ຍ້ອນພູມີປະເທດທຸລະກັນດານ, ພະບາງເໜືອ ແມ່ນຈຸດສູງດ້ານຍຸດທະສາດທີ່ສໍາຄັນ ເຮັດໃຫ້ທາງລົດໂອໂຕ, ທາງທໍ່, ທາງນໍ້າລ້ວນແຕ່ໄປຜ່ານແຫ່ງນີ້. ພະບາງເໜືອ ກາຍເປັນຈຸດສູງທີ່ຖືກມ້າງເພທຳລາຍຢ່າງດຸເດືອດຂອງທະຫານອາກາດອາເມລິກາ. ມີພະນັກງານ, ນັກຮົບຫຼາຍຄົນເສຍສະຫຼະຊີວິດຢູ່ຈຸດສູງດັ່ງກ່າວ, ໃນນັ້ນມີວິລະຊົນ, ຜູ້ຂັບລົດ ເຈິ່ນກົງເຍີ໊ນ ແລະພັນໂທ ຫງວຽນເຫວ້, ຫົວໜ້າປ້ອມ 9 ຂອງກອງທະຫານ 559 (ທະຫານເຈື່ອງເຊີນ).

ຢູ່ສະຖານທີ່ດັ່ງກ່າວ, ເຖິງວ່າລູກລະເບີດທຳລາຍຢ່າງດຸເດືອດກໍ່ຕາມ, ແຕ່ບັນດານັກຮົບຊ່າງແສງ, ນັກຮົບປືນໃຫຍ່ປ້ອງກັນອາກາດ ຍັງຄົງຢູ່ກັບທີ່ເພື່ອຮັບປະກັນໃຫ້ທາງລົດໂອໂຕ, ທາງທໍ່ ແລະທາງນໍ້າທະລຸລ່ວງ. ເພື່ອມີຄວາມເຂົ້າໃຈຕື່ມອີກກ່ຽວກັບການດໍາລົງຊີວິດຂອງເຂົາເຈົ້າ, ເຊີນເພື່ອນອ່ານປຶ້ມບັນທຶກປະຈຳວັນໃນຊຸມວັນບຸນເຕັດປີ 1970 ຂອງທ້າວ ໂງວັນທໍ້, ນັກຮົບພະລາທິການກອງຮ້ອຍ 4, ກອງພັນ 668 ຂຶ້ນກັບກອງພັນໃຫຍ່ທໍ່ 592.

...ວັນທີ 29 ມັງກອນ 1970

ມື້ແດດຮ້ອນຢູ່ດິນແດນພະບາງ. ພວກມັນຕີທຳລາຍຢ່າງລຽນຕິດ, ລູກລະເບີດແຕກດັງສະໜັ່ນ. ເວລາ 12 ໂມງເຄິ່ງຍາມກາງຄືນ, ໄປເອົາເຂົ້າສານຢູ່ສາງ N3. ເສັ້ນທາງໄປຍັງສາງຖືກລະເບີດທໍາລາຍຢ່າງຮ້າຍແຮງ. ຂ້າພະເຈົ້າລໍຖ້າ B2 ມອບສິນຄ້າໃຫ້ແລ້ວຈຶ່ງກັບ. ຢູ່ເຂດສາງແຫ່ງນີ້, ສັດຕູ ໄດ້ຕີທຳລາຍ 8 ວັນແລ້ວ. ດ້ວຍລະເບີດທີ່ທັນສະໄໝນັ້ນ , ຈັກກະພັດອາເມລິກາ ຄິດວ່າຈະຂົ່ມຂູ່ອີຫຍັງໄດ້? ຢູ່ນອກ, ເຫັນວ່າຕົ້ນໄມ້ລົ້ມເດຍລະດາດຍ້ອນລະເບີດ.. ງຽບສະຫງັດ. ບໍ່! ຢູ່ທີ່ນີ້, ລົດຂົນສົ່ງສິນຄ້າພວມຮີບເຮັ່ງເພີ່ມຖ້ຽວ, ຜ່ານຄໍ່າຄືນມື້ນີ້, ປ້ອມ ຈະສຳເລັດແຜນການຂອງເດືອນ. ໃນຍາມກາງຄືນ, ມີແຕ່ເຮົາຜູ້ດຽວໃນທ່າມກາງປ່າມິດງຽບ, ແບກສິນຄ້າຢູ່ສັນຫຼັງ, ຈິດໃຈຮູ້້ສຶກມ່ວນໆ. ມາຮອດເຮືອນ, ຫົວໜ້າ ແລະອ້າຍເວີ໊ນ ໄດ້ນອນຫຼັບແລ້ວ.

leftcenterrightdel
ທ້າວ ໂງວັນທໍ້ ນັກຮົບພະລາທິການກອງພັນ 668. ພາບເອກະສານ

ວັນທີ 5 ກຸມພາ 1970 (ກ່ອນບຸນເຕັດ 1 ວັນ)

ມື້ອື່ນກ້າວເຂົ້າສູ່ວັນຂຶ້ນປີໃໝ່. ວຽກງານກະກຽມຕ້ອນຮັບບຸນເຕັດຮຽບຮ້ອຍແລ້ວ, ປີນີ້ພວກຂ້າພະເຈົ້າເອົາເກືອແລກເອົາໝູ. ມື້ນີ້ຫ້າວຫັນກັບວຽກງານກະກຽມ, ມື້ອື່ນແມ່ນມື້ທຳອິດຂອງບຸນເຕັດ. ບັນດາໝວດທະຫານຫໍ່ເຂົ້າຕົ້ມ, ເຮັດຢໍ່... ຮີດຄອງປະເພນີຂອງຊາດສ່ວນຫຼາຍສະແດງອອກໃນວັນກະກຽມຕ້ອນຮັບບຸນເຕັດ. ປີກາຍ, ກິນກຸດຢູ່ຫຼັກ 31, ເສັ້ນທາງ 23-7, ປີນີ້ວັດຖຸມີຫຼາຍກວ່າ.

ມື້ນີ້, ຢູ່ເຮືອນຂອງກອງຮ້ອຍມີຄວາມຄຶກຄັກ. ຍາມຄໍ່າຄືນ, ຂ້ອຍ ແລະອ້າຍຕຸຍ ເຮັດເຂົ້າໜົມຈືນລໍຖ້າເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. ນຸ່ງຊຸດທະຫານແບບໃໝ່. ບ້ານເກີດຕອນນີ້ມ່ວນຫຼາຍເນາະ?,  ຄອບຄົວຈະຄິດຮອດລູກຫຼາຍ. ເມກເຝື້ອເຮີຍ! ຈົ່ງບິນຫາບ້ານເຮົາ, ນຳເອົາອາລົມຈິດຂອງຜູ້ກຳລັງຕໍ່ສູ້ຕ້ານອາເມລິກາ ຢູ່ທາງໄກມາຍັງຄອບຄົວ.

ເວລາ 21 ໂມງ. ສຽງລະເບີດແຕກຢ່າງລຽນຕິດ, ຖ້ຳຫິນສັ່ນສະເທືອນ, B-52 ຖິ້ມລະເບີດ. ການຖິ້ມລະເບີດຢຸດລົງ, ທຸກຄົນອອກຈາກຖໍ້າປະມານ 5 ນາທີ, ພວກມັນກໍ່ຕ່າວມາຖິ້ມລະເບີດຄັ້ງທີສອງ.

ສຽງໂທລະສັບດັງກ້ອງ, ຂ່າວຮ້າຍ: ການຖິ້ມລະເບີດຂອງ B-52 ເຮັດໃຫ້ຫົວໜ້າປ້ອມຂອງພວກເຮົາເສຍສະຫຼະຊີວິດ. ເຮືອນຂອງກອງຮ້ອຍກຳລັງເບີກບານທັນນັ້ນກໍ່ມິດງຽບລົງ. ບັນດາຫົວໜ້າ ແລະອ້າຍ ເວີ໊ນ ອອກໄປແກ້ໄຂຜົນຮ້າຍຢ້ອນຫຼັງ. ລະເບີດຕົກໃສ່ໝວດທະຫານ 1, ອ້າຍຢວດ ຖືກບາດເຈັບ, ສ່ວນຜູ້ອື່ນບໍ່ເປັນຫຍັງ.

ເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. ລຸງໂຕນ ອ່ານຈົດໝາຍອວຍພອນບຸນເຕັດປີ 1970. ທຸກໆຄຳເວົ້າ, ທຸກຄວາມໝາຍພວກເຮົາລ້ວນແຕ່ຈົດຈຳໄວ້ ແລະຮູ້ສຶກຕື່ນເຕັ້ນໃຈຫຼາຍ.

ວັນທີ 6 ກຸມພາ 1970

ມື້ທໍາອິດຂອງປີໃໝ່. ນັບແຕ່ຄືນມື້ວານຮອດຄືນມື້ນີ້, B-52 ໄດ້ຖິ້ມລະເປີດທັງໝົດ 7 ຄັ້ງ. ນອນໃນຖໍ້າ, ສຽງລະເບີດແຕກດັງສະໜັ່ນ. ພວກມັນຖິ້ມລະເບີດລົງພູຫີນ, ຫ້ວຍນ້ຳ ເຊິ່ງພວກເຮົາເຄີຍຖູແຂ້ວລ້າງໜ້າປະຈໍາວັນ, ລະເບີດແຕກເຮັດໃຫ້ຕົ້ນໄມ້ຫັກເດຍລະດາດ.

ຕອນບ່າຍ, ເຮືອບິນ B-52 ຖິ້ມລະເບີດລົງເຂດພູຫີນໃນເວລາ 16 ໂມງ, ໄຟໄໝ້. ຫລັງຈາກນັ້ນ, ຂ້ອຍ ແລະອ້າຍເວີ໊ນ ອອກໄປໃນຄວັນໄຟ, ຕົ້ນໄມ້ຫັກເພື່ອຕ້ອນຮັບຫົວໜ້າໂຟ໊ ກັບຄືນຢ່າງປອດໄພ.

ເຖິງຢ່າງໃດກໍ່ຕາມ, ໃນຍາມດຸເດືອດ, ພວກເຮົາຍັງມີເຂົ້າຕົ້ມ, ຢໍ່,... ເຮືອນກອງຮ້ອຍຍັງມ່ວນຊື່ນດ້ວຍສຽງເວົ້າສຽງຫົວ, ສຽງໂອ້ລົມນຳກັນ.

ຟັງວິທະຍຸຍິ່ງເຮັດໃຫ້ພວກເຮົາຄິດຮອດບ້ານເກີດໃນຍາມຕ້ອນຮັບບຸນເຕັດກວ່າ. ສິ່ງດັ່ງກ່າວໄດ້ກະຕຸກຊຸກຍູ້ພວກເຮົາຈັບມືປືນເພື່ອປົກປັກຮັກສາລະດູບານໃໝ່ຢູ່ພາກເໜືອ ໃຫ້ສວຍສົດງົດງາມ ແລະຍາດເອົາໄຊຊະນະໃນທົ່ວປະເທດ...

ໂດຍ: ທູຈາງ