leftcenterrightdel
ຜູ້ແທນ ແລະແຂກຖືກເຊີນເຂົ້າຮ່ວມລາຍການ. ພາບ: ເຈິ່ນເຊີນ.

ກ່າວຄໍາເຫັນທີ່ລາຍການ, ທ່ານພົນຈັດຕະວາ ເຈິ່ງກິມຫາຍ - ຮອງຜູ້ອໍານວຍການວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນ ໄດ້ຕາງໜ້າຄະນະພັກ, ຄະນະອໍານວຍການ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະອວຍພອນໄຊອັນປະເສີດມາຍັງນັກຮຽນຕໍາຫຼວດລາວ ທີ່ກໍາລັງສຶກສາຮໍ່າຮຽນຢູ່ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນ ພ້ອມດ້ວຍຄອບຄົວ...

leftcenterrightdel
ທ່ານພົນຈັດຕະວາ ເຈິ່ນກິມຫາຍ ກ່າວຄໍາເຫັນທີ່ລາຍການ. ພາບ: ເຈິ່ນເຊີນ.

ທ່ານພົນຈັດຕະວາ ເຈິ່ນກິມຫາຍ ຫວັງວ່າໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນ ຈະຈັດຕັ້ງຫຼາຍກິດຈະກໍາອື່ນໆໃຫ້ແກ່ນັກຮຽນຕໍາຫຼວດລາວ ແລະນັກສຶກສາຫວຽດນາມ ເພື່ອແນໃສ່ຮັດແໜ້ນນໍ້າໃຈ, ເພີ່ມທະວີການພົບປະແລກປ່ຽນວັດທະນະທໍາລະຫວ່າງນັກສຶກສາສອງປະເທດຕື່ມອີກ...

leftcenterrightdel
ວາດຟ້ອນທີ່ອ່ອນຊ້ອຍຂອງນັກຮຽນຕໍາຫຼວດຍິງລາວ. ພາບ: ເຈິ່ນເຊີນ.

ທີ່ລາຍການ, ຕາງໜ້າຄະນະອໍານວຍການວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ຄະນະຊາວໜຸ່ມເມືອງຮ່າດົງ ແລະຜູ້ຕາງໜ້າບັນດາພະແນກ, ຂະແໜງການ, ຄະນະຊາວໜຸ່ມ... ໄດ້ຝາກຂອງຂວັນທີ່ມີຄວາມໝາຍເຖິງນັກຮຽນຕໍາຫຼວດລາວຢູ່ວິທະຍາຄານ ເພື່ອແນໃສ່ສະແດງອາລົມຈິດຂອງປະຊາຊົນຫວຽດນາມຕໍ່ກັບປະຊາຊົນລາວ ເວົ້າລວມ ແລະອາລົມຈິດຂອງຄະນະອໍານວຍການວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນຕໍ່ກັບນັກຮຽນຕໍາຫຼວດ ລາວ ເວົ້າສະເພາະ.

ໂດຍ: ໄຊຊະນະ