ນີ້ແມ່ນຄັ້ງທີ 3 ທີ່ກະຊວງຕໍາຫຼວດຫວຽດນາມ ມອບວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກະຊວງປ້ອງກັນຄວາມສະຫງົບລາວ. ຕໍ່ໜ້າສະພາບພະຍາດໂຄວິດ-19 ຜັນແປຢ່າງສັບສົນ, ຫຼາຍປະເທດອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີລາວ ແລະຫວຽດນາມ ຕ້ອງສຸມໃສ່ທຸກແຫຼ່ງກໍາລັງ ເພື່ອທັງຕ້ານພະຍາດ, ທັງພັດທະນາເສດຖະກິດ.

leftcenterrightdel
ທ່ານພັນເອກ ຫງວຽນມິນຫຽວ ມອບວັດຖຸອຸປະກອນການແພດໃຫ້ທ່ານພັນເອກ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບລາວ. ພາບ: cand.com.vn.

ຂອງຂວັນດັ່ງກ່າວສະແດງໃຫ້ເຫັນຄວາມເອົາໃຈໃສ່, ແບ່ງປັນໃນເວລາປະສົບກັບເຄາະຮ້າຍຂອງກະຊວງຕໍາຫຼວດຫວຽດນາມ ໃຫ້ກະຊວງປ້ອງກັນຄວາມສະຫງົບລາວ, ສະແດງໃຫ້ເຫັນການຊ່ວຍເຫຼືອຢ່າງສຸດອົກສຸດໃຈ, ນໍ້າໃຈສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ, ພິເສດແມ່ນລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ.

ກ່ອນໜ້ານັ້ນ, ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໄດ້ປະດັບຫຼຽນໄຊ, ເຊັນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືປ້ອງກັນ, ຕ້ານຢາເສບຕິດ ແລະເຫັນດີເປັນເອກະພາບຕໍ່ແຜນນະໂຍບາຍຊ່ວຍເຫຼືອກະຊວງປ້ອງກັນຄວາມສະຫງົບລາວ ກໍ່ສ້າງເຮືອນເຮັດວຽກ 287 ຫຼັງຢູ່ບ້ານ, ກຸ່ມບ້ານຂອງປະເທດເພື່ອນລາວ.

ໂດຍ: ຈາງຫງວຽນ