ໃນກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການພົ້ນເດັ່ນຢູ່ແຕ່ລະປະເທດໃຫ້ກັນຊາບ, ຕີລາຄາການພົວພັນຮ່ວມມືລະຫວ່າງ ສອງສະມາຄົມມິດຕະພາບ ໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນບັນດາກິດຈະກໍາຕ່າງໆທີ່ສອງຝ່າຍຈະໄດ້ຮ່ວມກັນຈັດຕັ້ງປະຕິບັດ ເພື່ອສະເຫຼີມສະຫຼອງປີສາມັກຄີພິເສດລາວ-ຫວຽດນາມ ໃນປີ 2022 ທີ່ຈະມາເຖິງ ຄື: ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/2022).

leftcenterrightdel
ບັນຍາກາດທີ່ພົບປະປຶກສາຫາລືທາງໄກ. ພາບ: ໂອລໍາ

ບັນດາກິດຈະກໍາທີ່ສອງຝ່າຍ ຈະໄດ້ຮ່ວມກັນຈັດຕັ້ງປະຕິບັດໃນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ແມ່ນບຸນມະໂຫລານມິດຕະພາບ, ພິມວາລະສານສະບັບພິດເສດລາວ-ຫວຽດນາມ, ວາງສະແດງຮູບພາບ ແລະ ບັນດາກິດຈະກໍາປິ່ນອ້ອມຕ່າງໆ ເພື່ອເຜີຍແຜ່ໃຫ້ປະຊາຊົນສອງຊາດລາວ ແລະຫວຽດນາມ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ປະທານໂຮ່ຈິມີນ ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ, ປະທານ ໄກສອນ ພົມວິຫານ, ປະທານສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ໄດ້ກໍ່ຕັ້ງ ໄດ້ຮັບການຖະໜຸຖະໜອມ, ປົກປັກຮັກສາ ແລະເພີ່ມພູນຄູນສ້າງໃນບັນດາຮຸ່ນການນຳ, ນັກຮົບປະຕິວັດ ແລະ ປະຊາຊົນສອງຊາດຕະຫຼອດມາ, ເພື່ອໃຫ້ເຂົາເຈົ້າໄດ້ມີຄວາມເອກອ້າງທະນົງໃຈ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງຂະນົງແກ່ນຕະຫຼອດກາລະນານ.

ໂດຍ: ຂປລ