ທີ່ການພົບປະ, ການນຳຕຳຫຼວດແຂວງເຊີນລາ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບເສດຖະກິດ - ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນບໍລິເວນແຂວງເຊີນລາ ແລະສົ່ງພອນໄຊອັນປະເສີດ ແລະພະລະນາໄມສົມບູນເຖິງພະນັກງານ, ນັກຮົບກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫົວພັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 61 ປີແຫ່ງວັນສ້າງຕັ້ງກໍາລັງ ປກສ (5-4-1961 / 5-4-2022)  ແລະບຸນປີໃໝ່ປະຈໍາຊາດຂອງ ສປປ ລາວ ໃນປີ 2022.

ການນຳຕຳຫຼວດແຂວງເຊີນລາ ກໍ່ຢືນຢັນວ່າ ໃນຊຸມປີທີ່ຜ່ານມາ, ກຳລັງຕຳຫຼວດສອງແຂວງໄດ້ປະຕິບັດໜ້າທີ່ສົມທົບກັນຮັບປະກັນຄວາມໝັ້ນຄົງຢູ່ເຂດຊາຍແດນໃຫ້ເປັນຢ່າງດີ, ປະກອບສ່ວນສຳຄັນເຂົ້າໃນການຮັກສາຄວາມໝັ້ນຄົງ-ຄວາມເປັນລະບຽນບຮຽບຮ້ອຍ, ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດສັງຄົມເປັນຢ່າງດີ. ພ້ອມທັງປາຖະໜາວ່າ ສອງກົມກອງຈະສືບຕໍ່ຮ່ວມມື, ສາມັກຄີ, ມິດຕະພາບ, ບໍລິສຸດຜຸດຜ່ອງ ແລະໂປ່ງໃສ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນເປັນຢ່າງດີ.

leftcenterrightdel
ການນຳຕຳຫຼວດແຂວງເຊີນລາ ມອບຂອງຂວັນໃຫ້ກອງບັນຊາການ ປກສ ແຂວງຫົວພັນ ເນື່ອງໃນໂອກາດບຸນປີໃໝ່ລາວ 2022. ພາບ: ແມ້ງຕຸ່ງ.

ທ່ານພັນໂທ ອຳພອນ ພັນມະຈັນ, ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ (ສປປ ລາວ) ໄດ້ສະແດງຄວາມໄວ້ເນື້ອເຊື່ອໃຈ ແລະ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ການນໍາກອງບັນຊາການຕໍາຫຼວດແຂວງເຊີນລາ ສືບຕໍ່ເອົາໃຈໃສ່ ແລະຮ່ວມມືຊ່ວຍເຫຼືອກອງບັນຊາການ ປກສ ແຂວງຫົວພັນ ຕື່ມອີກ.

ສອງກົມກອງຈະສືບຕໍ່ປະກອບເຫື່ອແຮງເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ ແລະສອງກຳລັງ, ກໍ່ສ້າງເຂດຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມືພ້ອມກັນພັດທະນາ, ຮ່ວມມືຕໍ່ສູ້ຕ້ານອາດຊະຍາກຳປະເພດຕ່າງໆລະຫວ່າງສອງຝ່າຍຢ່າງມີປະສິດທິຜົນ.

ໂດຍ: ທະນາພອນ