົບກັນລາດຕະເວນສອງຝ່າຍ ລະຫວ່າງສອງກົມກອງໄດ້ດຳເນີນເປັນງວດ/ຄັ້ງໜຶ່ງ ເພື່ອແນໃສ່ກວດກາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ພົບເຫັນຢ່າງທັນການ, ສະກັດກັ້ນ, ແກ້ໄຂການກະທຳລະເມີດກົດໝາຍ ຕາມສັນຍາວ່າດ້ວຍກົດລະບຽບຊາຍແດນຫວຽດນາມ-ລາວ ແລະເອກະສານນິຕິກຳທີ່ສອງຝ່າຍໄດ້ລົງນາມ. ໃນຕະຫຼອດໄລຍະພະຍາດໂຄວິດ-19 ຜັນແປຢ່າງສັບສົນ, ສອງຝ່າຍດຳເນີນວຽກງານລາດຕະເວນຊາຍແດນແບບເອກະລາດ, ແຕ່ວ່າກໍ່ມີການແລກປ່ຽນຢ່າງເປັນປະຈຳ ກ່ຽວກັບສະພາບການຂອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ກໍ່ຄືສະພາບການກ່ຽວຂ້ອງເຖິງສອງຟາກຊາຍແດນ.

ກອງຮ້ອຍທະຫານຊາຍແດນ 161 ແລະຄ້າຍທະຫານຊາຍແດນເມືອງແລວ ໄດ້ສົມທົບກັນໃນການຄວບຄຸມດ່ານທ້ອງຖິ່ນ, ທາງນ້ອຍເພື່ອສະກັດກັ້ນ, ບໍ່ປະໃຫ້ພະຍາດແຜ່ລະບາດຂ້າມຊາຍແດນ. ແຕ່ເມື່ອພະຍາດໂຄວິດ-19 ແຜ່ລະບາດ, ຢູ່ບໍລິເວນ 2 ກົມກອງຄຸ້ມຄອງບໍ່ມີກໍລະນີເຂົ້າອອກເມືອງຜິດກົດໝາຍ; ບໍ່ມີປະກົດການຄ້າຂາຍ, ຂົນສົ່ງຢາເສບຕິດຂ້າມຊາຍແດນຜິດກົດໝາຍ, ສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄດ້ຮັບປະກັນ, ປະຊາຊົນສອງຝ່າຍມີຄວາມສາມັກຄີ, ອຸ່ນອ່ຽນໃຈທຳການຜະລິດ.

ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ

ພາຍຫຼັງກັບຄືນສູ່ສະພາບປົກກະຕິໃໝ່, ກາງເດືອນກໍລະກົດ 2022, ຄ້າຍທະຫານຊາຍແດນເມືອງແລວ ແລະກອງຮ້ອຍທະຫານຊາຍແດນ 161 ໄດ້ເປັນເຈົ້າການດຳເນີນການລາດຕະເວນສອງຝ່າຍຄືນໃໝ່. ຕາມນັ້ນແລ້ວ, 2 ກົມກອງດຳເນີນການລາດຕະເວນຊາຍແດນຫວຽດ ນາມ-ລາວ ຕອນແຕ່ເຂດຫຼັກໝາຍຊາຍແດນ 145 ຫາຫຼັກໝາຍຊາຍແດນ 158 ດ້ວຍລວງຍາວ 32 km.

ສະຫາຍຮ້ອຍໂທ ບຸນເພີງ ສຸກສະຫວັດ, ຫົວໜ້າກອງລາດຕະເວນ, ຮອງຫົວໜ້າການທະຫານກອງຮ້ອຍທະຫານຊາຍແດນ 161 ໃຫ້ຮູ້ວ່າ “ເຖິງວ່າການລາດຕະເວນ, ອາກາດບໍ່ອຳນວຍກໍ່ຕາມ, ແຕ່ຢູ່ບັນດາຫຼັກໝາຍຊາຍແດນ, ສອງກົມກອງຍັງປະຕິບັດພິທີການ ຖືກຕາມຫຼັກການໃນການເຄື່ອນໄຫວທາງການທູດ. ພວກຂ້າພະເຈົ້າໄດ້ດໍາເນີນການກວດກາສະພາບຕົວຈິງ, ຖາງຫຍ້າຢູ່ເຂດອ້ອມຫຼັກໝາຍ, ພ້ອມທັງແລກປ່ຽນຂໍ້ມູນຂ່າວສານ, ສະພາບການ ແລະບັນດາການເຄື່ອນໄຫວຂອງປະຊາຊົນສອງຟາກຊາຍແດນ”.

ພັນຕີ ໂງແອັງຢູງ, ຮອງຫົວໜ້າຄ້າຍທະຫາຍຊາຍແດນ, ຫົວໜ້າກອງລາດຕະເວນຄ້າຍທະຫານຊາຍແດນເມືອງແລວ ແບ່ງປັນວ່າ: “ຜ່ານການລາດຕະເວນສອງຝ່າຍແນໃສ່ປັບປຸງ, ເພີ່ມທະວີການພົວພັນສົມທົບກັນ, ປະສານສົມທົບໃນການປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ພ້ອມກັນແລກປ່ຽນມາດຕະການ ແລະບົດຮຽນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ. ຕົວຈິງແລ້ວ, ຜ່ານການເຄື່ອນໄຫວລາດຕະເວນ ກໍ່ໄດ້ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບແບບພິເສດຫວຽດນາມ-ລາວ ກໍ່ຄືຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງພະນັກງານ, ນັກຮົບສອງກົມກອງ, ຈາກນັ້ນຊ່ວຍໃຫ້ວຽກງານປະສານສົມທົບກັນນັບມື້ນັບດີກວ່າ”.

ກໍ່ຕາມພັນຕີ ໂງແອັງຢູງ ແລ້ວ, ໃນໄລຍະຜ່ານມາ, ຄຽງຂ້າງການສົມທົບກັນປະຕິບັດໜ້າທີ່, ຄ້າຍທະຫານຊາຍແດນເມືອງແລວ ຍັງມີການເຄື່ອນໄຫວໜູນຊ່ວຍໃຫ້ກົມກອງເພື່ອນມິດ. ຫວ່າງມໍ່ໆມານີ້, ກົມກອງໄດ້ໜູນຊ່ວຍໃຫ້ກົມກອງເພື່ອນມິດ ຊີມັງ 2 ໂຕນ ເພື່ອສ້ອມແປງພື້ນຖານໂຄງລ່າງໃນຄ້າຍທະຫານ, ມອບແນວພັນຕົ້ນໝາກໝັ້ນ, ໝາກກ້ຽງໃຫຍ່ 200 ຕົ້ນ ທີ່ໄດ້ປູກຢູ່ເຂດເພີ່ມພູນຜະລິດຜົນ. ກົມກອງກໍ່ໄດ້ມອບຂອງຂວັນ 8 ພູດ ໃຫ້ແກ່ພະນັກງານ, ນັກຮົບທີ່ປະສົບກັບຄວາມຫຍຸ້ງຍາກ ດ້ວຍມູນຄ່າ 20 ລ້ານດົ່ງ. ໃນໄລຍະພະຍາດໂຄວິດ-19 ແຜ່ລະບາດ, ຄ້າຍທະຫານຊາຍແດນເມືອງແລວ ໄດ້ແບ່ງປັນຄວາມຫຍຸ້ງຍາກ, ໜູນຊ່ວຍກອງຮ້ອຍທະຫານຊາຍແດນ 161 ວັດຖຸອຸປະກອນການແພດເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19, ຜ່ານນັ້ນ, ປັບປຸງນ້ຳໃຈສະໜິດຕິດພັນ, ອຸ້ມຊູຊ່ວຍເຫຼືອກັນລະຫວ່າງກອງທັບສອງປະເທດ.

ປີ 2019, ຄ້າຍທະຫານຊາຍແດນເມືອງແລວ ໄດ້ຜັນຂະຫຍາຍໂຄງການ “ຊ່ວຍນ້ອງໄປໂຮງຮຽນ” ແລະມີແຜນການອຸປະກະລະນັກຮຽນຄົນລາວ ໜຶ່ງຄົນ. ຜ່ານກອງຮ້ອຍທະຫານຊາຍແດນ 161, ກົມກອງໄດ້ຮັບອຸປະກະລະນ້ອງ ລໍຄຳຄູນ ຢູ່ບ້ານນາຊອນ, ເມືອງໂພນທອງ, ແຂວງຫຼວງພະບາງ ພວມຮຽນ ປ4, ໂຮງຮຽນປະຖົມນາຊອນ.

ບ້ານນາຊອນ ຫ່າງຈາກຫຼັກໝາຍ 149 ໄປຕາມເສັ້ນທາງນ້ອຍໃນປ່າດົງດິບກວ່າ 10 km. ເຄົາລົບນັບຖືສາຍໃຈ ແລະວຽກເຮັດຂອງພະນັກງານ, ນັກຮົບຄ້າຍທະຫານຊາຍແດນເມືອງແລວ, ສະນັ້ນແຕ່ລະຄັ້ງເມື່ອນ້ອງ ລໍຄຳຄູນ ໄປຍັງຫຼັກໝາຍຊາຍແດນ 149 ເພື່ອຮັບການໜູນຊ່ວຍ ລ້ວນແຕ່ມີພະນັກງານ, ນັກຮົບກອງຮ້ອຍທະຫານຊາຍແດນ 161 ພາໄປ. ກໍ່ຍ້ອນພ້ອມກັນເບິ່ງແຍງດູແລໃຫ້ນ້ອງ ລໍຄຳຄູນ ໄດ້ພາໃຫ້ 2 ກົມກອງຍິ່ງສາມັກຄີ, ສະໜິດຕິດພັນກວ່າອີກ.

ໂດຍ: ສົມເພັດ