ໃນສະພາບການໂລກ ແລະພາກພື້ນມີການຜັນແປຢ່າງວ່ອງໄວ, ສັບສົນ, ພິເສດແມ່ນພະຍາດໂຄວິດ-19 ພວມສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງຊີວິດການເປັນຢູ່ທຸກດ້ານ.  ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນສືບຕໍ່ໄດ້ຮັບການເພີ່ມທະວີ, ພັດທະນາຢ່າງແຮງ ແລະ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ.

ໃນໄລຍະຜ່ານມາ, ພະຍາດໂຄວິດ-19 ມີການຜັນແປສັບສົນຫຼາຍຢ່າງ, ເຮັດໃຫ້ທັງລາວ ແລະ ຫວຽດນາມ ຕ້ອງສຸມທຸກກໍາລັງເພື່ອຮັບມື. ເຖິງຢ່າງໃດກໍ່ຕາມ, ຄວາມຫຍຸ້ງຍາກອີກເທື່ອໜຶ່ງສະແດງໃຫ້ເຫັນສາຍພົວພັນແບບພິເສດ ບົນຈິດໃຈ “ເຂົ້າເມັດຫັກຜັກເສັ້ນໜຶ່ງກໍ່ແບ່ງປັນກັນ” ລະຫວ່າງສອງປະເທດລາວ-ຫວຽດນາມ ຢ່າງຈະແຈ້ງ. ພິເສດ, ບັນດາທ້ອງຖິ່ນຂອງສອງປະເທດໄດ້ໜູນຊ່ວຍ, ສະໜັບສະໜູນເຊິ່ງກັນ ແລະກັນຢ່າງບໍ່ຢຸດຢັ້ງໃນການສະກັດກັ້ນ, ຕ້ານໂລກລະບາດ ແລະພັດທະນາເສດຖະກິດ - ສັງຄົມ.

ນັບແຕ່ຕົ້ນປີ 2022 ມາຮອດປະຈຸບັນ, ຫຼາຍແຂວງ, ນະຄອນຂອງຫວຽດນາມ ແລະລາວ ໄດ້ຕອບສະໜອງປີສາມັກຄີມິດຕະພາບຫວຽດນາມ - ລາວ 2022 ດ້ວຍການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງ ຄື: ຈັດຕັ້ງການຢ້ຽມຢາມຖາມຂ່າວ ແລະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະເຊັນບົດບັນທຶກການຮ່ວມມື ຫຼາຍສະບັບ.

leftcenterrightdel
ທ່ານ ດິ່ງຕ໊ຽນຢຸງ ເລຂາພັກນະຄອນຮ່າໂນ້ຍ ແລະ ທ່ານ ອານຸພາບ ຕຸນາລົມ ເລຂາພັກນະຄອນຫຼວງວຽງຈັນ ໄດ້ລົງນາມໃນບົດບັນທຶກການຮ່ວມມືລະຫວ່າງນະຄອນຫຼວງຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ. ພາບ: dangcongsan.vn

ອາດເວົ້າໄດ້ວ່າ ນະຄອນ ຮ່າໂນ້ຍ ແມ່ນໜຶ່ງໃນບັນດາທ້ອງຖິ່ນນຳໜ້າ ແລະຍາມໃດກໍ່ສະຫງວນບຸລິມະສິດສູງໃນການພັດທະນາການພົວພັນມິດຕະພາບ,  ການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ, ພິເສດແມ່ນນະຄອນຫຼວງວຽງຈັນ. ໃນການຢ້ຽມຢາມ ແລະເຮັດວຽກຢູ່ລາວ ໃນຕົ້ນເດືອນເມສາ ຜ່ານມາ, ທ່ານ ດິ່ງຕ໊ຽນຢຸງ, ກໍາມະການກົມການເມືອງ, ເລຂາພັກນະຄອນຮ່າໂນ້ຍ ໄດ້ເນັ້ນໜັກເຖິງການພົວພັນຮ່ວມມືລະຫວ່າງສອງນະຄອນຫຼວງ ເວົ້າສະເພາະ ແລະລະຫວ່າງຮ່າໂນ້ຍ ກັບບັນດາທ້ອງຖິ່ນຂອງລາວ ເວົ້າລວມ ໄດ້ຮັບການຮັດແໜ້ນຢ່າງບໍ່ຢຸດຢັ້ງ ແລະພັດທະນາຮອບດ້ານໃນທຸກຊ່ອງທາງ, ດ້ວຍຫຼາຍໂຄງການທີ່ມີປະສິດທິຜົນໃນຫຼາຍຂົງເຂດ ຄື: ເສດຖະກິດ, ການທະຫານ, ສາທາລະນະສຸກ, ການສຶກສາ, ການພົບປະແລກປ່ຽນ ປະຊາຊົນ...

ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນນະຄອນຫຼວງຮ່າໂນ້ຍ ຍາມໃດກໍ່ເຄົາລົບ, ເອກອ້າງທະນົງໃຈ ແລະມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອປັບປຸງ ແລະພັດທະນາສາຍພົວພັນແບບພິເສດ, ບໍລິສຸດຜຸດຜ່ອງທີ່ມີຕໍ່ພັກ ປະຊາຊົນ ປະຕິວັດ ລາວ ແລະປະຊາຊົນລາວ ກໍ່ຄືອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາທ້ອງຖິ່ນຂອງລາວ ໂດຍສະເພາະແມ່ນນະຄອນຫຼວງວຽງຈັນ.

ແຂວງເຊກອງ (ພາກໃຕ້ຂອງລາວ) ແລະ ແຂວງກວ໋າງນາມ (ຫວຽດນາມ) ເປັນສອງແຂວງແຮກສ່ຽວ, ມີມູນເຊື້ອສາມັກຄີ, ສະໜິດຕິດແໜ້ນມາແຕ່ດົນນານ, ສອງຝ່າຍໄດ້ພ້ອມກັນສ້າງສາຍພົວພັນອັນສະໜິດແໜ້ນ, ຍາມໃດກໍ່ຄຽງບ່າຄຽງໄຫຼ່, ແບ່ງປັນຂໍ້ມູນຂ່າວສານ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນທຸກດ້ານຢ່າງທັນການ, ພ້ອມກັນປົກປັກຮັກສາອະທິປະໄຕເຂດຊາຍແດນທີ່ມີລວງຍາວກວ່າ 170 ກິໂລແມັດ. ເພື່ອຕອບສະໜອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ດ້ວຍເນື້ອໃນ ແລະຄວາມໝາຍອັນເລິກເຊິ່ງຫຼາຍຢ່າງ, ອໍານາດການປົກຄອງແຂວງເຊກອງ ໄດ້ກະກຽມຫຼາຍກິດຈະກຳເພື່ອສະເຫຼີມສະຫຼອງ 2 ວັນບຸນສຳຄັນຂອງ ລາວ ແລະຫວຽດນາມ ຄື: 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ - ລາວ.

ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ ໃຫ້ຮູ້ວ່າ: ເພື່ອກະກຽມໃຫ້ແກ່ການເຄື່ອນໄຫວສະເຫຼີມສະຫຼອງສອງເຫດການສໍາຄັນຂອງສອງປະເທດ ລາວ-ຫວຽດນາມ, ແຂວງເຊກອງ ຈະຜັນຂະຫຍາຍໜ້າທີ່ຢ່າງເປັນລະບົບ ຄື: ສ້າງຕັ້ງຄະນະກໍາມະການຮັບຜິດຊອບຂັ້ນແຂວງ; ຈັດກອງປະຊຸມວິສາຫະກິດແຂວງກວ໋າງນາມ ລົງທຶນຢູ່ແຂວງເຊກອງ...

ໃນຫຼາຍປີຜ່ານມາ, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ບໍ່ພຽງແຕ່ຢຸດຕິຢູ່ທຸກຂັ້ນເທົ່ານັ້ນ, ຫາກຫຼາຍຄະນະ, ຂະແໜງການຂອງທ້ອງຖິ່ນຕ່າງໆກໍ່ໄດ້ແລກປ່ຽນ ແລະໜູນຊ່ວຍເຊິ່ງກັນ ແລະກັນເປັນປະຈຳ ອີກດ້ວຍ. ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງບໍລິຄຳໄຊ ແມ່ນໜຶ່ງໃນບັນດາຄະນະ, ຂະແໜງການທ້ອງຖິ່ນຂອງລາວ ທີ່ໄດ້ຮັບການຊ່ວຍເຫຼືອອັນລ້ຳຄ່າຈາກ ຫວຽດນາມ ໃນຂົງເຂດຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ. ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ແຂວງເງະອານ ໄດ້ເປີດຊຸດອົບຮົມວິຊາການ, ບໍາລຸງສ້າງເຕັກນິກວິທະຍຸກະຈາຍສຽງ-ໂທລະພາບໃຫ້ແກ່ແຂວງ. ໂດຍເປັນແຂວງທີ່ມີຊາຍແດນຕິດກັບແຂວງເງະອານ ຂອງຫວຽດນາມ, ພວກຂ້າພະເຈົ້າ ໄດ້ຜັນຂະຫຍາຍການເຄື່ອນໄຫວພົບປະແລກປ່ຽນ ແລະຝຶກອົບຮົມແລກປ່ຽນບົດຮຽນກ່ຽວກັບວຽກງານໂຄສະນາ ແລະກໍານົດທິດຫາງສຽງເປັນປະຈໍາ. ແຂວງເງະອານ ບໍ່ພຽງແຕ່ໜູນຊ່ວຍພວກຂ້າພະເຈົ້າທາງດ້ານຈິດໃຈເທົ່ານັ້ນ, ຫາກຍັງຊ່ວຍເຫຼືອ ແລະໜູນຊ່ວຍພວກຂ້າພະເຈົ້າດ້ານວັດຖຸດ້ວຍຈຳນວນເງິນຂຶ້ນເຖິງຫຼາຍຮ້ອຍລ້ານດົ່ງອີກດ້ວຍ.

ອາດເວົ້າໄດ້ວ່າ ປີ 2022 ແມ່ນປີທີ່ມີຄວາມໝາຍສຳຄັນຕໍ່ສອງພັກ, ສອງລັດ ກໍ່ຄືປະຊາຊົນສອງປະເທດຫວຽດນາມ - ລາວ, ແມ່ນໂອກາດເພື່ອພ້ອມກັນຫວນຄືນມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ນັບແຕ່ໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດ ຈົນຮອດໄລຍະແຫ່ງການສ້າງສາ ແລະພັດທະນາປະເທດຊາດ. ຫວັງວ່າບັນດາທ້ອງຖິ່ນຂອງສອງປະເທດ ຈະຜັນຂະຫຍາຍຫຼາຍກິດຄະກໍາຢ່າງແທດຈິງ, ມີປະສິດທິຜົນເຖິງພະນັກງານ, ພາລະກອນທຸກຖ້ວນໜ້າ ແລະ ທົ່ວປວງຊົນ, ພິເສດແມ່ນລຸ້ນໜຸ່ມ, ເພື່ອເຂົ້າໃຈຢ່າງຖືກຕ້ອງ, ເລິກເຊິ່ງກວ່າອີກກ່ຽວກັບສາຍພົວພັນແບບພິເສດລະຫວ່າງຫວຽດນາມ ແລະ ລາວ.

ໂດຍ: ທະນາພອນ