ກິດຈະກຳຕ້ອນຮັບບຸນເຕັດມີການເຂົ້າຮ່ວມຂອງທ່ານນາງ ຈິ້ງທິເຕິີມ ອຸປະທູດຫວຽດນາມ ປະຈຳລາວ ພ້ອມກັບຄູສອນ ແລະນັກຮຽນຂອງໂຮງຮຽນຫຼັງດັ່ງກ່າວ. ເຂົ້າຮ່ວມກິດຈະກຳຫໍ່ເຂົ້າຕົ້ມ, ທ່ານນາງ ຈິ້ງທິເຕິີມ ໃຫ້ຮູ້ວ່າ ນີ້ແມ່ນກິດຈະກຳທີ່ມີຄວາມໝາຍ ແລະແທດຈິງທີ່ສຸດຊ່ວຍໃຫ້ນັກຮຽນຂອງໂຮງຮຽນສອງພາສາລາວ-ຫວຽດນາມຫງວຽນຢູ ມີຄວາມເຂົ້າໃຈຢ່າງຈະແຈ້ງກວ່າກ່ຽວກັບຮີດຄອງປະເພນີຂອງຫວຽດນາມ ໃນຊຸມວັນບຸນປີໃໝ່ປະຈຳຊາດ.

leftcenterrightdel
ບັນຍາກາດການຫໍ່ເຂົ້າຕົ້ມ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານນາງ ຈິ້ງທິເຕິີມ ປາດຖະໜາວ່າ ໃນປີສະຫຼູຸ, ຄູສອນ ແລະນັກຮຽນຂອງໂຮງຮຽນສອງພາສາລາວ-ຫວຽດນາມຫງວຽນຢູ ຈະສືບຕໍ່ປະສົບຜົນສຳເລັດໃນວຽກງານຮ່ຳຮຽນ ແລະສິດສອນເພື່ອປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາຂອງລາວ ກໍ່ຄືສາຍພົວພັນມິດຕະພາບແບບພິເສດຂອງສອງປະເທດ. ກໍ່ໃນວັນດຽວກັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ສົ່ງຂອງຂວັນໄປມອບໃຫ້ນັກໂທດ ແລະຜູ້ຕ້ອງຫາຊາວຫວຽດນາມທີ່ພວມຖືກກັກຂັງໃນຄຸກຢູ່ສອງແຂວງວຽງຈັນ ແລະໄຊສົມບູນ, ພາກເໜືອຂອງລາວ.

ໂດຍ: ແສງເດືອນ