ສະຫາຍ ແສງເພັດ ຮຸ່ງບຸນຍວງ ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ກໍ່ຄືບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ ແລະມີຄວາມໝາຍປະຫວັດສາດເຊິ່ງຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ; ສະແດງຄວາມພາກພູມໃຈຕໍ່ສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ; ສະແດງຄວາມຂອບອົກຂອບໃຈພັກ, ລັດ ແລະປະຊາຊົນຫວຽດນາມ ໄດ້ສະຫງວນໃຫ້ພັກ, ລັດ ແລະປະຊາຊົນລາວ ການຊ່ວຍເຫຼືອອັນໃຫຍ່ຫຼວງ, ສຸດຈິດສຸດໃຈ ແລະມີປະສິດທິຜົນນັບແຕ່ກ່ອນມາຮອດປະຈຸບັນ; ພ້ອມທັງແຈ້ງໃຫ້ສະຫາຍ ຫວໍວັນເຖືອງ ຮັບຊາບໂດຍສັງເຂບກ່ຽວກັບສະພາບການຢູ່ລາວ ໃນໄລຍະມໍ່ໆມານີ້, ພິເສດແມ່ນການຜັນແປຂອງພະຍາດໂຄວິດ-19 ຢູ່ລາວ.

leftcenterrightdel
ສະຫາຍ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຕ້ອນຮັບສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ. ພາບ: ສຳນັກຂ່າວສານຫວຽດນາມ.

ສະຫາຍ ຫວໍວັນເຖືອງ ກໍ່ຝາກຄຳຢ້ຽມຢາມຖາມຂ່າວ ແລະແບ່ງປັນເຖິງພັກ, ລັດ ແລະປະຊາຊົນລາວ ກ່ຽວກັບບັນດາຄວາມເສຍຫາຍຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ ແລະເຊື່ອມໝັ້ນວ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ພາຍໃຕ້ການບໍລິຫານຂອງລັດຖະບານ, ຄວາມສາມັກຄີ, ເຫັນດີເປັນເອກະພາບຂອງທົ່ວລະບົບການເມືອງ ແລະຄວາມເຫັນດີເຫັນພ້ອມຂອງທົ່ວປວງຊົນ, ລາວ ຈະສະກັດກັ້ນ, ຈຳກັດລະດັບແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ ແລະຮັບປະກັນປະຕິບັດໜ້າທ່ີພັດທະນາເສດຖະກິດ-ສັງຄົມ; ທ່ານ ຢືນຢັນວ່າ ດ້ວຍມູນເຊື້ອສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ແລະດ້ວຍບົດຮຽນຂອງຕົນ, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນ, ໜູນຊ່ວຍໃນເງື່ອນໄຂ, ຄວາມສາມາດຂອງຕົນ ເພື່ອຊ່ວຍ ລາວ ແກ້ໄຂຄວາມຫຍຸ້ງຍາກໃນວິວັດການປ້ອງກັນ ແລະຕ້ານໂລກພະຍາດ.

ໂດຍ: ສົມເພັດ