ບັນດາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ທ້ອນໂຮມໄດ້ແມ່ນຢູ່ເລິກປະມານ 1 ແມັດ, ແຕ່ລະອັດຖິລ້ວນແຕ່ມີແຜ່ນອາລູມີນຽມທີ່ຄວັດຂໍ້ມູນໃສ່, ໃນນັ້ນມີ 5 ແຜ່ນແມ່ນມີຄົບທັງຊື່ ແລະນາມສະກຸນ, ຊັ້ນ, ຕໍາແໜ່ງ, ທີ່ເກີດ ແລະອີກ 3 ແຜ່ນແມ່ນມີແຕ່ຊື່ ແລະນາມສະກຸນ.

leftcenterrightdel
ສົ່ງບັນດາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດມາໄວ້ອາໄລຢູ່ເທດສະບານໂພນສະຫວັນ. ພາບ: ຮຸຍເກື່ອງ.

ໄດ້ຮັບຮູ້ມາວ່າ, ກ່ອນໜ້ານັ້ນ, ຕາມຂໍ້ມູນຈາກທ່ານ ຈໍ່ວ່າ, ຊາວບ້ານແທ່ນຟຸນ, ເມືອງຄູນ, ແຂວງຊຽງຂວາງ, ລາວ ສະໜອງ: ຢູ່ເຂດພູຜາແດງ, ສັງກັດບ້ານແທ່ນຟຸນ, ເມືອງຄູນ ມີສຸສານແຫ່ງໜຶ່ງໄດ້ຝັງສົບທະຫານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ 11 ສົບ. ຈາກຂໍ້ມູນດັ່ງກ່າວ, ວັນທີ 24 ມັງກອນ 2021, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງເຫງະອານ ໄດ້ຈັດສົ່ງ 5 ຄົນ ນຳໂດຍທ່ານພັນຕີ ເລວັນດຶກ ດໍາເນີນການສໍາຫຼວດຢູ່ເຂດພູຜາແດງ. ມາຮອດວັນທີ 5 ກຸມພາ 2021, ໄດ້ຄົ້ນພົບຂຸມຝັງສົບ 8 ຂຸມດັ່ງກ່າວ.

ປະຈຸບັນ, ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດດັ່ງກ່າວໄດ້ນໍາກັບມາເທດສະບານໂພນສະຫວັນ, ແຂວງຊຽງຂວາງ. ກອງທ້ອນໂຮມກໍາລັງສືບຕໍ່ເປີດກວ້າງຂົງເຂດຊອກຫາບັນດາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງເຫຼືອ. ກອງບັນຊາການທະຫານແຂວງເຫງະອານ ກໍາລັງຕິດຕໍ່ກັບກົມກອງ ແລະກອງບັນຊາການທະຫານແຂວງບັນດາແຂວງທີ່ມີນັກຮົບເສຍສະຫຼະຊີວິດເພື່ອຊາດດັ່ງກ່າວເພື່ອດໍາເນີນລະບຽບການຕາມການກໍານົດ.

ໂດຍ: ໄຊນີດາ