ທີ່ການພົບປະເຈລະຈາ, ສະຫາຍ ຮວ່າງຈຸງຢຸງ ແລະສະຫາຍ ວັນໄຊ ພົງສະຫວັນ ແລະບັນດາຜູ້ແທນໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະແຂວງ; ແລກປ່ຽນປະສົບການອັນລ້ຳຄ່າໃນການສົ່ງເສີມ, ຮຽກຮ້ອງການລົງທຶນກໍ່ຄືການກຳນົດທິດບັນດາເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ. ຜ່ານນັ້ນ, ປະກອບສ່ວນສະໜັບສະໜູນ, ຊ່ວຍເຫຼືອກັນປະຕິບັດມະຕິສູນກາງພັກຂອງສອງປະເທດ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກສອງແຂວງ; ພ້ອມກັນນັ້ນ, ສືບຕໍ່ຍູ້ແຮງການພົວພັນຮ່ວມມືທີ່ເປັນມູນເຊື້ອແບບພິເສດ ແລະຍືນຍົງລະຫວ່າງສອງປະເທດ ແລະສອງແຂວງ ຮ່າຕິ້ງ - ຄຳມ່ວນ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: baohatinh.vn

ກ່າວຄຳເຫັນອັດການພົບປະເຈລະຈາ, ສະຫາຍ ຮວ່າງຈຸງຢຸງ ເນັ້ນໜັກວ່າ ສອງຝ່າຍຈະຈັດຕັ້ງປະຕິບັດບັນດາເນື້ອໃນຂອງບົດບັນທຶກຊ່ວຍຈຳການຮ່ວມມືທີ່ໄດ້ລົງນາມລະຫວ່າງສອງແຂວງຢ່າງມີປະສິດທິຜົນ. ສືບຕໍ່ປັບປຸງ ແລະພັດທະນາການຮ່ວມມືຮອບດ້ານໃນທຸກຂົງເຂດ; ສ້າງເງື່ອນໄຂໃຫ້ບັນດາຫົວໜ່ວຍ, ທ້ອງຖິ່ນເພີ່ມທະວີການແລກປ່ຽນບົດຮຽນ, ໂດຍສະເພາະແມ່ນການຮ່ວມມືໃນຂົງເຂດສົ່ງເສີມການຄ້າ, ການລົງທຶນ, ກະສິກຳ… ສົ່ງເສີມບັນດາວິສາຫະກິດ ແລະນັກລົງທຶນຕັ້ງໜ້າຊອກຮູ້ ແລະຜັນຂະຫຍາຍບັນດາໂຄງການພັດທະນາເສດຖະກິດ-ສັງຄົມ ໃນບໍລິເວນສອງແຂວງ.

ໂດຍ: ທະນາພອນ