ພັກກອມມູນິດຫວຽດນາມ ແລະປະຊາຊົນຫວຽດນາມ ມີຄວາມປິຕິຊົມຊື່ນທີ່ສຸດຕໍ່ບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ ເຊິ່ງ ພັກປະຊາຊົນປະຕິວັດ ລາວ ແລະປະຊາຊົນລາວ ອ້າຍນ້ອງຍາດມາໄດ້ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ກໍ່ຄືກິດຈະການປ່ຽນແປງໃໝ່, ປົກປັກຮັກສາ ແລະສ້າງສາປະເທດຊາດໃນປະຈຸບັນ. ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງແນວແນ່ວ່າ ໂດຍສືບທອດມູນເຊື້ອຂອງຮຸ້ນຕ່າງໆ, ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະເທດລາວ ແລະປະຊາຊົນລາວ ອ້າຍນ້ອງຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃນກິດຈະການປ່ຽນແປງໃໝ່, ປະຕິບັດບັນດາເປົ້າໝາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢ່າງມີໄຊ; ສ້າງສາປະເທດລາວ ແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນຕາມເປົ້າໝາຍສັງຄົມນິຍົມໃຫ້ປະສົບຜົນສຳເລັດ.

leftcenterrightdel
ພາບປະກອບຄັດຈາກ: vov.vn.

ພ້ອມກັບບັນດາໝາກຜົນສຳຄັນ ເຊິ່ງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ບັນລຸໄດ້ໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ໂດຍປະທານໂຮ່ຈີມິນ ຜູ້ນຳທີ່ຍິ່ງໃຫຍ່ ແລະປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ, ຝຶກຝົນຫຼໍ່ຫຼອມ ແລະ ການນຳສອງພັກ, ສອງປະເທດ ແລະປະຊາຊົນສອງປະເທດຮຸ້ນຕ່າງໆໄດ້ເພີ່ມພູນຄູນສ້າງ, ປັບປຸງ ແລະພັດທະນາ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນບັນດາຂົງເຂດຢ່າງບໍ່ຢຸດຢັ້ງ, ປະກອບສ່ວນແທດຈິງເຂົ້າໃນກິດຈະການປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຊາດຢູ່ແຕ່ລະປະເທດ.

ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ເຄົາລົບນັບຖື ແລະຈົດຈຳການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລ້ຳຄ່າ, ສຸດຈິດສຸດໃຈ ແລະມີປະສິດທິຜົນ ເຊິ່ງ ພັກ, ລັດ ແລະປະຊາຊົນລາວ ອ້າຍນ້ອງໄດ້ສະຫງວນໃຫ້ພັກ, ລັດ ແລະປະຊາຊົນຫວຽດນາມ ໃນຕະຫຼອດໄລຍະຜ່ານມາ ແລະຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບພັກ, ລັດ ແລະປະຊາຊົນລາວ ປົກປັກຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ, ນຳເອົາຜົນປະໂຫຍດໃຫ້ແກ່ປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

* ເນື່ອງໃນໂອກາດນີ້, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສົ່ງກະເຊົ້າດອກໄມ້ອວຍພອນທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ນາຍົກລັດຖະມົນຕີລາວ; ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສົ່ງສານຊົມເຊີຍເຖິງຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ແລະຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກ ກໍ່ໄດ້ໄປອວຍພອນຢູ່ສະຖານທູດແຫ່ງ ສປປ ລາວ ປະຈຳຫວຽດນາມ.

ໂດຍ: ແສງເດືອນ