ທີ່ບັນດາການຕ້ອນຮັບ, ສະຫາຍ ຫງວຽນຈ້ອງເຫງ້ຍ ອວຍພອນບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານທີ່ມີຄວາມໝາຍປະຫວັດສາດ ເຊິ່ງ ລາວ ຍາດມາໄດ້ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່ ແລະບັນດາໝາກຜົນສຳຄັນພາຍຫຼັງຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເປັນເວລາກວ່າ 1 ປີ. ພ້ອມທັງຢັ້ງຢືນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ສະໜັບສະໜູນກິດຈະການປ່ຽນແປງໃໝ່ຮອບດ້ານຂອງລາວ.

ບັນດາສະຫາຍການນຳພັກ, ລັດ ລາວ ສະເໜີສອງປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນບັນດາບັນຫາທິດສະດີ ແລະພຶດຕິກຳຕົວຈິງຂອງການຮ່ວມມືກໍ່ສ້າງພະນັກງານ; ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນໃນວຽກງານກໍ່ສ້າງພັກ ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ; ສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງບັນດາການເຄື່ອນໄຫວແທດຈິງ, ມີຄວາມໝາຍດ້ວຍເນື້ອໃນເລິກເຊິ່ງ, ເໝາະສົມ ແລະມີກຳລັງແຜ່ຂະຫຍາຍເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2022.

leftcenterrightdel
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບສະຫາຍ ຫງວຽນຈ້ອງເຫງ້ຍ ຢູ່ສຳນັກງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ໃນຕອນບ່າຍວັນທີ 25 ເມສາ. ພາບ: ຊວນເຊີນ. 

ບັນດາການນຳພັກ, ລັດລາວ ໃຫ້ຮູ້ວ່າ ຈະຊີ້ນຳບັນດາຄະນະ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງລາວ ເອົາໃຈໃສ່ເຖິງບັນດາປູຊະນີຍະສະຖານປະຫວັດສາດ, ສັນຍາລັກແຫ່ງການພົວພັນຂອງສອງປະເທດ, ຄື: ປູຊະນີຍະສະຖານສາຍພູຫຼວງຕາເວັນຕົກ, ທາງໂຮ່ຈິມິນ, ຖືນີ້ແມ່ນສັນຍາລັກ, ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ການພົວພັນສາມັກຄີຫວຽດນາມ-ລາວ. ສ່ວນທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ເນັ້ນໜັກວ່າ ກະຊວງປ້ອງກັນປະເທດລາວ ພວມມີແຜນການສົມທົບກັບກະຊວງປ້ອງກັນປະເທດ ແລະບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ເພື່ອສ້າງຮູບເງົາເອກະສານກ່ຽວກັບປູສະນີຍະສະຖານປະຫວັດສາດນີ້.

ໂດຍ: ສົມເພັດ