ນີ້ແມ່ນກອງປະຊຸມຮ່ວມມືປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະຮ່ວມມືພັດທະນາເສດຖະກິດ, ສັງຄົມ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ບັນດາແຂວງຕິດກັບຊາຍແດນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຮວ່າງຈູງຢຸ້ງ ເລຂາພັກແຂວງຮ່າຕິ້ງ ຊີ້ແຈ້ງວ່າ ໃນໄລຍະຜ່ານມາ, ສະພາບຄວາມໝັ້ນຄົງຢູ່ບັນດາແຂວງຕິດກັບຊາຍແດນ ມີສະຖຽນລະພາບ, ຮ່າຕິ້ງ ສືບຕໍ່ບໍາລຸງສ້າງພາສາຫວຽດນາມ ແລະວິຊາສະເພາະລະດັບມະຫາວິທະຍາໄລ, ວິທະຍາໄລໃຫ້ແກ່ພະນັກງານ, ນັກຮຽນ, ນັກສຶກສາບັນດາແຂວງຂອງລາວ. ບັນດາແຂວງໃຫ້ຄໍາໝັ້ນສັນຍາສົມທົບກັນໃນການຮັບມືກັບໄພທໍາມະຊາດ ແລະວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

ທີ່ກອງປະຊຸມ, ທ່ານ ກອງແກ້ວ ໄຊສົມຄາມ ເລຂາພັກ, ເຈົ້າແຂວງໆບໍລິຄໍາໄຂ ປາດຖະໜາວ່າແຂວງຮ່າຕິ້ງ ສືບຕໍ່ໜູນຊ່ວຍ, ກໍ່ສ້າງຊັບພະຍາກອນມະນຸດໃຫ້ແກ່ແຂວງບໍລິຄໍາໄຊ. ໃນໄລຍະຈະມາເຖິງ ສອງຝ່າຍຈະແລກປ່ຽນບົດຮຽນ, ຊ່ວຍເຫຼືອເຊິ່ງກັນແລະກັນເປັນປະຈຳ, ພ້ອມກັນປົກປັກຮັກສາສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ - ລາວ ເວົ້າລວມ ແລະປະຊາຊົນສອງແຂງບໍລິຄໍາໄຊ-ຮ່າຕິ້ງ ເວົ້າສະເພາະ ໃຫ້ຍືນຍົງຕະຫຼອດໄປ.

leftcenterrightdel
ການນໍາແຂວງຮ່າຕິ້ງ ແລະບໍລິຄໍາໄຊ ລົງນາມ ແລະມອບຮັບບົດບັນທຶກຮ່ວມມື. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ ວັນໄຊ ພອງສະຫວັນ ເລຂາພັກ, ເຈົ້າແຂວງໆຄໍາມ່ວນ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ ສອງແຂວງ ຄໍາມ່ວນ ແລະຮ່າຕິ້ງ ໄດ້ປະຕິບັດຄໍາໝັ້ນສັນຍາຮ່ວມມືປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ. ພິເສດແມ່ນສະກັດກັ້ນ, ຕ້ານການຍົກຍ້າຍໂດຍເສລີ ແລະການແຕ່ງດອງຜິດກົດໝາຍຂອງປະຊາຊົນຢູ່ລຽບຕາມຊາຍແດນ; ສົມທົບກັນຕິດຕາມກວດກາ ແລະສະກັດກັ້ນບັນດາເປົ້າໝາຍທີ່ມີການກະທໍາຜິດກົດໝາຍ ຄື ການຄ້າເຖື່ອນ, ການເຂົ້າອອກເມືອງຜິດກົດໝາຍ.

leftcenterrightdel
ການນໍາແຂວງຮ່າຕິ້ງ ມອບເງິນເປັນສັນຍາລັກຈໍານວນ 8,2 ຕື້ດົ່ງເພື່ອກໍ່ສ້າງສຸກສາລາທະຫານ ແລະປະຊາຊົນ ໃຫ້ແກ່ເຈົ້າແຂວງໆບໍລິຄໍາໄຊ. ພາບ: ສໍານັກຂ່າວສານຫວຽດນາມ.

ໂອກາດນີ້, ແຂວງຮ່າຕິ້ງ ແລະສອງແຂວງບໍລິຄໍາໄຊ, ຄໍາມ່ວນ ໄດ້ລົງນາມຮ່ວມມືປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນຫຼາຍຂົງເຂດ; ຮ່າຕິ້ງ ໄດ້ມອບເງິນຈໍານວນ 8,2 ຕື້ດົ່ງເພື່ອຊ່ວຍກໍ່ສ້າງສຸກສາລາທະຫານ ແລະປະຊາຊົນໃຫ້ແຂວງບໍລິຄໍາໄຊ, ມອບເງິນຊ່ວຍເຫຼືອຈໍານວນ 500 ລ້ານດົ່ງໃຫ້ແກ່ແຂວງຄໍາມ່ວນ.

ໂດຍ: ໄຊຊະນະ