ທີ່ພິທີປາຖະກະຖາ, ທ່ານພົນຈັດຕະວາ ຮວ່າງກວາງເຮື໊ອງ, ຫົວໜ້າຜູ້ຕາງໜ້າອົງການຕໍາຫຼວດຫວຽດນາມ ປະຈຳລາວ ໄດ້ຫວນຄືນບັນດາຂີດໝາຍພົ້ນເດັ່ນໃນໄລຍະ 60 ປີແຫ່ງການຮ່ວມມື, ຊ່ວຍເຫຼືອ ແລະພັດທະນາຂອງກຳລັງຕຳຫຼວດສອງປະເທດຫວຽດນາມ - ລາວ; ຢືນຢັນວ່ານີ້ແມ່ນໂອກາດ ເພື່ອຕອບບຸນຄຸນ ແລະຮັບຮູ້ການປະກອບສ່ວນຂອງບັນດານັກຊ່ຽວຊານຕຳຫຼວດຫວຽດນາມ ລຸ້ນຕ່າງໆ ຕໍ່ພາລະກິດປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມຂອງກໍາລັງປ້ອງກັນຄວາມສະຫງົບລາວ ອ້າຍນ້ອງ.

leftcenterrightdel
ທ່ານພົນຈັດຕະວາ ຮວ່າງກວາງເຮື໊ອງ, ຫົວໜ້າຜູ້ຕາງໜ້າອົງການຕໍາຫຼວດຫວຽດນາມ ປະຈຳລາວ ຫວນຄືນບັນດາຂີດໝາຍພົ້ນເດັ່ນໃນໄລຍະ 60 ປີແຫ່ງການຮ່ວມມື, ຊ່ວຍເຫຼືອ ແລະພັດທະນາຂອງກຳລັງຕຳຫຼວດສອງປະເທດຫວຽດນາມ - ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານພົນຈັດຕະວາ ຮວ່າງກວາງເຮື໊ອງ ເນັ້ນໜັກວ່າ: “ໃນຕະຫຼອດວິວັດການປະຕິບັດໜ້າທີ່ຊ່ວຍເຫຼືອປະເທດລາວ, ນັກຊ່ຽວຊານຕຳຫຼວດຫວຽດນາມ ຍາມໃດກໍ່ຊາບຊຶມຈິດໃຈສາກົນກຳມາຊີບ, ພ້ອມທັງຊາບຊຶມທິດນໍາ, ຫຼັກການໃນການຊ່ວຍເຫຼືອກຳລັງປ້ອງກັນຄວາມສະຫງົບລາວ ໃນບັນດາໜ້າທີ່ລະອຽດ. ເຖິງວ່າໄດ້ຜ່ານ 60 ປີດ້ວຍການຂຶ້ນລົງຫຼາຍຢ່າງຂອງປະຫວັດສາດການປະຕິວັດສອງປະເທດກໍ່ຕາມ, ແຕ່ນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງພັກ ແລະປະຊາຊົນສອງປະເທດເວົ້າລວມ ແລະກຳລັງຕຳຫຼວດປະຊາຊົນຂອງສອງປະເທດຫວຽດນາມ-ລາວ ເວົ້າສະເພາະ ຍາມໃດກໍ່ໄດ້ຮັບການຮັກສາ ແລະພັດທະນາຈາກລຸ້ມສືບທອດຂອງກໍາລັງຕໍາຫຼວດສອງປະເທດ”.

leftcenterrightdel
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ກ່າວຄໍາເຫັນທີ່ພິທີປາຖະກະຖາ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄໍາເຫັນທີ່ພິທີປາຖະກະຖາ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ໃຫ້ຮູ້ວ່າ, ໃນການພົວພັນສາກົນຂອງຫວຽດນາມ, ສາຍພົວພັນລະຫວ່າງລາວ - ຫວຽດນາມ ແມ່ນສາຍພົວພັນແບບພິເສດ, ການນຳລາວຫຼາຍທ່ານໄດ້ຢັ້ງຢືນບົດບາດ ແລະການປະກອບສ່ວນອັນໃຫຍ່ຫຼວງຂອງນັກຊ່ຽວຊານຕຳຫຼວດຫວຽດນາມ ໃນວິວັດການສ້າງຕັ້ງ ແລະພັດທະນາກຳລັງປ້ອງກັນຄວາມສະຫງົບລາວ .

leftcenterrightdel
ຜູ້ແທນ, ຊາວຫວຽດນາມ ທີ່ທໍາມາຫາກິນ ແລະດໍາລົງຊີວິດຢູ່ລາວ ໄດ້ມາຮັບຟັງການປາຖະກະຖາ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເອກອັກຄະລັດຖະທູດ ຫວັງວ່າໃນໄລຍະຈະມາເຖິງ, ກຳລັງຕຳຫຼວດຂອງສອງປະເທດ ຈະສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ພ້ອມກັນນັ້ນ, ເພີ່ມທະວີການຮ່ວມມືເພື່ອປົກປັກຮັກສາບັນດາຜົນງານຂອງການປະຕິວັດໄວ້ຢ່າງໝັ້ນຄົງ, ນຳມາເຊິ່ງຊີວິດທີ່ມີຄວາມສະຫງົບສຸກໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງກຳລັງຕຳຫຼວດສອງປະເທດເວົ້າສະເພາະ ແລະສອງຊາດຫວຽດນາມ - ລາວ ອ້າຍນ້ອງເວົ້າລວມ.

ໂດຍ: ທະນາພອນ