ພິທີລົງນາມ ໄດ້ຈັດຂຶ້ນຜ່ານລະບົບທາງໄກ ໃນຕອນເຊົ້າວັນທີ 13 ສິງຫາ ດ້ວຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ເຈິ່ນວັນຕຸ່ງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ແລະທ່ານ ສັນຕິສຸກ ສິມມາລະວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ການສື່ສານ ລາວ. ຕາມຂໍ້ຕົກລົງ, ສອງຝ່າຍຈະສືບຕໍ່ຈັດຕັ້ງກອງປະຊຸມ ສໍາມະນາ, ການຮ່ວມມືຖ່າຍທອດເຕັກໂນໂລຢີໃໝ່.

ຝ່າຍມະຫາວິທະຍາໄລ ແມ່ນໍ້າຂອງ ຈະໜູນຊ່ວຍໃນການກໍ່ສ້າງຊັບພະຍາກອນະນຸດ, ສະໜອງນັກຊ່ຽວຊານ, ນັກເຕັກນິກໃຫ້ແກ່ກອງປະຊຸມສໍາມະນາ, ກໍ່ສ້າງນັກເຕັກນິກກ່ຽວກັບການຖ່າຍທອດ ແລະປ່ຽນແປງໃໝ່ເຕັກໂນໂລຢີຕາມເງື່ອນໄຂຕົວຈິງ.

leftcenterrightdel
ພິທີລົງນາມ ໄດ້ຈັດຂຶ້ນຜ່ານລະບົບທາງໄກ ດ້ວຍການເຂົ້າຮ່ວມຂອງຜູ້ແທນ, ການນໍາສອງຝ່າຍ. ພາບ: ຖ່າຍຈາກໜ້າຈໍ່.

ທ່ານນາງ ເຈິ່ນທິຮົ່ງລານ, ຮອງຫົວໜ້າກົມໝູນໃຊ້ ແລະພັດທະນາເຕັກໂນໂລຢີ (ກະຊວງວິທະຍາສາດ ແລະເຕັກໂນໂລຢີ) ໃຫ້ຮູ້ວ່າ, ການລົງນາມໃນຄັ້ງນີ້ແມ່ນສືບຕໍ່ລາຍການຮ່ວມມືທີ່ໄດ້ລົງນາມນັບແຕ່ປີ 2018 ຢູ່ເວທີສົ່ງເສີມການຖ່າຍທອດເຕັກໂນໂລຢີ ຫວຽດນາມ-ລາວ.

ຕາມທ່ານນາງ ຄໍາຢອງ ສີຈັນທະວົງ ຮອງຫົວໜ້າກົມເຕັກໂນໂລຢີ ແລະປ່ຽນແປງໃໝ່, ກະຊວງເຕັກໂນໂລຢີ ແລະການສື່ສານ ລາວ ໃຫ້ຮູ້ວ່າ, ພາຍຫຼັງ 2 ປີແຫ່ງການຜັນຂະຫຍາຍໄດ້ມີຫຼາຍກິດຈະກໍາກໍ່ສ້າງ ແລະຖ່າຍທອດເຕັກໂນໂລຢີຈາກຫວຽດນາມ ເຂົ້າລາວ. ໃນຈໍານວນນັ້ນມີເຕັກນິກປຸງແຕ່ງໜໍ່ໄມ້ເປັນສິນຄ້າໃຫ້ແກ່ຕະຫຼາດຢູ່ລາວ; ຄົ້ນຄວ້າຖ່າຍທອດເຕັກໂນໂລຢີຖ່ານໄຟພະລັງງານແສງຕາເວັນ; ແບ່ງປັນກ່ຽວກັບຜົນການທົດລອງຜະລິດຕະພັນສະກັດກັ້ນພະຍາດອາຫິວາໝູ ອາຟຣິກາ ຢູ່ຫວຽດນາມ...

ສ່ວນທ່ານ ຮສຈ. ປອ ເລືອງມິງກື, ຜູ້ອໍານວຍການມະຫາວິທະຍາໄລ ແມ່ນໍ້າຂອງ ໃຫ້ຮູ້ວ່າ, ໄລຍະ 2021-2025, ສອງຝ່າຍຈະສືບຕໍ່ຖ່າຍທອດເຕັກໂນໂລຢີ, ຍົກສູງລະດັບເຕັກໂນໂລຢີໃຫ້ຊັບພະຍາກອນມະນຸດ, ຈັດຕັ້ງການໄປທັດສະນະ ແລະແລກປ່ຽນບົດຮຽນລະຫວ່າງການນໍາຂັ້ນສູງ.

ໂດຍ: ກວຽດເຕິມ