ວັນທີ 12 ມິິຖຸນາ, ຕາງໜ້າອໍານາດການປົກຄອງແຂວງຜົ້ງສາລີ ໄດ້ໄປຍັງສະຖານກົງສູນຫວຽດນາມ ປະຈໍາ ແຂວງຫຼວງພະບາງ ເພື່ອມອບເງິນ 150 ລ້ານກີບ (ເທົ່າກັບ 15.900 ໂດລາສະຫະລັດ)   ໃຫ້ແຂວງລາຍເຈົາ, ເຊີນລາ, ຝູເທາະ, ວິງຝຸກ, ຕວຽນກວາງ ແລະທ໊າຍງວຽນ ຮັບມືກັບໂລກລະບາດ.

ກ່ອນໜ້ານັ້ນ, ວັນທີ 11 ມິຖຸນາ, ຕາງໜ້າອໍານາດການປົກຄອງແຂວງ ຫຼວງນໍ້າທາ ກໍ່ໄດ້ໄປມອບເງິນ 300 ລ້ານກີບ (ເທົ່າກັບ 31.900 ໂດລາສະຫະລັດ) ຢູ່ສະຖານກົງສູນຫວຽດນາມ ປະຈໍາ ແຂວງຫຼວງພະບາງ ເພື່ອໜູນຊ່ວຍ 4 ແຂວງຂອງຫວຽດນາມ ລວມມີ: ແຂວງດ້ຽນບຽນ, ເຊີນລາ, ຝູເທາະ, ວິງຝຸກ ປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ຕາງໜ້າອໍານາດການປົກຄອງແຂວງຫຼວງນໍ້າທາ ມອບເງິນໜູນຊ່ວຍ 4 ແຂວງຂອງຫວຽດນາມຮັບມືກັບພະຍາດໂຄວິດ-19. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີມອບ-ຮັບ, ຕາງໜ້າອໍານາດການປົກຄອງແຂວງຕ່າງໆຂອງລາວ ໄດ້ຢັ້ງຢືນວ່າການພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງລາວ ແລະຫວຽດນາມ ພ້ອມທັງປາດຖະໜາຢາກໃຫ້ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ຄວບຄຸມການແຜ່ລະບາດຂອງພະຍາດ, ແກ້ໄຂ, ຜ່ານຜ່າທຸກຄວາມຫຍຸ້ງຍາກໂດຍໄວເພື່ອຟື້ນຟູຊີວິດການເປັນຢູ່, ຟື້ນຟູການຜະລິດ, ດໍາເນີນທຸລະກິດເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ.

ທີ່ການຕ້ອນຮັບ, ທ່ານ ຫງວຽນດັງຮຸ່ງ ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳແຂວງ ຫຼວງພະບາງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ອາລົມຈິດອັນສູງສົ່ງຂອງອໍານາດການປົກຄອງແຂວງຕ່າງໆຂອງລາວ ທີ່ມີຕໍ່ລັດຖະບານ ແລະປະຊາຊົນຫວຽດນາມ.

leftcenterrightdel
ຕາງໜ້າອໍານາດການປົກຄອງແຂວງຜົ້ງສາລີ, ລາວ ມອບເງິນໜູນຊ່ວຍ 6 ແຂວງຂອງຫວຽດນາມ ຮັບມືກັບພະຍາດໂຄວິດ-19. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານໄດ້ເນັ້ນໜັກວ່າ ນີ້ແມ່ນການພະຍານຫຼັກຖານທີ່ພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການພົວພັນມິດຕະພາບອັນຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ.

ໂດຍ: ເກື່ອງດັ້ງ