ໂດຍປະຕິບັດຕາມແຜນນະໂຍບາຍແຮກສ່ຽວລະຫວ່າງກຸ່ມບ້ານຢູ່ສອງຟາກຊາຍແດນ, ປີ 2015, ຄ້າຍທະຫານຊາຍແດນບ໋າດມອດ (ເມືອງເທື່ອງຊວນ, ແຂວງແທັງຮວ໊າ) ໄດ້ເປັນເສນາທິການໃຫ້ອຳນາດການປົກຄອງທ້ອງຖິ່ນຈັດພິທີແຮກສ່ຽວລະຫວ່າງບ້ານແຄ້ວ (ຕາແສງບ໋າດມອດ) ແລະກຸ່ມບ້ານໂພນໄຊ, ເມືອງຊໍາໃຕ້, ແຂວງຫົວພັນ (ລາວ). ນັບແຕ່ນັ້ນເປັນຕົ້ນມາ, ປະຊາຊົນຢູ່ສອງຟາກຊາຍແດນຍິ່ງມີເງື່ອນໄຂຫຍັບເຂົ້າໃກ້ກັນຫຼາຍກວ່າຜ່ານການຢ້ຽມຢາມຖາມຂ່າວ ແລະແລກປ່ຽນສິນຄ້າ. ພ້ອມກັນນັ້ນ, ເພື່ອເພີ່ມທະວີ, ປັບປຸງສາຍພົວພັນການຮ່ວມມືລະຫວ່າງເມືອງເທື່ອງຊວນ ແລະເມືອງຊໍາໃຕ້ ກໍ່ຄືລະຫວ່າງກຳລັງປ້ອງກັນຊາຍແດນຂອງສອງປະເທດຢ່າງບໍ່ຢຸດຢັ້ງ, ໃນປີ 2016 ຄ້າຍທະຫານຊາຍແດນບ໋າດມອດ ໄດ້ຈັດຕັ້ງການແຮກສ່ຽວກັບກອງຮ້ອຍ 216, ກອງບັນຊາການທະຫານແຂວງຫົວພັນ. ຈາກນັ້ນ, ບັນດາກົມກອງໄດ້ສົມທົບກັນເປັນປະຈຳໃນການຈັດຕັ້ງລາດຕະເວນສອງຝ່າຍ 1 ຄັ້ງຕໍ່ເດືອນ; ຕັ້ງໜ້າແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການທີ່ກ່ຽວຂ້ອງເພື່ອຄວບຄຸມຊາຍແດນ, ຫຼັກໝາຍຊາຍແດນ...

leftcenterrightdel
ນັກຮົບຄ້າຍທະຫານຊາຍແດນບ໋າດມອດ ຈັດຕັ້ງງານບຸນໄຫວ້ພະຈັນ ແລະມອບຂອງຂວັນໃຫ້ແກ່ເຍົາວະຊົນຕາແສງບ໋າດມອດ. ພາບ: baothanhhoa.vn.

ໄປຄຽງຄູ່ກັນນັ້ນ, ບັນດາການໄປຢ້ຽມຢາມລະຫວ່າງບ້ານບ໋າດມອດ ແລະກຸ່ມບ້ານໂພນໄຊ ກໍ່ໄດ້ຈັດຕັ້ງເປັນປະຈຳ. ຜ່ານນັ້ນ, ສອງຝ່າຍໄດ້ແຈ້ງ ແລະແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບເສດຖະກິດ, ວັດທະນະທຳ, ສັງຄົມ, ຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍ; ພ້ອມກັນແກ້ໄຂບັນດາບັນຫາຕ່າງໆຢູ່ບ້ານບ໋າດມອດ ແລະກຸ່ມບ້ານໂພນໄຊ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນຊຸມວັນບຸນ, ບຸນປີໃໝ່ປະຈໍາຊາດ, ເມື່ອທັງສອງຝ່າຍມີວຽກງານຕ່າງໆ ເຂົາເຈົ້າລ້ວນແຕ່ໄປມາຫາສູ່ກັນ, ອວຍພອນ, ຊົມເຊີຍ, ຢ້ຽມຢາມ, ແລກປ່ຽນວັດທະນະທຳ, ສິລະປະ ແລະມອບຂອງຂວັນເຊິ່ງກັນ ແລະກັນ. ນອກຈາກນັ້ນ, ຍັງໄດ້ຜັນຂະຫຍາຍກິດຈະກຳໜູນຊ່ວຍພັດທະນາການຜະລິດກະສິກຳ, ປ່າໄມ້, ການສຶກສາ...

"ການແຮກສ່ຽວ" ແມ່ນວິທີການເພື່ອໃຫ້ມະນຸດມີຄວາມສະໜິດຕິດພັນ, ເຊື່ອມຕໍ່ເຊິ່ງກັນ ແລະກັນບົນພື້ນຖານອາລົມຈິດຄວາມຮັກແພງ,  ຍິ່ງໄປກວ່ານັ້ນແມ່ນຮັກແພງ, ນັບຖືກັນຄືດັ່ງພີ່ນ້ອງ, ອ້າຍເອື້ອຍນ້ອງ. ດ້ວຍຄວາມໝາຍນັ້ນ, ຄຳສັ່ງສະບັບເລກທີ 2219/CT-BTLBP ລົງວັນທີ 19 ກັນຍາ 2012 ຂອງກອງບັນຊາການທະຫານຊາຍແດນ ວ່າດ້ວຍການຈັດຕັ້ງຂະບວນການ "ແຮກສ່ຽວກຸ່ມບ້ານຢູ່ສອງຟາກຊາຍແດນ" ໄດ້ກໍາເນີດເກີດຂຶ້ນ. ບົນພື້ນຖານຂອງຄຳສັ່ງ, ພ້ອມທັງອີງໃສ່ຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບລະຫວ່າງສອງແຂວງແທັງຮວ໊າ-ຫົວພັນ ໃນໄລຍະປີ 2013-2015, ກອງບັນຊາການທະຫານຊາຍແດນແຂວງ ໄດ້ເປັນເສນາທິການໃຫ້ຄະນະກຳມະການປະຊາຊົນແຂວງແທັງຮວ໊າ ສ້າງ ແລະຜັນຂະຫຍາຍເນື້ອໃນ "ແຮກສ່ຽວກຸ່ມບ້ານທີ່ຢູ່ສອງຟາກຊາຍແດນ" ຕາມເສັ້ນຊາຍແດນທາງບົກ. ຜ່ານວຽກງານເປັນເສນາທິການຂອງທະຫານຊາຍແດນ, ປະຈຸບັນທົ່ວເຂດຊາຍແດນແຂວງແທັງຮວ໊າ ໄດ້ຈັດຕັ້ງການລົງນາມ ແລະຮັກສາການເຄື່ອນໄຫວໃຫ້ 17 ກຸ່ມບ້ານທີ່ຢູ່ສອງຟາກຊາຍແດນ. ພ້ອມທັງເປັນການຮັກສາການແຮກສ່ຽວລະຫວ່າງ 6 ຄ້າຍທະຫາຍຊາຍແດນ ແລະ 3 ກອງຮ້ອຍຂອງປະເທດເພື່ອນມິດລາວ.

ຜ່ານໂຄງການແລກສ່ຽວ, ຢູ່ຕາມເສັ້ນຊາຍແດນລະຫວ່າງສອງແຂວງ, ສອງປະເທດໄດ້ຮັບການປ້ອງກັນນັບມື້ນັບດີຂຶ້ນ ແລະກາຍເປັນເສັ້ນຊາຍແດນແຫ່ງສາຍຈິດມິດໃຈ, ເຂດຊາຍແດນມິດຕະພາບ, ໄດ້ຮັບການຮັກສາ ແລະເພີ່ມພູນຄູນສ້າງບົນພື້ນຖານແຫ່ງຄວາມເຂົ້າໃຈ, ເຄົາລົບ, ໜູນຊ່ວຍ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ.

ການກໍ່ສ້າງເສັ້ນຊາຍແດນມິດຕະພາບທີ່ອີງໃສ່ສາຍພົວພັນສະໜິດຕິດແໜ້ນລະຫວ່າງປະຊາຊົນສອງປະເທດ ຈະເປັນການຊ່ວຍຊູກຳລັງທີ່ສຳຄັນໃຫ້ແກ່ກຳລັງປ້ອງກັນຊາຍແດນ ແລະອໍານາດການປົກຄອງສອງຝ່າຍ ແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຕໍ່ສູ້ກັບການເຄື່ອນໄຫວຂ້າມຊາຍແດນທີ່ຜິດກົດໝາຍ, ລ່ວງລະເມີດແຫຼ່ງຊັບພະຍາກອນ, ການອົບພະຍົບເສລີ ແລະການຕໍ່ສູ້ກັບໄພຫຍໍ້ທໍ້ ແລະອາດຊະຍາກຳທີ່ເປັນອັນຕະລາຍ. ສະພາບຕົວຈິງໄດ້ສະແດງໃຫ້ເຫັນວ່າ, ການແຮກສ່ຽວລະຫວ່າງກຸ່ມບ້ານຢູ່ສອງຟາກຊາຍແດນ ໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັບປະກັນການຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ. ພ້ອມກັນນັ້ນ, ກໍ່ປະກອບສ່ວນຮັດແໜ້ນສາຍພົວພັນສາມັກຄີ, ມິດຕະພາບແບບພິເສດ ຫວຽດນາມ-ລາວ ໃຫ້ “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.

ໂດຍ: ຫງວຽນກຸກ