ກ່າວຄຳເຫັນທີ່ການພົບປະເຈລະຈາ, ທ່ານ ຮ່າສີດົ່ງ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງກວາງຈິ້, ຫົວໜ້າຄະນະຊີ້ນຳວຽກງານຊາຍແດນແຂວງກວາງຈິ້ ຢັ້ງຢືນວ່າ ການພົບປະເຈລະຈາວຽກງານຊາຍແດນປະຈຳປີລະຫວ່າງສອງແຂວງ ໄດ້ດຳເນີນໃນສະພາບການພິເສດທີ່ສຸດເມື່ອສອງແຂວງພວມສຸມໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ພັກທຸກຂັ້ນ, ມານະພະຍາຍາມພັດທະນາເສດຖະກິດ-ສັງຄົມ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19.

ນີ້ແມ່ນຄັ້ງທຳອິດທີ່ການນຳສອງແຂວງຈັດຕັ້ງການພົບປະເຈລະຈາຂັ້ນສູງຜ່ານລະບົບທາງໄກ. ຢູ່ທີນີ້, ການນຳສອງແຂວງໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບຜົນງານພື້ນຖານຂອງການພັດທະນາເສດຖະກິດ-ສັງຄົມ ປີ 2021, ໝາກຜົນການສົມທົບບັນດາວຽກງານກ່ຽວຂ້ອງເຖິງຊາຍແດນລະຫວ່າງກວາງຈິ້-ສະຫວັນນະເຂດ ໄລຍະ 2020-2021 ໂດຍສັງເຂບ.

leftcenterrightdel
ພິທີເຊັນບົດບັນທຶກບາງສະບັບລະຫວ່າງແຂວງກວາງຈິ້-ສະຫວັນນະເຂດ. ພາບ: ຟານວິງ

ໃນຂອບເຂດການພົບປະເຈລະຈາ, ການນຳສອງແຂວງກວາງຈິ້, ສະຫວັນນະເຂດ ໄດ້ເຊັນຂໍ້ຕົກລົງຮ່ວມມືພັດທະນາເຂດຊາຍແດນສອງຝ່າຍ. ພ້ອມທັງ, ເຫັນດີເປັນເອກະພາບຊີ້ນຳບັນດາອົງການ, ຄະນະ, ຂະແໜງການ, ທ້ອງຖິ່ນ ແລະບັນດາວິສາຫະກິດຂອງແຕ່ລະຝ່າຍຜັນຂະຫຍາຍການປະຕິບັດບັນດາເນື້ອໃນຂໍ້ຕົກລົງທີ່ສອງຝ່າຍໄດ້ລົງລາຍເຊັນຢ່າງມີປະສິດທິຜົນ.

ເນື່ອງໃນໂອກາດນີ້, ຄະນະຊີ້ນຳວຽກງານຊາຍແດນຫວຽດນາມ-ລາວ ແຂວງກວາງຈິ້ ໄດ້ມອບເງິນຈຳນວນ 100 ລ້ານດົ່ງໃຫ້ຄະນະຊີ້ນຳວຽກງານຊາຍແດນຫວຽດນາມ-ລາວ ແຂວງສະຫວັນນະເຂດ ປະຕິບັດວຽກງານຊາຍແດນ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ແສງເດືອນ