ດ້ວຍຈິດໃຈສາມັກຄີ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດລາວ ແລະຫວຽດນາມ, ແບ່ງປັນຄວາມຫຍຸ້ງຍາກກັບບັນດາແຂວງແຮກສ່ຽວຢູ່ຫວຽດນາມ ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19, ທ່ານ ຄໍາຂັນ ຈັນທະວີສຸກ, ເລຂາພັກແຂວງ, ເຈົ້າແຂວງໆຫຼວງພະບາງ ໄດ້ໄປຍັງສະຖານກົງສູນໃຫຍ່ຫວຽດນາມ ປະຈໍາແຂວງຫຼວງພະບາງ ເພື່ອມອບເງິນ ຈໍານວນ 10.000 ໂດລາສະຫະລັດ ເພື່ອຊ່ວຍແຂວງດ້ຽນບຽນ ຕ້ານພະຍາດໂຄວິດ-19.

leftcenterrightdel
ທ່ານ ຄໍາຂັນ ຈັນທະວີສຸກ, ເລຂາພັກແຂວງ, ເຈົ້າແຂວງໆຫຼວງພະບາງ ມອບເງິນສະໜັບສະໜູນໃຫ້ທ່ານ ຫງວຽນດັງຮຸ່ງ ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ. ພາບ: nhandan.vn.

ກໍ່ໃນວັນດຽວກັນ, ທ່ານ ຄໍາແພງ ຕັດສະຫວັດ, ຫົວໜ້າພະແນກການຕ່າງປະເທດແຂວງໄຊຍະບູລີ ກໍ່ໄດ້ມອບເງິນ 260 ລ້ານກີບ (ເທົ່າກັບ 650 ລ້ານດົ່ງ) ເພື່ອສະໜັບສະໜູນກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງ 5 ແຂວງ: ອຽນບ໊າຍ, ກວ໋າງນິງ, ເຊີນລາ, ທ໊າຍບິ່ງ ແລະດ້ຽນບຽນ.

ຕາງໜ້າບັນດາແຂວງຂອງຫວຽດນາມ, ທ່ານ ຫງວຽນດັງຮຸ່ງ ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ໄດ້ຮັບຂອງຂວັນໂດຍສອງແຂວງຫຼວງພະບາງ ແລະໄຊຍະບູລີ ຂອງລາວ ມອບໃຫ້ ແລະກ່າວຄໍາຂອບໃຈມາຍັງແຂວງຂອງລາວ ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ກໍ່ຍັງໄດ້ຫັກເງິນສ່ວນໜຶ່ງເພື່ອໜູນຊ່ວຍບັນດາທ້ອງຖິ່ນແຮກສ່ຽວຂອງຫວຽດນາມ ຕ້ານພະຍາດ. ທ່ານ ຢັ້ງຢືນວ່າ ນີ້ແມ່ນການແບ່ງປັນທີ່ທັນການ, ມີຄວາມໝາຍປຸກລະດົມອັນໃຫຍ່ຫຼວງໃຫ້ບັນດາແຂວງເວົ້າສະເພາະ ແລະຫວຽດນາມ ເວົ້າລວມໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ເກື່ອງດັ້ງ