ທ້າວ ພູວັນ ທໍາມະວົງ - ນັກສຶກສາປີທີ 3 ພະແນກເຕັກນິກ-ເຕັກໂນໂລຢີ, ມະຫາວິທະຍາໄລຮ່າຕິ້ງ ແບ່ງປັນວ່າ: “4 ປີທີ່ດໍາລົງຊີວິດ ແລະຮໍ່າຮຽນຢູ່ຮ່າຕິ້ງ ແມ່ນມີທັງຄວາມເບີກບານມ່ວນຊື່ນ ແລະຄວາມໂສກເສົ້າຫງ່ວມເຫງົາສັບປົນກັນໄປ, ນ້ອງ ຮູ້ສຶກຮັກຫອມດິນແດນແຫ່ງນີ້ ແລະຮັກແພງປະຊາຊົນຢູ່ທີ່ນີ້ຫຼາຍກວ່າ. ຖ້າມີໂອກາດ, ນ້ອງຢາກດໍາລົງຊີວິດ ແລະເຮັດວຽກຢູ່ທີ່ນີ້”. ທ້າວ ພູວັນ ທໍາມະວົງ ຮູ້ຈັກປະເທດຫວຽດນາມ ຕອນ ລາວ ຍັງຮຽນຢູ່ຫ້ອງ ມ7 ເມື່ອໄດ້ພົບປະກັບກຸ່ມນັກສຶກສາມະຫາວິທະຍາໄລວິງ ທີ່ໄປທັດສະນະສຶກສາຢູ່ໂຮງຮຽນຂອງລາວ. ເຖິງວ່າໄດ້ພົບປະກັນໃນເວລາສັ້ນກໍ່ຕາມແຕ່ລາວກໍ່ມີຄວາມປະທັບໃຈຕໍ່ຊາວຫວຽດນາມ ທີ່ສະໜິດສະໜົມ, ສະຫຼາດ, ຂະຫຍັນຂັນເຄື່ອນ. ຈາກນັ້ນ, ລາວ ຈຶ່ງມີຄວາມໃຝ່ຝັນຢາກມາຮຽນຢູ່ຫວຽດນາມ.

leftcenterrightdel
ນອກຈາກຮໍ່າຮຽນຢູ່ມະຫາວິທະຍາໄລຮ່າຕິ້ງ ແລ້ວ, ນັກສຶກສາລາວ ຍັງໄດ້ໄປທັດສະນະສຶກສາ ອີກດ້ວຍ. ພາບ: baohatinh.vn

ທ້າວ ພູວັນ ໃຫ້ຮູ້ວ່າ: “ດ້ວຍການເອົາໃຈໃສ່ຂອງໂຮງຮຽນ, ຄູອາຈານ ແລະໝູ່ເພື່ອນນັກສຶກສາຢູ່ຮ່າຕິ້ງ ໄດ້ຊ່ວຍໃຫ້ ລາວ ຜ່ານຜ່າຄວາມຫຍຸ້ງຍາກເມື່ອຮຽນຢູ່ທີ່ນີ້. ແບບຢ່າງທີ່ດຸໝັ່ນຂະຫຍັນພຽນ ແລະຄວາມປາດຖະໜາຢາກຊອກຮູ້ຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຂອງໝູ່ເພື່ອນແມ່ນກໍາລັງໜູນເພື່ອໃຫ້ນ້ອງພະຍາຍາມກວ່າອີກ, ໂດຍສະເພາະແມ່ນນັກສຶກສາທີ່ປະສົບຄວາມຫຍຸ້ງຍາກ, ໝູ່ເພື່ອນທີ່ມານະພະຍາຍາມເສັງເອົາທຶນການສຶກສາເພື່ອໄປຮຽນຢູ່ຕ່າງປະເທດ ເຊິ່ງ ຄູອາຈານ ແລະໝູ່ເພື່ອນໄດ້ເລົ່າສູ່ຟັງ. 4 ປີຜ່ານມາ, ນອກຈາກຮຽນພາສາຫວຽດ, ຮຽນວິຊາສະເພາະແລ້ວ, ນ້ອງກໍຍັງຝຶກຝົນຫຼໍ່ຫຼອມວິທີເຮັດວຽກເປັນມືອາຊີບ, ວິທີຮຽນທີ່ມີວິທະຍາສາດກວ່າ”.

leftcenterrightdel
ນັກສຶກສາລາວ ໃນການເດີນທາງອາສາສະໝັກໄປຊ່ວຍເຫຼືອປະຊາຊົນທີ່ຖືກຜົນສະທ້ອນຈາກໄພນໍ້າຖ້ວມຢູ່ເກິ້ມຊວຽນ. ພາບ: baohatinh.vn

ປັດຈຸບັນ, ມະຫາວິທະຍາໄລຮ່າຕິ້ງ ແມ່ນໜຶ່ງໃນຈຳນວນໂຮງຮຽນທີ່ມີນັກສຶກສາລາວ ມາຮຽນຫຼາຍທີ່ສຸດໃນທົ່ວປະເທດ ສະເລ່ຍໃນແຕ່ລະປີແມ່ນ 1.000 ກວ່າຄົນ. ນອກຈາກການສ້າງຕໍາລາຮຽນໃຫ້ສອດຄ່ອງກັບນັກສຶກສາລາວ ແລ້ວ, ທາງໂຮງຮຽນຍັງຈັດການໄປທັດສະນະສຶກສາ, ສ້າງໂອກາດໃຫ້ນັກສຶກສາລາວ ໄດ້ພົບປະໂອ້ລົມກັບນັກສຶກສາຫວຽດ, ຊ່ວຍໃຫ້ພວກນ້ອງຝຶກຝົນຫຼໍ່ຫຼອມທັກສະໃນການດຳລົງຊີວິດ ແລະຄວາມຮູ້ກ່ຽວກັບສັງຄົມອີກດ້ວຍ.

leftcenterrightdel
ລາຍການສະແດງສິລະປະຂໍ່ານັບຮັບຕ້ອນວັນຊາດລາວ ທີ່ມະຫາວິທະຍາໄລຮ່າຕິ້ງ ປີ 2020.  ພາບ: baohatinh.vn

ອາຈານ ບ້ຽນວັນກວ່ຽນ - ເລຂາຄະນະຊາວໜຸ່ມມະຫາວິທະຍາໄລຮ່າຕິ້ງ ໃຫ້ຮູ້ວ່າ: “ນອກຈາກການຈັດກິດຈະກໍາພົບປະແລກປ່ຽນສິລະປະວັດທະນະທໍາໃນຊຸມວັນບຸນເຕັດແລ້ວ, ຄະນະຊາວໜຸ່ມໂຮງຮຽນຍັງຈັດກິດຈະກໍາໄປທັດສະນະສຶກສາໃຫ້ແກ່ນັກສຶກສາລາວ ອີກດ້ວຍ. ບັນດາກິດຈະກໍາທີ່ມີຄຸນປະໂຫຍດນີ້ໄດ້ປະກອບສ່ວນສໍາຄັນຊ່ວຍໃຫ້ພວກນ້ອງ ຝຶກຝົນຫຼໍ່ຫຼອມພຶດຕິກຳ, ການດໍາລົງຊີວິດໃຫ້ມີຄວາມຂະຫຍັນຂັນເຄື່ອນກວ່າ, ມີຄວາມຮູ້ຄວາມສາມາດ, ຢັ້ງຢືນຕົນເອງໃນທຸກສະພາບການ. ນີ້ແມ່ນທັກສະທີ່ຈໍາເປັນຂອງຊາວໜຸ່ມຍຸກໃໝ່”.

10 ກວ່າປີຜ່ານມາ, ມະຫາວິທະຍາໄລຮ່າຕິ້ງ ໄດ້ກາຍເປັນສະຖານທີ່ບໍາລຸງສ້າງທີ່ດຶງດູດນັກສຶກສາລາວ ມາສຶກສາຮໍ່າຮຽນ. ຈາກແຫຼ່ງບໍາລຸງສ້າງນີ້ມີນັກສຶກສາລາວ ຮຸ່ນຕ່າງໆໄດ້ເຕີບໃຫຍ່ຂະຫຍາຍຕົວ, ນັກສຶກສາລາວຫຼາຍຄົນມີວຽກເຮັດງານທໍາຖືກຕາມວິຊາສະເພາະທີ່ຕົນເອງໄດ້ຮຽນມາ. ໃນຄວາມຊົງຈໍາຂອງພວກນ້ອງ, ຮູບພາບນັກສຶກສາຫວຽດນາມ, ນັກສຶກສາຮ່າຕິ້ງ ທີ່ເຕັມໄປດ້ວຍຄວາມຟົດຟື້ນ, ຄວາມສາມາດປັບຕົວສູງ, ມີຄຸນນະທາດສູງຍາມໃດກໍ່ແມ່ນຮູບພາບທີ່ດີງາມ, ເປັນບົດຮຽນອັນລໍ້າຄ່າ ເຊິ່ງພວກນ້ອງຮໍ່າຮຽນໄດ້ຢູ່ທີ່ນີ້.

ໂດຍ: ໄຊຊະນະ