ພ້ອມກັບບັນດາຜົນງານສໍາຄັນທີ່ບັນລຸໄດ້ໃນບັນດາຂົງເຂດ, ແຂວງເຊີນລາ ໄດ້ ແລະກໍາລັງສຸມໃສ່ຮ່ວມມືດ້ານການສຶກສາ ແລະບໍາລຸງສ້າງ. ໃນນັ້ນ, ພົ້ນເດັ່ນແມ່ນວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ບັນດາແຂວງພາກເໜືອລາວ ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ.

leftcenterrightdel
ຄະນະກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດ ແລະສະຖານທູດແຫ່ງ ສປປ ລາວ ປະຈໍາ ຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ນັກສຶກສາລາວ ຮຽນຢູ່ແຂວງເຊີນລາ. ພາບ: nhandan.vn

ໃນຫຼາຍປີຜ່ານມາ, ເສີມຂະຫຍາຍການພົວພັນແບບພິເສດຫວຽດນາມ-ລາວ ເປັນຢ່າງດີ ແລະເງື່ອນໄຂທໍາມະຊາດ, ສັງຄົມ, ແຂວງເຊີນລາ ໄດ້ເພີ່ມທະວີການພົວພັນມິດຕະພາບ, ຮ່ວມມືຮອບດ້ານເປັນຢ່າງດີ, ພິເສດແມ່ນໃນການເຄື່ອນໄຫວຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ 9 ແຂວງພາກເໜືອລາວ.

leftcenterrightdel
ພິທີສະຫຼຸບຊຸດຮຽນພາສາຫວຽດ ໃຫ້ນັກສຶກສາລາວ K19. ພາບ: nhandan.vn

ຫັນແຜນນະໂຍບາຍສອງປະເທດເປັນລະອຽດ

ທ່ານ ຫງວຽນຮຸຍຮວ່າງ ຫົວໜ້າພະແນກສຶກສາ ແລະກໍ່ສ້າງແຂວງເຊີນລາ, ໃຫ້ຮູ້ວ່າ: ແຂວງເຊີນລາ ໄດ້ມີຫຼາຍມາດຕະການ, ລາຍການ, ແຜນການໃນການຫັນແຜນນະໂຍບາຍຂອງພັກ, ລັດເປັນລະອຽດກ່ຽວກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ປະເທດເພື່ອນລາວ. ພ້ອມທັງ, ປະຕິບັດການເຊັນບົດບັນທຶກລະຫວ່າງແຂວງເຊີນລາ ແລະບັນດາແຂວງພາກເໜືອລາວນັບແຕ່ປີ 1969, ແຂວງເຊີນລາ ໄດ້ຊ່ວຍບັນດາແຂວງເພື່ອນບຳລຸງສ້າງຝຶກອົບຮົມພະນັກງານ.

ມາຮອດປະຈຸບັນ, ແຂວງເຊີນລາ ໄດ້ຊ່ວຍບັນດາແຂວງພາກເໜືອລາວ ບຳລຸງສ້າງພະນັກງານ, ນັກຮຽນ, ນັກສຶກສາຫຼາຍພັນຄົນຜ່ານບັນດາຮາກຖານສຶກສາໃນບໍລິເວນແຂວງເຊີນລາ. ພ້ອມກັນນັ້ນແຂວງເຊີນລາ ຍັງປະກາດໃຊ້ນະໂຍບາຍໜູນຊ່ວຍນັກສຶກສາລາວ ໃນໄລຍະຮ່ໍາຮຽນຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລ ແລະໂຮງຮຽນຊັ້ນກາງຢູ່ບໍລິເວນ.

leftcenterrightdel
ສະພາກາແດງໂຮງຮຽນວິທະຍາໄລເຊີນລາ ມອບຂອງຂວັນໃຫ້ນັກສຶກສາລາວ. ພາບ: nhandan.vn

ນັບແຕ່ປີ 2015 ມາຮອດປະຈຸບັນ, ໄດ້ມີນັກສຶກສາລາວເກືອບ 3.000 ຄົນທີ່ຮໍ່າຮຽນຢູ່ແຂວງເຊີນລາ. ໃນນັ້ນມີນັກສຶກສາລາວເກືອບ 2.000 ຄົນໄດ້ຮຽນຈົບຫຼັກສູດກັບເມືອປະເທດ. ປະຈຸບັນມີນັກສຶກສາກວ່າ 800 ຄົນກໍາລັງຮໍ່າຮຽນຢູ່ມະຫາວິທະຍາໄລເຕີຍບັກ, ວິທະຍາໄລເຊີນລາ... ນອກຈາກນັ້ນຍັງມີພະນັກງານກວ່າ 600 ຄົນຂອງບັນດາແຂວງພາກເໜືອລາວ ຍັງມາຮຽນພາສາຫວຽດ ແລ້ວກັບເມືອເຮັດວຽກຢູ່ປະເທດ.

ແຕ່ບັນດາແຜນນະໂຍບາຍລວມຂອງສອງປະເທດ, ບັນດານັກສຶກສາລາວ ກ່ອນເຂົ້າຮຽນຢູ່ເຊີນລາ ຖ້າຍັງບໍ່ທັນຮູ້ພາສາຫວຽດ ຈະໄດ້ກຽມພາສາຫວຽດ ໃນເວລາ 1 ປີຢູ່ວິທະຍາໄລເຊີນລາ ແລະມະຫາວິທະຍາໄລເຕີຍບັກ ໄດ້ອອກໃບຢ້ັງຢືນພາສາຫວຽດ ໃຫ້ຄົນຕ່າງປະເທດ.

ຫຼັງຈາກນັ້ນ, ບັນດານັກສຶກສາລາວ ຈະໄດ້ເຂົ້າຮຽນພ້ອມກັບນັກສຶກສາຫວຽດນາມ ຕາມຂະແໜງການ ແລະຫຼັກສູດການຮຽນຂອງບັນດາຮາກຖານສຶກສາເປັນພາສາຫວຽດ ຢູ່ທັງລະດັບປະລິນຍາໂທ, ປະລິນຍາຕີ, ວິທະຍາໄລ ແລະຊັ້ນກາງທີ່ໄດ້ລົງທະບຽນ.

ໝາກຜົນແຫ່ງນໍ້າໃຈໄມຕີຈິດມິດຕະພາບ

ວິທະຍາໄລເຊີນລາ ແມ່ນໂຮງຮຽນທີ່ມີປະສົບການຫຼາຍສອນພາສາຫວຽດ ແລະຫຼາຍຂະແໜງການໃຫ້ນັກສຶກສາບັນດາແຂວງພາກເໜືອລາວ, ປະຈຸບັນມີນັກສຶກສາລາວ 200 ຄົນກໍາລັງຮຽນພາສາຫວຽດ ແລະຂະແໜງການຢູ່ໂຮງຮຽນ. ເພື່ອຮັບປະກັນຄຸນນະພາບການສຶກສາ, ທາງໂຮງຮຽນໄດ້ດັດແປງ, ສ້າງຫຼັກສູດການຮຽນຕາມຄວາມຕ້ອງການຂອງກະຊວງສຶກສາ ແລະກໍ່ສ້າງ ຢ່າງບໍ່ຢຸດຢັ້ງ, ຊ່ວຍນັກສຶກສາລາວ ພາຍຫຼັງຮຽນຈົບຫຼັກສູດພາສາຫວຽດ ສາມາດຟັງ, ເວົ້າ, ອ່ານ, ຂຽນ ໄດ້. ຜ່ານນັ້ນ ຮັບປະກັນໃຫ້ພວກນ້ອງມີມາດຖານຄົບເພື່ອເຂົ້າຮ່ວມບັນດາຫຼັກສູດບຳລຸງສ້າງຢູ່ໂຮງຮຽນ ແລະບັນດາມະຫາວິທະຍາໄລ, ວິທະຍາໄລ, ໂຮງຮຽນຊັ້ນກາງຢູ່ບໍລິເວນ.

ທ່ານ ຫງວຽນຊວນຖັ໊ງ ຮອງອະທິການບໍດີ ວິທະຍາໄລເຊີນລາ ໃຫ້ຮູ້ຕື່ມອີກວ່າ ໂຮງຮຽນຍາມໃດກໍ່ເອົາໃຈໃສ່ເປັນສໍາຄັນຕໍ່ການຍົກສູງຄຸນນະພາບຂອງຖັນແຖວຄູອາຈານ, ຄັດເລືອກຄູອາຈານທີ່ມີປະສົບການເພື່ອຊ່ວຍນັກສຶກສາລາວ ຮຽນແຕ່ບົດທໍາອິດ.

leftcenterrightdel
ນັກສຶກສາລາວ ເຂົ້າຮ່ວມການເຄື່ອນໄຫວສິລະປະຢູ່ໂຮງຮຽນວິທະຍາໄລເຊີນລາ. ພາບ: nhandan.vn

ພ້ອມກັນນັ້ນກໍ່ມີຫຼາຍມາດຕະການ, ຫຼັກສູດທີ່ສອດຄ່ອງໃນການປະກອບພາຫະນະເຕັກນິກທັນສະໄໝເພື່ອໜູນຊ່ວຍໃນການສິດສອນ, ສະໜອງໃຫ້ບັນດານັກສຶກສາມີເອກະສານຄົບທີ່ກ່ຽວຂ້ອງໃນລະບົບຫໍສະໝຸດເອເລັກໂຕນິກຂອງໂຮງຮຽນ... ເຊິ່ງແມ່ນໂຮງຮຽນມີນັກສຶກສາລາວກວ່າ 400 ຄົນ, ມະຫາວິທະຍາໄລເຕີຍບັກ ຍາມໃດກໍ່ກໍານົດວຽກງານບຳລຸງສ້າງນັກສຶກສາລາວ ແມ່ນໜ້າທີ່ສໍາຄັນ, ໂຮງຮຽນຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ພວກນ້ອງຮໍ່າຮຽນ. ມະຫາວິທະຍາໄລເຕີຍບັກ ໄດ້ມີຫໍພັກໃຫ້ພວກນ້ອງຢູ່ຕ່າງຫາກໂດຍບໍ່ເສຍຄ່າ, ເຮັດບັດນັກສຶກສາ, ບັດຫໍສະໝຸດ, ບັດປະກັນສຸຂະພາບ, ກວດກາສຸຂະພາບຢ່າງເປັນປະຈໍາ. ພ້ອມທັງ ໄດ້ຮັບເບ້ຍລ້ຽງສົ່ງເສີມຖ້າມີຜົນໃນການຮ່ຳຮຽນ ແລະຝຶກຝົນດີເດັ່ນ.

ບັນດາຜົນງານທີ່ກ່າວມາຂ້າງເທິງນັ້ນໄດ້ ແລະກໍາລັງສືບຕໍ່ຢັ້ງຢືນຄຸນນະພາບການສຶກສາຂອງບັນດາມະຫາວິທະຍາໄລ, ວິທະຍາໄລຢູ່ບໍລິເວນແຂວງເຊີນລາ, ປະກອບສ່ວນຮັດແໜ້ນສາຍພົວພັນສາມັກຄີມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ ແລະສາຍພົວພັນສາມັກຄີ, ຮ່ວມມືມິດຕະພາບລະຫວ່າງແຂວງເຊີນລາ ກັບບັນດາແຂວງພາກເໜືອລາວ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ໂດຍ: ໄຊນີດາ