ໄປຮອດເມືອງຊົງມ້າ, ບ່ອນແມ່ນໍ້າມ້າອອກບໍ່ໄຫຼລົງມາປ່ອງໃສ່ຕາແສງຈ່ຽງເຄືອງ, ໄດ້ປ່ຽນກະແສໄຫຼໄປຜ່ານລາວ, ແລ້ວກັບຄືນມາຫວຽດນາມ... ສະຖານທີ່ແຫ່ງນີ້ເປັນບ່ອນຈົດຈຳນໍ້າໃຈສາມັກຄີມິດຕະພາບຂອງປະຊາຊົນສອງປະເທດຫວຽດນາມ-ລາວ ເວົ້າລວມ, ປະຊາຊົນສອງເມືອງ ຊົງມ້າ-ເມືອງແອດ ເວົ້າສະເພາະໃນຕະຫຼອດໄລຍະປະຫວັດສາດຂອງສອງຊາດ.

leftcenterrightdel
ແມ່ນໍ້າມ້າ. ພາບ: vov.vn

ໂດຍຕັ້ງຢູ່ເຂດຊາຍແດນສຳຄັນ, ຄ້າຍທະຫານຊາຍແດນດ່ານຊາຍແດນຈ່ຽງເຄືອງ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ຄຸ້ມຄອງ ແລະປົກປັກຮັກສາເສັ້ນຊາຍແດນເກືອບ 27 ກິໂລແມັດ ດ້ວຍ 13 ຫຼັກໝາຍ. ບໍ່ພຽງແຕ່ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນເທົ່ານັ້ນ, ທາງຄ້າຍກໍ່ໄດ້ເອົາໃຈໃສ່ເປັນພິເສດຕໍ່ວຽກງານພົວພັນຕ່າງປະເທດຢູ່ເຂດຊາຍແດນ.

ຮ້ອຍເອກພິເສດ ໂດ໋ຮຶ໊ວເລິມ, ຮອງຫົວໜ້າຄ້າຍທະຫານຊາຍແດນ ດ່ານຊາຍແດນຈ່ຽງເຄືອງ ໃຫ້ຮູ້ວ່າ “ຄ້າຍ ຍາມໃດກໍ່ຮັກສາການພົວພັນຮ່ວມມືກັບອຳນາດການປົກຄອງ ແລະກຳລັງທີ່ກ່ຽວຂ້ອງເມືອງແອດ, ແຂວງຫົວພັນ (ລາວ). ພິເສດ, ໃນສະພາບພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນ, ສອງຝ່າຍບໍ່ໄດ້ຈັດຕັ້ງກອງປະຊຸມພົບປະແລກປ່ຽນກ່ຽວກັບສະພາບການ ຫຼື ໄປຢ້ຽມຢາມຖາມຂ່າວກັນໂດຍກົງ, ແຕ່ຍັງມີການສົມທົບແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປະຈຳ; ພ້ອມທັງໜູນຊ່ວຍ, ແບ່ງປັນເຊິ່ງກັນ ແລະກັນໃນການປ້ອງກັນ ແລະຕ້ານພະຍາດໂຄວິດ-19"...

ຢູ່ລຽບຕາມເສັ້ນຊາຍແດນທີ່ມີບັນດາດ່ານທ້ອງຖິ່ນ, ດ່ານປະເພນີ, ພູມີປະເທດສັບສົນ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານຊາຍແດນຈ່ຽງເຄືອງ ພ້ອມກັບກໍາລັງປົກປັກຮັກສາຊາຍແດນຂອງລາວ, ໃນນັ້ນມີກອງຮ້ອຍທະຫານຊາຍແດນ 212, ກອງບັນຊາການທະຫານແຂວງຫົວພັນ ໄດ້ຈັດຕັ້ງການລາດຕະເວນສອງຝ່າຍເປັນປະຈຳ; ຄົ້ນພົບ, ສະກັດກັ້ນ ແລະແກ້ໄຂການເຄື່ອນໄຫວລະເມີດກົດລະບຽບຊາຍແດນ, ການເຂົ້າ-ອອກເມືອງຜິດກົດໝາຍຢ່າງທັນການ...

ຄູ່ດ່ານຊາຍແດນຈ່ຽງເຄືອງ (ແຂວງເຊີນລາ) - ບ້ານດ່ານ (ແຂວງຫົວພັນ) ກໍ່ແມ່ນຈຸດພົ້ນເດັ່ນຂອງສາຍພົວພັນຮ່ວມມື, ພົບປະແລກປ່ຽນ, ສາມັກຄີມິດຕະພາບຢູ່ສອງຟາກຊາຍແດນ. ພາຍຫຼັງພະຍາດໂຄວິດ-19 ໄດ້ຮັບການຄວບຄຸມໂດຍພື້ນຖານ, ໃນຈຸດເວລານີ້, ການເຄື່ອນໄຫວໄປມາ, ໄປຢ້ຽມຢາມຖາມຂ່າວ, ແລກປ່ຽນສິນຄ້າຢູ່ດ່ານຊາຍແດນໄດ້ດຳເນີນຢ່າງຟົດຟື້ນ.

leftcenterrightdel
ການເຄື່ອນໄຫວລາດຕະເວນສອງຝ່າຍ, ປົກປັກຮັກສາຄວາມສະຫງົບສຸກຢູ່ເຂດຊາຍແດນໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກກໍາລັງປົກປັກຮັກສາຊາຍແດນ. ພາບ: vov.vn

ພັນຕີ ເຈິ່ນວັນຫວີງ, ຫົວໜ້າກອງເຮັດລະບຽບການ, ປ້ອມຄວບຄຸມດ່ານຊາຍແດນຈ່ຽງເຄືອງ ແບ່ງປັນວ່າ: "ທາງປ້ອມໄດ້ຈັດວາງການເວນຍາມເພື່ອຮັບປະກັນແກ້ໄຂບັນຫາໃຫ້ປະຊາຊົນຢູ່ສອງຟາກຊາຍແດນ ແລະເຮັດລະບຽບການເຂົ້າ-ອອກເມືອງຖືກຕາມກົດໝາຍ ແລະຂໍ້ກຳນົດ. ພ້ອມທັງໂຄສະນາໃຫ້ປະຊາຊົນໄປມາຜ່ານຊາຍແດນປະຕິບັດຕາມກົດໝາຍລະຫວ່າງສອງປະເທດເປັນຢ່າງດີ, ຮັບປະກັນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະບໍ່ໃຫ້ພະຍາດໂຄວິດ-19 ແຜ່ລະບາດເຂົ້າສູ່ຊາຍແດນ”.

ບໍ່ພຽງແຕ່ຮ່ວມແມ່ນ້ຳລຳເຊດຽວກັນເທົ່ານັ້ນ ແຕ່ປະຊາຊົນເມືອງຊົງມ້າ ແລະເມືອງແອດ ຍັງນໍາໃຊ້ນ້ຳຫ້ວຍຮ່ວມກັນ, ສ້າງ “ເໝືອງມິດຕະພາບຫວຽດນາມ-ລາວ” ດ້ວຍລວງຍາວກວ່າ 7 ກິໂລແມັດ, ສະໜອງນ້ຳເຂົ້ານາ, ສວນໃຫ້ປະຊາຊົນ 8 ບ້ານຂອງເມືອງແອດ ແລະບາງບ້ານຂອງເມືອງຊົງມ້າ. ກິດຈະກຳນີ້ໄດ້ຮັບການກໍ່ສ້າງໃນປີ 1969 ໂດຍປະຊາຊົນສອງຟາກຊາຍແດນ ແລະຄ້າຍທະຫານຊາຍແດນ ດ່ານຊາຍແດນຈ່ຽງເຄືອງ.

ທ່ານ ບົງສຸກ, ນາຍບ້ານດ່ານ, ເມືອງແອດ, ແຂວງຫົວພັນ, ປະເທດລາວ ແບ່ງປັນວ່າ “ຍ້ອນມີກິດຈະກຳເໝືອງມິດຕະພາບ ຫວຽດນາມ-ລາວ, ປະຊາຊົນໃນບ້ານຍາມໃດກໍ່ມີນ້ຳໃຊ້ເພື່ອທໍາການຜະລິດ. ແຕ່ລະປີ, ໃນລະດູການເກັບກ່ຽວ, ປະຊາຊົນໃນບ້ານພ້ອມກັບຄ້າຍທະຫານຊາຍແດນດ່ານຊາຍແດນຈ່ຽງເຄືອງ ແລະປະຊາຊົນຕາແສງຈ່ຽງເຄືອງ ໄດ້ສ້ອມແປງ, ຂູດຕົມ, ຖາງໜ້າອ້ອມແອ້ມຄອງເໝືອງເພື່ອໃຫ້ມີນ້ຳຮັບໃຊ້ການຜະລິດກະສິກຳ".

ແຂວງເຊີນລາ ມີເສັ້ນຊາຍແດນຍາວກວ່າ 270 ກິໂລແມັດ, ມີ 2 ດ່ານຊາຍແດນແຫ່ງຊາດ ແມ່ນຈ່ຽງເຄືອງ ແລະລ໊ອງເຊີບ; ດ່ານຊາຍແດນທ້ອງຖິ່ນ 2 ແຫ່ງ ແລະດ່ານຊາຍແດນປະເພນີ 6 ແຫ່ງຕິດກັບແຂວງຫົວພັນ ແລະຫຼວງພະບາງ (ສປປ ລາວ). ປະກອບສ່ວນຮັກສາສາຍພົວພັນອັນດີງາມກັບອຳນາດການປົກຄອງ, ກຳລັງປົກປັກຮັກສາຊາຍແດນ ແລະປະຊາຊົນລາວ, ມາຮອດປະຈຸບັນ, ທະຫານຊາຍແດນແຂວງເຊີນລາ ໄດ້ຮັກສາຮູບແບບແຮກສ່ຽວລະຫວ່າງ 10 ຄ້າຍທະຫານຊາຍແດນ ແລະ 5 ກອງຮ້ອຍຊາຍແດນສັງກັດກອງບັນຊາການທະຫານແຂວງຫົວພັນ ແລະຫຼວງພະບາງ; ພ້ອມດ້ວຍຫຼາຍຮູບແບບແຮກສ່ຽວລະຫວ່າງບ້ານ-ບ້ານຢູ່ສອງຟາກຊາຍແດນ...

ບັນດາການລາດຕະເວນສອງຝ່າຍ, ຮ່ວມກັນປົກປັກຮັກສາເຂດຊາຍແດນ, ຕະຫຼອດຮອດກິດຈະກຳ, ວຽກງານທີ່ມີຄວາມໝາຍໃນການດຳລົງຊີວິດ, ການອອກແຮງງານທຳການຜະລິດ... ໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງທະຫານ ແລະປະຊາຊົນຢູ່ສອງຟາກຊາຍແດນ. ຈາກນັ້ນ, ສືບຕໍ່ກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາ; ປົກປັກຮັກສາຊີວິດສະຫງົບສຸກຂອງປະຊາຊົນຢູ່ເຂດຊາຍແດນຫວຽດນາມ-ລາວ, ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດລະຫວ່າງສອງປະເທດ “ໃຫ້ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.

ໂດຍ: ເຈິ່ນຮວ່ຽນ