ໃນຂອບເຂດປີສາມັກຄີມິດຕະພາບລາວ-ຫວຽດນາມ; ຫວຽດນາມ-ລາວ 2022 ແລະເພື່ອສະເຫຼີມສະຫຼອງສອງເຫດການສຳຄັນແມ່ນ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຮອບດ້ານ, ນັກຂ່າວວິທະຍຸ​ກະຈາ​ຍສຽງ​ຫວຽດນາມ ປະຈຳ ລາວ ໄດ້ສຳພາດທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ ກ່ຽວກັບຈຸດພົ້ນເດັ່ນໃນການຮ່ວມມືດ້ານເສດຖະກິດສອງປະເທດໃນໄລຍະຜ່ານມາ.

ນັກຂ່າວ: ຮຽນທ່ານລັດຖະມົນຕີ, ທ່ານຕີລາຄາຄືແນວໃດກ່ຽວກັບການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ແລະທິດທາງໃນໄລຍະຈະມາເຖິງ?

ທ່ານ ຄໍາເຈນ ວົງໂພສີ: ປີ 2022 ແມ່ນປີທີ່ມີຄວາມໝາຍປະຫວັດສາດເມື່ອທົ່ວພັກ, ທົ່ວກອງທັບ ແລະທົ່ວປວງຊົນລາວ ພວມພ້ອມກັບປະຊາຊົນຫວຽດນາມ ສົມທົບກັນຜັນຂະຫຍາຍການເຄື່ອນໄຫວແທດຈິງຫຼາຍຢ່າງເພື່ອສະເຫຼີມສະຫຼອງສອງເຫດການສຳຄັນນັ້ນແມ່ນ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ.

leftcenterrightdel
ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ. ພາບ: vov.vn

ໃນໄລຍະຜ່ານມາ, ໄພທໍາມະຊາດ ແລະການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບເຖິງສະພາບເສດຖະກິດ-ສັງຄົມຂອງແຕ່ລະປະເທດ, ແຕ່ພາຍໃຕ້ການຊີ້ນຳນໍາພາຢ່າງໃກ້ຊິດຂອງກົມການເມືອງ, ຄະນະບໍລິຫານງານສູນກາງພັກ ແລະລັດຖະບານ ກໍ່ຄືຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະປະຊາຊົນສອງປະເທດ, ການພົວພັນລະຫວ່າງສອງປະເທດລາວ-ຫວຽດນາມ ຍັງພັດທະນາດີງາມ. ການນຳຂັ້ນສູງຂອງສອງປະເທດໄດ້ພົບປະ, ແລກປ່ຽນໃນຫຼາຍຮູບການ ເຊິ່ງໃນສະພາບການເກີດພະຍາດໂຄວິດ-19 ຫຼາຍປະເທດໃນໂລກບໍ່ສາມາດເຮັດໄດ້.

ໃນຕົ້ນປີ 2022, ສອງຝ່າຍສືບຕໍ່ເພີ່ມທະວີ, ຍົກສູງປະສິດທິພາບຂອງກົນໄກຮ່ວມມື, ຈັດຕັ້ງປະຕິບັດຖະແຫຼງການຮ່ວມ, ສັນຍາ, ຂໍ້ຕົກລົງ, ເອກະສານຮ່ວມມືສອງຝ່າຍ ກໍ່ຄືໝາກຜົນການຢ້ຽມຢາມ ແລະເຮັດວຽກລະຫວ່າງການນຳຂັ້ນສູງຈາກສູນກາງລົງຮອດທ້ອງຖິ່ນດ້ວຍຫຼາຍຮູບການທີ່ເໝາະສົມ; ສົມທົບກັນຈັດຕັ້ງການເຄື່ອນໄຫວຢ່າງມີປະສິດທິຜົນເນື່ອງໃນໂອກາດປີສາມັກຄີມິດຕະພາບ 2022; ການຮ່ວມມືໃນການຕ້ານອາດຊະຍາກໍາຢາເສບຕິດ, ການຄ້າມະນຸດ, ຄ້າເຖື່ອນ, ຂຸດຄົ້ນຊັບພະຍາກອນຜິດກົດໝາຍ.

ນັກຂ່າວ: ຮຽນທ່ານ, ສາມາດເວົ້າໄດ້ວ່າ ການຮ່ວມມືດ້ານເສດຖະກິດແມ່ນເສົາຄໍ້າສຳຄັນ ແລະບູລິມະສິດໃນການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ, ລາວ-ຫວຽດນາມ, ສະນັ້ນໃນປີຜ່ານມາ, ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດບັນລຸຜົນສຳເລັດຄືແນວໃດແດ່ ແລະເປົ້າໝາຍທີ່ສອງຝ່າຍສູ້ຊົນໃນຊຸມປີຈະມາເຖິງແມ່ນຫຍັງ?

ທ່ານ ຄໍາເຈນ ວົງໂພສີ: ໃນການຮ່ວມມືດ້ານເສດຖະກິດ, ມາຮອດປະຈຸບັນໄດ້ມີ 417 ໂຄງການລົງທຶນຂອງວິສາຫະກິດຫວຽດນາມ ຢູ່ລາວ ດ້ວຍຍອດຈຳນວນເງິນລົງທຶນທັງໝົດປະມານ 4,3 ຕື້ໂດລາສະຫະລັດ, ຢືນອັນດັບທີ 3 ໃນຈໍານວນ 54 ປະເທດ ແລະເຂດແຄ້ວນພວມມີການເຄື່ອນໄຫວລົງທຶນຢູ່ລາວ.

ຕົ້ນປີ 2022, ສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາ, ໄຈ້ແຍກກາລະໂອກາດລົງທຶນຢູ່ລາວ ໃຫ້ວິສາຫະກິດຫວຽດນາມ ຮອດປີ 2025, ກຳນົດທິດຮອດປີ 2030; ເພີ່ມທະວີຊຸກຍູ້, ໃຫ້ບູລິມະສິດການລົງທຶນຂອງວິສາຫະກິດຫວຽດນາມ ທີ່ມີກໍາລັງຄວາມສາມາດດ້ານການເງິນ, ວິຊາການເພື່ອລົງທຶນຢູ່ລາວ ໃນຂົງເຂດກະສິກຳສະອາດ, ອຸດສາຫະກຳການປຸງແຕ່ງ, ຜະລິດ, ຂົງເຂດທີ່ມີທ່າແຮງຢູ່ລຽບຕາມຊາຍແດນຫວຽດນາມ-ລາວ, ປະກອບສ່ວນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກໃຫ້ປະຊາຊົນທ້ອງຖິ່ນ.

ໃນປີ 2022, ສອງປະເທດສູ້ຊົນຍົກວົງເງິນການຄ້າໃຫ້ຂຶ້ນສູ່ລະດັບ 10-15% ຕາມເປົ້າໝາຍທີ່ສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະ 2021-2025; ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ແລະປະຊາຊົນຢູ່ເຂດຊາຍແດນສອງປະເທດເພີ່ມທະວີການແລກປ່ຽນດ້ານການຄ້າ.

ນັກຂ່າວ: ປີ 2022 ແມ່ນປີທີ່ມີຄວາມໝາຍສໍາຄັນໃນການພົວພັນຮ່ວມມືລະຫວ່າງຫວຽດນາມ-ລາວ, ລາວ-ຫວຽດນາມ. ສະນັ້ນສອງປະເທດໄດ້ຫັນແຜນການຮ່ວມມືເປັນຄືແນວໃດເພື່ອຜັນຂະຫຍາຍການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຮອບດ້ານສອງປະເທດໃຫ້ມີປະສິດທິຜົນ?

ທ່ານ ຄໍາເຈນ ວົງໂພສີ: ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ມີປະສິດທິຜົນສູງ, ແທດຈິງ, ກາຍເປັນການເຄື່ອນໄຫວຢ່າງຟົດຟື້ນ, ມີຊີວິດຊີວາ, ມີການແຜ່ຂະຫຍາຍຢ່າງກວ້າງຂວາງ ແລະເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ວັນທີ 4 ມີນາ 2022 ຜ່ານມາ,  ຄະນະບໍລິຫານງານສູນກາງພັກ ໄດ້ປະກາດບັນດາເນື້ອໃນສຳຄັນໃນປີ 2022, ເປັນພື້ນຖານໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຄົ້ນຄວ້າ, ຊາບຊຶມ, ຈັດຕັ້ງປະຕິບັດຢ່າງມີໝາກຜົນ, ໃນນັ້ນມີຫຼາຍເນື້ອໃນສຳຄັນ, ຄື: ສືບຕໍ່ເສີມຂະຫຍາຍໝາກຜົນແຫ່ງການຮ່ວມມືທີ່ບັນລຸໄດ້, ກໍ່ຄືໝາກຜົນຂອງການພົບປະລະຫວ່າງສອງກົມການເມືອງ ແລະຜັນຂະຫຍາຍປະຕິບັດໝາກຜົນຂອງກອງປະຊຸມຄັ້ງທີ 44 ຄະນະກຳມະການລະຫວ່າງລັດຖະບານລາວ-ຫວຽດນາມ ໃຫ້ບັນດາຂົງເຂດຂອງກະຊວງ, ຂະແໜງການ ແລະທ້ອງຖິ່ນ; ນອກຈາກນັ້ນ, ສອງຝ່າຍຍັງສົມທົບກັນຈັດຕັ້ງການແລກປ່ຽນຄະນະຜູ້ແທນ; ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດເພື່ອໃຫ້ປີແຫ່ງຄວາມສາມັກຄີລະຫວ່າງສອງປະເທດໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງ ແລະມີຄວາມໝາຍຂຶ້ນຕື່ມ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ເຈິ່ນຮວ່ຽນ