ປີ 2017, ຫໍສະພາແຫ່ງຊາດລາວຫຼັງໃໝ່ໄດ້ຈັດພິທີວາງສິລາລຶກກໍ່ສ້າງຢູ່ບ່ອນເກົ່າສະໜາມຫຼວງທາດຫຼວງ, ພາຍຫຼັງກໍ່ສ້າງມາໄດ້ 32 ເດືອນ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ, ມາຮອດປະຈຸບັນໂຄງການໄດ້ສໍາເລັດໂດຍພື້ນຖານ, ບັນດາລາຍການວຽກງານຕົ້ນຕໍ, ບັນດາລະບົບເຕັກນິກໄດ້ເຄື່ອນໄຫວທົດລອງຮັບປະກັນຄວາມປອດໄພ, ຄຸນນະພາບ ແລະໄດ້ມອບ-ຮັບໃນວັນທີ 20 ມີນາ ເພື່ອຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 1, ສະພາແຫ່ງຊາດລາວ ຊຸດທີ IX ເຊິ່ງຈະດໍາເນີນໃນລະຫວ່າງວັນທີ 22-26 ມີນາຈະມາເຖິງຢ່າງທັນການ.

leftcenterrightdel
ຫໍສະພາແຫ່ງຊາດລາວຫຼັງໃໝ່. ພາບ: ສໍານັກຂ່າວສານຫວຽດນາມ.

ຫໍສະພາແຫ່ງຊາດໄດ້ນໍາໃຊ້ເຕັກໂນໂລຢີກ້າວໜ້າ ແລະທັນສະໄໝທີ່ສຸດ

ເຈົ້າຂອງໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ ແມ່ນກະຊວງກໍ່ສ້າງຫວຽດນາມ, ແມ່ທັບນ້ອຍ 11 ແລະບັນດາກົມກອງທີ່ກ່ຽວຂ້ອງເປັນຜູ້ຮັບເໝົາກໍ່ສ້າງດ້ວຍຄວາມຕັດສິນໃຈດ້ານການເມືອງສູງທີ່ສຸດ, ຖັນແຖວນາຍຊ່າງທີ່ມີສີມືແຮງງານສູງ ແລະອຸປະກອນກໍ່ສ້າງ, ເຕັກໂນໂລຢີທັນສະໄໝ.

ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ມີມູນຄ່າກວ່າ  111 ລ້ານໂດລາສະຫະລັດ, ມີ 5 ຊັ້ນ ແລະ1 ຊັ້ນໃຕ້ດິນທີ່ສາມາດບັນຈຸໄດ້ແຕ່ 800-1.000 ຄົນ. ນີ້ແມ່ນບ່ອນຈະດໍາເນີນບັນດາກອງປະຊຸມຂອງສະພາແຫ່ງຊາດລາວ ແລະແມ່ນບ່ອນເຮັດວຽກຂອງການນໍາສະພາແຫ່ງຊາດ, ນັກຊ່ຽວຊານ ແລະພະນັກງານຫ້ອງວ່າການສະພາແຫ່ງຊາດ. ນອກຈາກນັ້ນ, ໂຄງການຍັງໄດ້ຈັດວາງສະຖານທີ່ຕ່າງໆເພື່ອຮັບໃຊ້ໃຫ້ແກ່ການຕ້ອນຮັບຄະນະຜູ້ແທນພາຍໃນ ແລະຕ່າງປະເທດ, ການກໍ່ສ້າງ, ຈັດຕັ້ງເຫດການ ແລະພິທີສໍາຄັນຂອງປະເທດ...

ທ່ານພົນຈັດຕະວາ ຫງວຽນກ໊ວກຢຸງ ຜູ້ບັນຊາການແມ່ທັບນ້ອຍ 11, ກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ ແມ່ທັບນ້ອຍ 11 ໄດ້ອອກແບບນໍາໃຊ້ບັນດາອຸປະກອນທີ່ມີຄຸນນະພາບສູງ. ວຽກງານຄຸ້ມຄອງຄຸນນະພາບຂອງໂຄງການແມ່ທັບນ້ອຍ 11 ໄດ້ເອົາໃຈໃສ່ເປັນພິເສດ. ນີ້ແມ່ນໂຄງການພິເສດ, ມີ 2 ຄະນະຊີ້ນໍາ, 2 ຄະນະຄຸ້ມຄອງໂຄງການ, 2 ບໍລິສັດອອກແບບ, 2 ບໍລິສັດ ໃຫ້ຄໍາປຶກສາ ແລະຕິດຕາມກວດກາຂອງຫວຽດນາມ ແລະຍີ່ປຸ່ນ ສະນັ້ນຂອດຄັດເລືອກວັດສະດຸກໍ່ສ້າງ, ອຸປະກອນ ກໍ່ຄືຂັ້ນຕອນກໍ່ສ້າງຕ້ອງປະຕິບັດຢ່າງເຂັ້ມງວດເພື່ອຮັບປະກັນຄຸນນະພາບໃຫ້ດີທີ່ສຸດ.

ຕາມທ່ານ ໂດ໋ທ່ຽວກວາງ ຜູ້ອໍານວຍການໂຄງການ-ຮອງຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ ແລ້ວ, ພາຍຫຼັງກໍ່ສ້າງມາໄດ້ 32 ເດືອນ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກທາງດ້ານດິນຟ້າອາກາດ, ຝົນຕົກ, ແດດຮ້ອນ, ກໍ່ຄືຜົນສະທ້ອນຈາກພະຍາດໂຄວິດ-19, ຍ້ອນໄດ້ຮັບຄວາມເອົາໃຈໃສ່, ການຊີ້ນໍາຂອງການນໍາພັກ, ລັດ ແລະສະພາແຫ່ງຊາດສອງປະເທດ, ການຊີ້ນໍາຢ່າງໃກ້ຊິດ, ມີປະສິດທິຜົນຂອງຄະນະຊີ້ນໍາສອງປະເທດ, ພ້ອມກັບການສົມທົບຢ່າງແໜ້ນແຟ້ນ, ມີຄວາມຮັບຜິດຊອບຂອງອົງການທີ່ກ່ຽວຂ້ອງສອງປະເທດ, ພິເສດແມ່ນດ້ວຍບົດບາດເປັນນັກລົງທຶນຂອງກະຊວງກໍ່ສ້າງຫວຽດນາມ ແລະຄວາມມານະພະຍາຍາມຂອງກົມກອງແມ່ທັບນ້ອຍ 11 ແລະບັນດາກົມກອງທີ່ກ່ຽວຂ້ອງ, ມາຮອດປະຈຸບັນໂຄງການໄດ້ສໍາເລັດໂດຍພື້ນຖານ, ບັນດາລາຍການວຽກງານຕົ້ນຕໍ, ບັນດາລະບົບເຕັກນິກໄດ້ເຄື່ອນໄຫວທົດລອງຮັບປະກັນຄວາມປອດໄພ, ຄຸນນະພາບ ເພື່ອຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 1, ສະພາແຫ່ງຊາດລາວ ຊຸດທີ IX ຈະດໍາເນີນໃນວັນທີ 22 ມີນາ ຈະມາເຖິງຢ່າງທັນການ.

ສົມເປັນສັນຍາລັກແຫ່ງສາຍພົວພັນຫວຽດນາມ-ລາວ

ໂຄງການກໍ່ສ້າງຫໍສະພາແຫ່ງຊາດ ແມ່ນການສືບທອດມູນເຊື້ອມິດຕະພາບແບບພິເສດລະຫວ່າງຫວຽດນາມ ແລະລາວ ໃນໄລຍະໃໝ່, ໄລຍະກໍ່ສ້າງ ແລະພັດທະນາຂອງທັງສອງປະເທດ.

ຕີລາຄາດ້ານຄຸນນະພາບຂອງໂຄງການໃນການຢ້ຽມຢາມ ແລະກວດກາຄວາມຄືບໜ້າຫວ່າງແລ້ວນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ນາຍົກລັດຖະມົນຕີລາວ ໃຫ້ຮູ້ວ່າ ທ່ານສະແດງຄວາມປະທັບໃຈ ແລະຕີລາຄາສູງຕໍ່ຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຈິດໃຈຄວາມຮັບຜິດຊອບ ແລະສີມືແຮງງານຂອງພະນັກງານ, ນັກຮົບແມ່ທັບນ້ອຍ 11; ເຖິງວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ພິເສດແມ່ນຜົນສະທ້ອນຈາກພະຍາດໂຄວິດ-19, ແຕ່ຍັງປະຕິບັດສໍາເລັດວຽກງານໄດ້ຫຼາຍຢ່າງດ້ວຍຄຸນນະພາບດີ, ສົມກັບນາມມະຍົດ “ທະຫານລຸງໂຮ່”.

ທ່ານ ທອງລຸນ ສີສຸລິດ ເນັ້ນໜັກວ່າ ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່, ແມ່ນຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະປະຊາຊົນລາວ, ສົມເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ.

ກ່ອນໜ້ານັ້ນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລາວ ກໍ່ໄດ້ລົງຢ້ຽມຢາມ ແລະກວດກາໂຄງການດັ່ງກ່າວ ແລະຢັ້ງຢືນວ່າ ໂຄງການມີຄວາມໝາຍພິເສດຍ້ອນວ່ານີ້ແມ່ນຂອງຂວັນ, ແມ່ນອາລົມຈິດຄວາມຮັກແພງ “ເຂົ້າເມັດຫັກຜັກເສັ້ນໜຶ່ງກໍ່ບິແບ່ງປັ່ນກັນ” ເຕັມໄປດ້ວຍສາຍຈິດມິດໃຈ, ລໍ້າຄ່າເຊິ່ງຫວຽດນາມ ມອບໃຫ້ລາວ, ບັນດາຮຸ່ນລູກຫຼານຄົນລາວ ຈະບໍ່ມີຍາມທີ່ຈະຫຼົງລືມໄດ້.

ໂດຍ: ເຈິ່ນຮວ່ຽນ