ທີ່ພິທີ, ທ່ານ ຫວູດ້າຍຖັ໊ງ ເລຂາພັກແຂວງກວ໋າງບິ່ງ ໄດ້ມອບອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ແຂວງຄໍາມ່ວນລວມມີມູນຄ່າທັງໝົດແມ່ນ 2 ຕື້ດົ່ງ.

leftcenterrightdel
ທ່ານ ຫວູດ້າຍຖັ໊ງ ເລຂາພັກແຂວງກວ໋າງບິ່ງ ໄດ້ມອບອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ການນໍາແຂວງຄໍາມ່ວນ, ລາວ.  ພາບ: ເຮືອງຢາງ.

ທ່ານ ຫວູດ້າຍຖັ໊ງ ໃຫ້ຮູ້ວ່າ ຕໍ່ການຜັນແປສັບສົນຫຼາຍຢ່າງຈາກພະຍາດໂຄວິດ-19, ບາງປະເທດໃນພາກພື້ນ, ໃນນັ້ນລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ. ດ້ວຍຈິດໃຈມິດສະຫາຍ, ໄມຕີຈິດມິດຕະພາບ, ຄວາມສາມັກຄີລະຫວ່າງພັກ, ລັດ ແລະປະຊາຊົນຫວຽດນາມ-ລາວ ເວົ້າລວມ, ແຂວງກວ໋າງບິ່ງ-ຄໍາມ່ວນ ເວົ້າສະເພາະ, ທ່ານເລຂາພັກແຂວງກວ໋າງບິ່ງ ຈຶ່ງໄດ້ແບ່ງປັນຕໍ່ຄວາມຫຍຸ້ງຍາກຂອງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງຄໍາມ່ວນ ຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ.

ແລກປ່ຽນບົດຮຽນໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ທ່ານ ຫວູດ້າຍຖັ໊ງ ຖືວ່າ ອຸປະກອນການແພດເຊິ່ງແຂວງກວ໋າງບິ່ງ ມອບໃຫ້ໃນຄັ້ງນີ້ຈະປະກອບສ່ວນຊ່ວຍໃຫ້ແຂວງຄໍາມ່ວນ ຜ່ານຜ່າຄວາມຫຍຸ້ງຍາກໃນຕໍ່ໜ້າ, ເອົາຊະນະໂລກລະບາດໂດຍໄວ. ພ້ອມກັນນັ້ນ, ທ່ານເລຂາພັກແຂວງກວ໋າງບິ່ງ ຢາກໃຫ້ແຂວງຄໍາມ່ວນ ສືບຕໍ່ເອົາໃຈໃສ່, ຊ່ວຍເຫຼືອ, ສ້າງເງື່ອນໄຂໃຫ້ຄົນ ຫວຽດນາມ ທີ່ດໍາລົງຊີວິດ, ຮໍ່າຮຽນ, ເຮັດວຽກຢູ່ແຂວງຄໍາມ່ວນ ຜ່ານຜ່າຄວາມຫຍຸ້ງຍາກຈາກພະຍາດໂຄວິດ-19; ສະເໜີໃຫ້ກໍາລັງປະກອບອາວຸດສອງແຂວງສາມັກຄີກັນ, ຮ່ວມແຮງຮ່ວມໃຈກັນສ້າງເສັ້ນຊາຍແດນທາງບົກລະຫວ່າງສອງປະເທດຫວຽດນາມ-ລາວ ແຫ່ງສັນຕິພາບ, ມິດຕະພາບ, ປອດໄພໃນໄລຍະເກີດພະຍາດໂຄວິດ-19...

ທ່ານວັນໄຊ ພອງສະຫວັນ ເລຂາພັກແຂວງ, ເຈົ້າແຂວງໆຄໍາມ່ວນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່, ໜູນຊ່ວຍຢ່າງທັນການຂອງອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນແຂວງກວ໋າງບິ່ງ ທີ່ມີຕໍ່ແຂວງຄໍາມ່ວນ. ທ່ານເລຂາພັກແຂວງ, ເຈົ້າແຂວງ ໄດ້ແຈ້ງໃຫ້ຊາບກ່ຽວກັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງແຂວງຄໍາມ່ວນ, ພ້ອມທັງຢັ້ງຢືນວ່າ ຈະນໍາໃຊ້ບັນດາອຸປະກອນເຊິ່ງແຂວງກວ໋າງບິ່ງ ມອບໃຫ້ແຂວງຄໍາມ່ວນ ຢ່າງມີປະສິດທິຜົນ, ແທດຈິງ, ປະກອບສ່ວນຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປ.

ໂດຍ: ກວຽດເຕີມ