ຜັນຂະຫຍາຍຫຼາຍການເຄື່ອນໄຫວຢ່າງມີປະສິດທິຜົນ, ແທດຈິງ

ທ່ານນາງ ເຈິ່ນທິຮົ່ງລານ ຮອງຫົວໜ້າກົມນໍາໃຊ້ ແລະພັດທະນາເຕັກໂນໂລຢີ (ກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ) ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ສອງຝ່າຍໄດ້ແລກປ່ຽນ, ຮ່ວມມືຄົ້ນຄວ້າ ກໍ່ຄືຮ່ວມມື, ລົງທຶນໃນຂົງເຂດວິທະຍາສາດ-ເຕັກໂນໂລຢີ ແລະການປ່ຽນແປງໃໝ່ປະດິດຄິດສ້າງລະຫວ່າງບັນດາກະຊວງ, ຂະແໜງການ, ວິສາຫະກິດ, ສາຖາບັນຄົ້ນຄວ້າ ແລະໂຮງຮຽນມະຫາວິທະຍາໄລຂອງສອງປະເທດ, ສຸມໃສ່ນໍາວິທະຍາສາດ, ເຕັກໂນໂລຢີກາຍເປັນກໍາລັງໜູນ, ຂໍກະແຈ ແລະເສົາຄໍ້າທີ່ເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ.

ພົ້ນເດັ່ນແມ່ນໃນສະພາບການພະຍາດໂຄວິດ-19 ຜັນແປຢ່າງສັບສົນ, ເພື່ອແນໃສ່ຍູ້ແຮງການຮ່ວມມືສອງຝ່າຍຫວຽດນາມ-ລາວ, ກໍ່ຄືຊຸກຍູ້ການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີລະຫວ່າງສອງປະເທດ, ເດືອນສິງຫາ ປີ 2021 ໄດ້ດໍາເນີນພິທີເຊັນບົດບັນທຶກຊ່ວຍຈໍາຮ່ວມມືຜ່ານລະບົບທາງໄກລະຫວ່າງມະຫາວິທະຍາໄລກືວລອງ (ຫວຽດນາມ) ແລະກົມເຕັກໂນໂລຢີ ແລະປ່ຽນແປງໃໝ່ (ກະຊວງເຕັກໂນໂລຢີ ແລະການສື່ສານລາວ). ຕາມບົດບັນທຶກທີ່ໄດ້ເຊັນ, ສອງຝ່າຍປະຕິບັດການຖ່າຍທອດເຕັກໂນໂລຢີ; ໜູນຊ່ວຍກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ການເຄື່ອນໄຫວກ່ຽວກັບວິທະຍາສາດເຕັກນິກ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະການສື່ສານ...

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ນອກຈາກນັ້ນ, ປີ 2021, ຍ້ອນສະພາບການພະຍາດໂຄວິດ-19, ສອງຝ່າຍຈຶ່ງໄດ້ຈັດຕັ້ງກອງປະຊຸມຜ່ານລະບົບທາງໄກລະຫວ່າງສອງຈຸດເຊື່ອມຕໍ່ ຮ່າໂນ້ຍ ແລະ ວຽງຈັນ ເພື່ອແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຜັນຂະຫຍາຍລາຍການອຸປະຖໍາ, ໜູນຊ່ວຍຂອງກອງທຶນພັດທະນາວິທະຍາສາດ ແລະເຕັກໂນໂລຢີລາວ (FOSTED) ແລະຝຶກອົບຮົມໃຫ້ພະນັກງານ FOSTED ກ່ຽວກັບການສ້າງຂໍ້ກໍານົດຄຸ້ມຄອງ ແລະຈັດຕັ້ງປະຕິບັດການອຸປະຖໍາວິທະຍາສາດ ແລະເຕັກໂນໂລຢີ...

ນັບແຕ່ກອງປະຊຸມ ຄັ້ງທີ 4 ຄະນະກໍາມະການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ ຫວຽດນາມ-ລາວ, ສອງຝ່າຍບັນລຸໄດ້ບາງຜົນງານທີ່ພົ້ນເດັ່ນກ່ຽວກັບການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ, ພ້ອມທັງຖືເປັນສໍາຄັນ ແລະຕີລາຄາສູງການເຄື່ອນໄຫວຮ່ວມມືຄົ້ນຄວ້າລວມລະຫວ່າງກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ແລະກະຊວງວິທະຍາສາດ ແລະເຕັກໂນໂລຢີລາວ, ຊ່ວຍຍົກສູງກຳລັງຄວາມສາມາດໃຫ້ບັນດາອົງການວິທະຍາສາດ ແລະເຕັກໂນໂລຢີລາວ.

ສືບຕໍ່ຊຸກຍູ້ການຮ່ວມມືຮອບດ້ານ

ໃນໄລຍະຜ່ານມາ, ດ້ວຍການຫັນປ່ຽນຮູບແບບເຕີບໂຕໂດຍອີງໃສ່ການປ່ຽນແປງໃໝ່ປະດິດຄິດສ້າງ, ຍົກສູງສະມັດຕະພາບ, ຄ່ອຍໆຫຼຸດຜ່ອນການອີງໃສ່ຊັບພະຍາກອນທຳມະຊາດ ແລະແຫຼ່ງແຮງງານລາຄາຖືກ, ເສດຖະກິດຫວຽດນາມ ໄດ້ມີບາດກ້າວພັດທະນາຢ່າງປະທັບໃຈ. ກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດຂອງຫວຽດນາມ ກໍ່ເພີ່ມລະດັບຢ່າງຕໍ່ເນື່ອງ, ດັດຊະນີຄວາມໄວ້ວາງໃຈແຫ່ງຊາດຈາກສະຖຽນລະພາບເພີ່ມຂຶ້ນຢ່າງຕັ້ງໜ້າ.

ຜ່ານການພັດທະນາ, ການເຕີບໂຕຂອງຫວຽດນາມ ໃນໄລຍະຜ່ານມາໄດ້ປະກອບສ່ວນເຂົ້າໃນການປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ກວ່າອີກ, ພ້ອມທັງຮັບຮູ້ຄວາມມານະພະຍາຍາມຂອງສອງຝ່າຍໃນການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ. ນອກຈາກນັ້ນ, ສອງຝ່າຍສືບຕໍ່ຮັກສາ ແລະຊອກຫາກາລະໂອກາດເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນເພື່ອຜັນຂະຫຍາຍຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງກົມກອງທີ່ກ່ຽວຂ້ອງຂອງສອງກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ແລະລາວ.

ລາຍການຮ່ວມມືລະຫວ່າງຄະນະພັກກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ແລະກະຊວງວິທະຍາສາດ ແລະເຕັກໂນໂລຢີລາວ ໄດ້ສຸມໃສ່ການສ້າງກົນໄກຈຸດສຸມເປັນປະຈໍາ, ແລກປ່ຽນຂໍ້ມູນຂ່າວສານທີ່ຈໍາເປັນ ແລະກ່ຽວຂ້ອງເຖິງການຮ່ວມມືດ້ານວຽກງານພັກ ແລະອົງການຈັດຕັ້ງມະຫາຊົນເພື່ອແບ່ງປັນບົດຮຽນເຄື່ອນໄຫວ, ຜົນງານຂອງແຕ່ລະຝ່າຍທີ່ບັນລຸໄດ້ໃນການກໍ່ສ້າງລະບົບການເມືອງ, ຍ້ອນວ່າການສ້າງລະບົບການເມືອງໃຫ້ໝັ້ນຄົງເຂັ້ມແຂງແມ່ນພື້ນຖານທີ່ໜັກແໜ້ນເພື່ອປະຕິບັດໜ້າທີ່ວິຊາສະເພາະ, ໜ້າທີ່ການເມືອງຂອງແຕ່ລະຝ່າຍເປັນຢ່າງດີ.

ໂດຍ: ຈາງຫງວຽນ