ທີ່ການຕ້ອນຮັບ, ຕໍ່ໜ້າສະພາບການສັບສົນຂອງພະຍາດໂຄວິດ-19 ຢູ່ລາວ ໃນຊຸມວັນຜ່ານມາ, ທ່ານ ຫງວຽນຮົ່ງຢຽນ ສະແດງຄວາມແບ່ງປັນຕໍ່ບັນດາຄວາມຫຍຸ້ງຍາກຂອງປະຊາຊົນລາວ ແຕ່ວ່າກໍ່ສະແດງຄວາມເຊື່ອໝັ້ນວ່າ ໂລກພະຍາດຈະໄດ້ຮັບການຄວບຄຸມໂດຍໄວດ້ວຍບັນດາມາດຕະການທີ່ຂ້ຽວຂາດຂອງລັດຖະບານລາວ. ທ່ານ ຫງວຽນຮົ່ງຢຽນ ຢັ້ງຢືນວ່າ ໃນຄວາມສາມາດຂອງຕົນ, ຍາມໃດກະຊວງອຸດສາຫະກຳ ແລະການຄ້າ ກໍ່ພ້ອມແລ້ວທີ່ຈະໜູນຊ່ວຍ, ຊ່ວຍເຫຼືອຝ່າຍລາວ ປ້ອງກັນ, ຕ້ານພະຍາດ.

leftcenterrightdel
ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ມອບຜ້າອັດປາກ-ອັດດັງໃຫ້ສະຖານທູດລາວ ປະຈຳ ຫວຽດນາມ. ພາບ: ມິງອານ.

ເນື່ອງໃນໂອກາດນີ້, ກະຊວງອຸດສາຫະກຳ ແລະການຄ້າ ໄດ້ມອບຜ້າອັດປາກ-ອັດດັງຈຳນວນໜຶ່ງໃຫ້ສະຖານທູດລາວ ປະຈຳ ຫວຽດນາມ ເພື່ອສົ່ງໃຫ້ຍາດຕິພີ່ນ້ອງຢູ່ລາວ ແລະມອບຜ້າອັດປາກ-ອັດດັງຈຳນວນໜຶ່ງໃຫ້ກະຊວງອຸດສາຫະກຳ ແລະການຄ້າ, ກະຊວງພະລັງງານ ແລະບໍແຮ່ລາວ.

leftcenterrightdel
ທ່ານເອກອັກຄະລັດຖະທູດລາວ ແລະທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ເຊັນບົດບັນທຶກການເຮັດວຽກກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນຮ່ວມມືໃນຂົງເຂດການຄ້າ, ອຸດສາຫະກຳ ແລະພະລັງງານກວ່າອີກ. ພາບ: ມິງອານ.

ທ່ານ ຫງວຽນຮົ່ງຢຽນ ແລະທ່ານ ແສງເພັດ ຮຸ່ງບຸນຍວງໄດ້ສະຫຼະເວລາເຮັດວຽກສ່ວນຫຼາຍເພື່ອປຶກສາຫາລືບັນດາມາດຕະການເພີ່ມທະວີການພົວພັນຮ່ວມມືສອງຝ່າຍໃນຂົງເຂດ ການຄ້າ, ອຸດສາຫະກຳ ແລະພະລັງງານກວ່າອີກ. ສອງຝ່າຍຖືນີ້ແມ່ນບັນດາເນື້ອໃນສຳຄັນປະກອບສ່ວນເຂົ້າຄວາມໝາຍ ແລະໝາກຜົນຂອງການເຮັດວຽກຂັ້ນສູງລະຫວ່າງການນຳພັກ, ລັດຫວຽດນາມກັບສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໃນການຢ້ຽມຢາມຫວຽດນາມ ໃກ້ຈະມາເຖິງກໍ່ຄືປະກອບສ່ວນປະຕິບັດຂໍ້ຕົກລົງວ່າດ້ວຍຍຸດທະສາດຮ່ວມມືຫວຽດນາມ-ລາວ 2021-2030, ແຜນການຮ່ວມມືຫວຽດນາມ-ລາວ ໄລຍະ 2021-2026 ເຊິ່ງສອງຝ່າຍຈະລົງນາມໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ມິງອານ.

ສິ້ນສຸດການເຮັດວຽກ, ທ່ານ ແສງເພັດ ຮຸ່ງບຸນຍວງ ແລະທ່ານ ຫງວຽນຮົ່ງຢຽນ ໄດ້ເຊັນບົດບັນທຶກການເຮັດວຽກກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນຮ່ວມມືໃນຂົງເຂດການຄ້າ, ອຸດສາຫະກຳ ແລະພະລັງງານກວ່າອີກ. ນີ້ແມ່ນປະຖົມປັດໄຈ ແລະແມ່ນພື້ນຖານສຳຄັນ ເພື່ອໃຫ້ສອງຝ່າຍເພີ່ມທະວີຄວາມສະໜິດຕິດພັນ, ການຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນເພື່ອພັດທະນາການພົວພັນຮ່ວມມືສອງຝ່າຍໃນຫຼາຍດ້ານລະຫວ່າງຫວຽດນາມ ແລະລາວ ກວ່າອີກ, ປະຕິບັດສຳເລັດໜ້າທີ່ເຊິ່ງການນຳຂັ້ນສູງໄດ້ມອມໝາຍໃຫ້.

ໂດຍ: ແສງເດືອນ