ພວກຂ້າພະເຈົ້າໄດ້ໄປປະຕິບັດງານຢູ່ບ້ານຄັງວຽງ, ເມືອງໝອກ, ແຂວງຊຽງຂວາງ, ປະເທດລາວ. ໃນທ່າມກາງທັດສະນີຍະພາບເຂດພູຜາປ່າດົງ ທີ່ໃຫຍ່ໂຕມະໂຫຖານ, ເມື່ອເຫັນປະຈັກຕາທົ່ງຂີ້ໝີ້ນທີ່ສົດໃຕ້ແສງແດດ ແລະສາຍລົມຜັດກໍ່ຮູ້ສຶກວ່າສະຫວາດສະເຫວີຍ. ທ່ານພັນໂທ ຫງວຽນວັນບຽນ, ຫົວໜ້າກອງພື້ນຖານຄັງວຽງ (ບໍລິສັດພັດທະນາແຖບພູດອຍຈໍາກັດຜູ້ດຽວ) ໃຫ້ຮູ້ວ່າ ນີ້ແມ່ນເຂດປູກຂີ້ໝີ້ນເພື່ອສະໜອງໃຫ້ໂຮງງານປຸງແຕ່ງທາດແປ້ງຂີ້ໝີ້ນຂອງບໍລິສັດ.

ຜ່ານການໂອ້ລົມກັບພັນໂທ ຫງວຽນວັນບຽນ, ພວກຂ້າພະເຈົ້າໄດ້ຮູ້ວ່າ ປີ 2017 ບໍລິສັດໄດ້ນໍາເອົາແນວຂີ້ໝີ້ນຈາກຫວຽດນາມ ໄປຊ່ວຍ 10 ຄອບຄົວຢູ່ບ້ານທົ່ງເປີ້ ເພື່ອປູກທົດລອງຂີ້ໝີ້ນ 10 ເຮັກຕາ ແນໃສ່ຕີລາຄາສະມັດຕະພາບ, ຄຸນນະພາບຫົວຂີ້ໝີ້ນ. ພາຍຫຼັງການປູກທົດລອງ, ເຫັນວ່າຕົ້ນຂີ້ໝີ້ນພັດທະນາໄດ້ດີ, ບັນລຸສະມັດຕະພາບ, ຄຸນນະພາບສູງ, ບໍລິສັດໄດ້ຜັນຂະຫຍາຍເນື້ອທີ່ປູກຢ່າງກວ້າງຂວາງໃນ 6 ບ້້ານຢູ່ເມືອງໝອກ. ພາຍຫຼັງການປະຕິບັດເປັນເວລາ 5 ປີ, ບໍລິສັດໄດ້ຂະຫຍາຍເຂດວັດຖຸດິບຂຶ້ນກວ່າ 46 ເຮັກຕາ, ດຶງດູດ 137 ຄອບຄົວເຂົ້າຮ່ວມ, ຜົນປະກົດວ່າແຕ່ລະປີເກັບກ່ຽວຫົວຂີ້ໝີ້ນໄດ້ 500 ກວ່າຕົນ. ເພື່ອຮັບປະກັນການເກັບຊື້ໃຫ້ແກ່ປະຊາຊົນ, ບໍລິສັດໄດ້ກໍ່ສ້າງໂຮງງານປຸງແຕ່ງແປ້ງຂີ້ໝີ້ນຢູ່ໃນບໍລິເວນ. ໂຄງການປູກຕົ້ນຂີ້ໝີ້ນໄດ້ສ້າງວຽກເຮັດງານທໍາ ແລະລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນລາວ ໃນບໍລິເວນແຕ່ 13-15 ລ້ານກີບ/ເຮັກຕາ/ປີ.

ໂດຍໄດ້ຮັບການຊ່ວຍເຫຼືອ, ການແນະນໍາຈາກກອງພື້ນຖານຄັງວຽງ,  ຄອບຄົວອ້າຍ ໄມ້ດີ ຢູ່ບ້ານຄັງວຽງ, ເມືອງໝອກ ໄດ້ນໍາເອົາຕົ້ນຂີ້ໝີ້ນກາຍເປັນຕົ້ນປູກເປັນສິນຄ້າ ແລະບືນຕົວຂຶ້ນສ້າງຄວາມຮັ່ງມີ. ດ້ວຍເນື້ອທີ່ປູກຕົ້ນຂີ້ໝີ້ນ 3,5 ເຮັກຕາ ໄດ້ຊ່ວຍໃຫ້ຄອບຄົວອ້າຍ ໄມ້ດີ ມີລາຍຮັບເປັນປົກກະຕິ ແຕ່ 40-50 ລ້ານກີບ/ປີ.

leftcenterrightdel
ພະນັກງານບໍລິສັດພັດທະນາແຖບພູດອຍຈໍາກັດຜູ້ດຽວ ໄປກວດກາໄຮ່ຂີ້ໝີ້ນຢູູ່ບ້ານທົ່ງມີໄຊ, ເມືອງວຽງທອງ, ແຂວງບໍລິຄໍາໄຊ, ປະເທດລາວ. ພາບ: qdnd.vn.

ທ່ານພັນເອກພິເສດ ຖ໊າຍຫງອກເທ໊, ຜູ້ອໍານວຍການບໍລິສັດພັດທະນາແຖບພູດອຍຈໍາກັດຜູ້ດຽວ ໃຫ້ຮູ້ວ່າ, ໂດຍປະຕິບັດໜ້າທີ່ຜະລິດ, ດໍາເນີນທຸລະກິດສົມທົບກັບການຊ່ວຍເຫຼືອເພື່ອນມິດພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກໃນບໍລິເວນເຂດຫ່າງໄກສອກຫຼີກ... ເຖິງຢ່າງໃດກໍ່ຕາມ, ໂດຍຜ່ານຜ່າຄວາມຫຍຸ້ງຍາກດ້ວຍຈິດໃຈ “ຊ່ວຍເພື່ອນມິດແມ່ນຊ່ວຍຕົນເອງ”, ບໍລິສັດ ໄດ້ປະຕິບັດຫຼາຍຮູບແບບ, ໂຄງການ ເພື່ອຊ່ວຍເຫຼືອປະຊາຊົນທ້ອງຖິ່ນຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ. ພັນເອກພິເສດ ຖ໊າຍຫງອກເທ໊ ແບ່ງປັນວ່າ: “ປັດຈຸບັນ, ບໍລິສັດພວມມອບໃຫ້ 21 ຄອບຄົວ ປູກ ແລະຂຸດຄົ້ນຢາງພາລາ 95 ເຮັກຕາ. ພວກຂ້າພະເຈົ້າ ໄດ້ຜັນຂະຫຍາຍຫຼາຍໂຄງການສົ່ງເສີມການກະເສດ, ສົ່ງເສີມການປ່າໄມ້. ຫວ່າງແລ້ວນີ້, ບໍລິສັດໄດ້ກໍ່ສ້າງຮູບແບບກ້າເບ້ຍແນວພັນພືດ, ແນວພັນສັດລ້ຽງ, ສະໜອງງົວ, ໝູກວ່າ 100 ໂຕ ແລະແນວພັນພືດນັບພັນຕົ້ນ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນນັບຮ້ອຍຄອບຄົວ ດ້ວຍລາຍຮັບສະເລ່ຍແຕ່ 8-12 ລ້ານກີບ/ປີ”.

ທ່ານ ບຸນຈັນ ສີວົງພັນ, ເລຂາພັກແຂວງ, ເຈົ້າແຂວງໆຊຽງຂວາງ ເນັ້ນໜັກວ່າ: “ພວກຂ້າພະເຈົ້າຕີລາຄາສູງບົດບາດ ແລະປະສິດທິຜົນຈາກບັນດາໂຄງການຂອງບໍລິສັດພັດທະນາແຖບພູດອຍຈໍາກັດຜູ້ດຽວ ທີ່ໄດ້ ແລະພວມຜັນຂະຫຍາຍຢູ່ທ້ອງຖິ່ນ. ໃນໄລຍະຜ່ານມາ, ບໍລິສັດຍັງຕັ້ງໜ້າຊ່ວຍເຫຼືອທ້ອງຖິ່ນສ້ອມແປງ, ຍົກລະດັບກຸ່ມບ້ານ, ລະບົບທາງຄົມມະນາຄົມ, ຊົນລະປະທານ, ນໍ້າສະອາດ, ກໍ່ສ້າງໂຮງຮຽນຕ່າງໆ; ຈັດການກວດ ແລະປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນ; ໜູນຊ່ວຍວັດຖຸໃຫ້ແກ່ໂຮງຮຽນ...; ໜູນຊ່ວຍ ແລະຊ່ວຍເຫຼືອພວກຂ້າພະເຈົ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ...  ສິ່ງດັ່ງກ່າວປະກອບສ່ວນສ້າງວຽກເຮັດງານທໍາ, ຊ່ວຍພໍ່ແມ່ປະຊາຊົນພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງກຸ່ມບ້ານໃຫ້ປອດໄພ, ໝັ້ນຄົງເຂັ້ມແຂງ”.

ໂດຍ: ທູຈາງ