ສະຫາຍ ຫງວຽນງອກເລືອງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ໃຫ້ຮູ້ວ່າ ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ແລະສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ມີສາຍພົວພັນ ເຊິ່ງກັນ ແລະກັນມາຕັ້ງແຕ່ດຶກດຳບັນສອງຝ່າຍໄດ້ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະມີການແລກປ່ຽນຝຶກອົບຮົມທາງດ້ານວິຊາການຫຼາຍຮຸ້ນຢ່າງເປັນປົກກະຕິ, ແຕ່ໄລຍະຜ່ານມາໄດ້ເກີດມີການລະບາດພະຍາດໂຄວິດ-19, ຈຶ່ງບໍ່ສາມາດແລກປ່ຽນຄະນະໄປມາຫາກັນໄດ້. ເຖິງແນວໃດກໍຕາມເງິນຈຳນວນທີ່ນຳມາມອບຄັ້ງນີ້ ແມ່ນເພື່ອປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ແລະຊຸກຍູ້ບັນດາກິດຈະກຳແລກປ່ຽນຊາວໜຸ່ມ, ນັກສຶກສາລາວ-ຫວຽດນາມ ຢູ່ ສປປ ລາວ.

leftcenterrightdel
ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ມອບເງິນຈຳນວນ 170.000.000 ດົງໃຫ້ແກ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ພາບ: lnr.org.la

ໃນໂອກາດນີ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ກ່າວວ່າ ການຊ່ວຍເຫຼືອຄັ້ງນີ້ເປັນການສະ ແດງເຖິງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ ອ້າຍນ້ອງ ທີ່ເວລາໃດກໍໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະກັນຕະຫຼອດມາ ໂດຍສະເພາະແມ່ນສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ແລະສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

ພ້ອມດຽວກັນນັ້ນ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະຂອບອົກຂອບໃຈຢ່າງຈິງໃຈມາຍັງສະຫາຍ ຫງວຽນງອກເລືອງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ, ປະທານສະຫະພັນຊາວໜຸ່ມຕະລຸມບອນ ພ້ອມດ້ວຍຄະນະ ທີ່ມອບເງິນຊ່ວຍເຫຼືອດັ່ງກ່າວນີ້ໃຫ້ແກ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະກໍໄດ້ຢືນຢັນວ່າ ຈະນຳເອົາເງິນຈຳນວນດັ່ງກ່າວນີ້ໄປມອບຕໍ່ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອນຳໃຊ້ໃຫ້ຖືກຕ້ອງຕາມຈຸດປະສົງ ແລະມີປະສິດທິຜົນສູງ.

ໂດຍ: ວສລ