ຕາມນັ້ນແລ້ວ, ຄຽງຄູ່ກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ໃນບໍລິເວນ, ຕຳຫຼວດແຂວງກວ໋າງບິ່ງ ຍາມໃດກໍ່ຮ່ວມເດີນທາງກັບປະເທດລາວ, ພິເສດແມ່ນບັນດາແຂວງຕິດກັບຊາຍແດນແຂວງກວ໋າງບິ່ງ ໃນການປ້ອງກັນ, ຕ້ານພະຍາດ.

ຕຳຫຼວດແຂວງກວ໋າງບິ່ງ ໄດ້ມອບຜ້າອັດປາກ-ອັດດັງ 9.000 ອັນ, ນໍ້າຢາຂ້າເຊື້ອ 108 ແກ້ວ, ເຄື່ອງວັດແທກອຸນຫະພູມຮ່າງກາຍ 15 ໜ່ວຍ, ເຄື່ອງພົ່ນຢາ 3 ໜ່ວຍ, ແປ້ງ ChloraminB 90 ກິໂລກຣາມ, ຊຸດກັນພະຍາດ 300 ຊຸດໃຫ້ກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ບັນຍາກາດທີ່ພິທີມອບ-ຮັບ. ພາບ: antt.vn.

ທີ່ພິທີມອບ-ຮັບອຸປະກອນການແພດ, ການນຳຕຳຫຼວດແຂວງກວ໋າງບິ່ງ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມຂອງສອງແຂວງ, ພິເສດແມ່ນເຂດຊາຍແດນ; ວຽກງານຕໍ່ສູ້, ສະກັດກັ້ນ, ຕ້ານອາດຊະຍາກໍາທາງອາຍາ, ຢາເສບຕິດ...

ຄະນະຜູ້ແທນກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ໄດ້ສະແດງຄວາມຂອບໃຈຕໍ່ການເຄື່ອນໄຫວທີ່ມີຄວາມໝາຍຈາກຕຳຫຼວດແຂວງກວ໋າງບິ່ງ ທີ່ໄດ້ຊ່ວຍກໍາລັງປ້ອງກັນຄວາມສະຫງົບສອງແຂວງຫຼຸດຜ່ອນຄວາມຫຍຸ້ງຍາກ ແລະຂາດເຂີນຕໍ່ໜ້າສະພາບການໂລກລະບາດທີ່ມີການຜັນແປຢ່າງສັບສົນ ແລະຍິ່ງສະແດງໃຫ້ເຫັນອາລົມຈິດຄວາມຮັກແພງ, ສະໜິດຕິດພັນ, ຄວາມສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດຫວຽດນາມ - ລາວ ເວົ້າລວມ, ລະຫວ່າງຕຳຫຼວດແຂວງກວ໋າງບິ່ງ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ເວົ້າສະເພາະ ໃຫ້ນັບມື້ນັບໝັ້ນແກ່ນກວ່າອີກ.

ໂດຍ: ຫງວຽນກຸກ