ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ ທອງລຸນ ສີສຸລິດ ໃນນາມເປັນເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ອາຍຸການ 2021-2026 ແລະກໍ່ແມ່ນຄັ້ງທຳອິດນັບແຕ່ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ທີ່ພວກເຮົາໄດ້ຕ້ອນຮັບຜູ້ນຳພັກ ແລະລັດລາວ ມາຢ້ຽມຢາມ. ການຢ້ຽມຢາມຄັ້ງນີ້ເພື່ອແນໃສ່ສືບຕໍ່ປະກອບສ່ວນຢັ້ງຢືນແນວທາງພົວພັນຕ່າງປະເທດສະເໝີຕົ້ນສະເໝີປາຍຂອງທັງສອງປະເທດ, ພິເສດແມ່ນການຖືເປັນສຳຄັນການຮັກສາ ແລະພັດທະນາການພົວພັນມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ພ້ອມກັບເຍົາວະຊົນນະຄອນຫຼວງຮ່າໂນ້ຍ ທີ່ພິທີຕ້ອນຮັບ. ພາບ: ສຳນັກຂ່າວສານຫວຽດນາມ.

ການຢ້ຽມຢາມໄດ້ດຳເນີນໃນສະພາບການພົວພັນສອງປະເທດສືບຕໍ່ພັດທະນາຢ່າງຕັ້ງໜ້າ, ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງໃນທຸກຂົງເຂດ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບ ແລະການພັດທະນາຂອງແຕ່ລະປະເທດ, ຍົກສູງຖານະບົດບາດຂອງສອງພັກ, ສອງລັດ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາຢູ່ພາກພື້ນ ແລະໂລກ. ສອງຝ່າຍໄດ້ມານະພະຍາຍາມຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ, ບັນດາສັນຍາ, ຂໍ້ຕົກລົງ, ແຜນການຮ່ວມມືລະຫວ່າງສອງລັດຖະບານກໍ່ຄືຂໍ້ຕົກລົງ, ໂຄງການຮ່ວມມືລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ  ແລະບັນດາທ້ອງຖິ່ນຂອງສອງປະເທດຢ່າງມີປະສິດທິຜົນ; ຕັ້ງໜ້າໜູນຊ່ວຍກັນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະໄພທໍາມະຊາດ; ຕັ້ງໜ້າຊອກຫາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການຮ່ວມມືເພື່ອຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ຕົກລົງ.

ໃນໄລຍະຜ່ານມາ, ການພົວພັນດ້ານການເມືອງລະຫວ່າງຫວຽດນາມ ແລະລາວ  ນັບມື້ນັບສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈ, ຮັກສາບົດບາດຫຼັກແຫຼ່ງແກ່ນສານ, ກຳນົດທິດສັງລວມຂອງການພົວພັນສອງປະເທດ. ສອງຝ່າຍຍາມໃດກໍ່ຢັ້ງຢືນການພົວພັນມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມ ແມ່ນເປັນແບບຢ່າງ, ບໍລິສຸດຜຸດຜ່ອງ, ໂປ່ງໃສ, ຫາຍາກ; ແມ່ນກົດເກນແຫ່ງການພັດທະນາ, ປັດໄຈຕັດສິນໄຊຊະນະຂອງການປະຕິວັດຢູ່ແຕ່ລະປະເທດ; ແມ່ນຊັບສົມບັດລວມອັນລ້ຳຄ່າຂອງສອງພັກ, ສອງຊາດ, ຕ້ອງໄດ້ຮັບການຮັກສາ, ພັດທະນາ ແລະສືບທອດໃຫ້ຄົນຮຸ່ນຫຼັງ. ໃນປີ 2020 ແລະຊຸມເດືອນຕົ້ນປີ 2021, ໂດຍບໍ່ຫົວຊາຕໍ່ພະຍາດໂຄວິດ-19 ແຜ່ລະບາດ ແລະຜັນແປຢ່າງສັບສົນ, ຫວຽດນາມ ແລະລາວ ໄດ້ມານະພະຍາຍາມຮັກສາການຢ້ຽມຢາມ ແລະພົບປະຂ້ັນສູງດ້ວຍຮູບການທີ່ເໝາະສົມ; ສົມທົບກັນຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກ,  ກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ-ລາວ... ປະສົບຜົນສຳເລັດ.

ໃນຂະນະນັ້ນ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການພົວພັນຕ່າງປະເທດສືບຕໍ່ແມ່ນເສົາຄ້ຳສຳຄັນໃນການພົວພັນສອງປະເທດ. ຫວຽດນາມ ແລະລາວ ສົມທົບກັນຢ່າງແໜ້ນແຟ້ນໃນການຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມຢູ່ແຕ່ລະປະເທດ; ສົມທົບກັນປະຕິບັດອະນຸສັນຍາ ແລະແຜນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບເປັນຢ່າງດີ; ຮ່ວມມືກໍ່ສ້າງເສັ້ນຊາຍແດນລວມລະຫວ່າງສອງປະເທດໃຫ້ມີສະຖຽນລະພາບ ແລະພັດທະນາແບບຍືນຍົງ; ສົມທົບກັນສະກັດກັ້ນ ແລະຕ້ານອາດຊະຍາກຳຂ້າມຊາດກໍ່ຄືການຊອກຫາ, ຂຸດຄົ້ນ, ຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ. ສອງຝ່າຍເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນຢູ່ເວທີປາໄສຫຼາຍຝ່າຍ, ຄື: ສະຫະປະຊາຊາດ, ອາຊຽນ, ເວທີປາໄສການຮ່ວມມືອາຊີ-ເອີລົບ (ASEM), ກົນໄກຮ່ວມມືອະນຸພາກພື້ນແມ່ນ້ໍາຂອງ. ລາວ ໄດ້ຕັ້ງໜ້າສະໜັບສະໜູນເມື່ອຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ ແລະປະທານໄອປາ ໃນປີ 2020 ກໍ່ຄືສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021.

ກໍ່ຕ້ອງຢັ້ງຢືນວ່າ ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດ ສືບຕໍ່ພັດທະນາ ແລະບັນລຸໝາກຜົນຕັ້ງໜ້າຫຼາຍຢ່າງ. ໄລ່ມາຮອດປະຈຸບັນ, ຫວຽດນາມ ມີ 413 ໂຄງການລົງທຶນຢູ່ລາວ ດ້ວຍຍອດຈໍານວນທຶນກວ່າ 4,2 ຕື້ໂດລາສະຫະລັດ. ໃນໄລຍະ 2016-2020, ຍອດວົງເງິນການຄ້າລະຫວ່າງສອງປະເທດບັນລຸປະມານ 4,8 ຕື້ໂດລາສະຫະລັດ. ສະເພາະໃນປີ 2020, ເຖິງວ່າຖືກຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມແຕ່ວົງເງິນການຄ້າສອງສົ້ນຍັງບັນລຸກກວ່າ 1 ຕື້ໂດລາສະຫະລັດ. ສອງຝ່າຍກໍ່ເອົາໃຈໃສ່ເປັນພິເສດເຖິງການຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືໃນບັນດາຂົງເຂດການສຶກສາ-ກໍ່ສ້າງ, ການພັດທະນາຊັບພະຍາກອນມະນຸດ, ຄົມມະນາຄົມຂົນສົ່ງ, ວິທະຍາສາດເຕັກນິກ... ພ້ອມກັນນັ້ນ, ການຮ່ວມມືລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ, ກຳມາທິການຂອງສະພາແຫ່ງຊາດ, ອົງການຈັດຕັ້ງມະຫາຊົນ ແລະອົງການຈັດຕັ້ງຕ່າງໆນັບມື້ນັບສວມບົດບາດສຳຄັນ, ມີປະສິດທິຜົນ ແລະແທດຈິງໃນການພົວພັນສອງຝ່າຍ.

ພວກເຮົາເອກອ້າງທະນົງໃຈທີ່ສຸດຕໍ່ຄວາມສາມັກຄີແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ ໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ, ເຊິ່ງເຄີຍຜ່ານຜ່າສິ່ງທ້າທາຍ, ການເສຍສະຫຼະ, ຄວາມທຸກຍາລຳບາກນາໆປະການ, ປະຈຸບັນສອງປະເທດສືບຕໍ່ເພີ່ມພູນຄູນສ້າງ, ໃຫ້ເກີດດອກອອກຜົນໃນທຸກດ້ານຢ່າງບໍ່ຢຸດຢັ້ງ. ຍິນດີຕ້ອນຮັບການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ ແລະລັດລາວ, ພວກເຮົາເຊື່ອໝັ້ນຢ່າງແນວແນ່ວ່າ ການຢ້ຽມຢາມຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເຮັດໃຫ້ການພົວພັນສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດ ໃນອາຍຸການໃໝ່ເລິກເຊິ່ງກວ່າອີກ.

ໂດຍ: ແສງເດືອນ