ໃນໄລຍະຜ່ານມາ, ການສົມທົບລະຫວ່າງກໍາລັງທີ່ກ່ຽວຂ້ອງ, ປະຊາຊົນທ້ອງຖິ່ນສອງປະເທດ, ບັນດາຄູ່ບ້ານແຮກສ່ຽວ, ຄ້າຍ, ປ້ອມຊາຍແດນແຮກສ່ຽວໄດ້ປະກອບສ່ວນສ້າງ “ເຂນ” ເພື່ອປາບປາມອາດຊະຍາກໍາປະເພດຕ່າງໆ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນກໍ່ຄືການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

ຈຸດພົ້ນເດັ່ນໃນວຽກງານການຕ່າງປະເທດຊາຍແດນ

ພ້ອມດ້ວຍຮູບແບບແຮກສ່ຽວລະຫວ່າງກຸ່ມບ້ານຂອງຊຸມຊົນທີ່ຢູ່ສອງຟາກຊາຍແດນ, ໃນຊຸມປີຜ່ານມາ, ໂດຍປະຕິບັດຕາມການຊີ້ນໍາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທະຫານຊາຍແດນຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າສົມທົບກັບກໍາລັງປ້ອງກັນຊາຍແດນຂອງປະເທດບ້ານໃກ້ເຮືອນຄຽງເພື່ອແນໃສ່ເພີ່ມທະວີນໍ້າໃຈສາມັກຄີ, ພ້ອມກັນປະຕິບັດບັນດາສັນຍາ ແລະກົດລະບຽບກ່ຽວກັບຊາຍແດນ, ດ່ານຊາຍແດນໃຫ້ເປັນຢ່າງດີ, ປະກອບສ່ວນຫຼຸດຜ່ອນຄວາມບໍ່ລົງລອຍກັນ, ເພີ່ມທະວີການພົບປະແລກປ່ຽນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ. ປີ 2013, ຮູບແບບແຮກສ່ຽວ “ຄ້າຍ-ປ້ອມມິດຕະພາບ-ດ່ານຊາຍແດນກົມກຽວ”, “ຄ້າຍ-ປ້ອມມິດຕະພາບ-ຊາຍແດນສະຫງົບສຸກ” ໄດ້ຮັບການຜັນຂະຫຍາຍ. ມາຮອດປະຈຸບັນ, ມີ 180 ຄູ່ບ້ານ/265 ຄ້າຍທະຫານຊາຍແດນໄດ້ລົງນາມກັບກໍາລັງປ້ອງກັນຊາຍແດນ, ດ່ານຊາຍແດນປະເທດເພື່ອນມິດ.

leftcenterrightdel
ທະຫານຢູ່ຄ້າຍທະຫານຊາຍແດນມີ໋ລີ໊ (ທະຫານຊາຍແດນແຂວງເງະອານ) ມອບຂອງຂວັນໃຫ້ນັກຮຽນທຸກຍາກຢູ່ບ້ານຟຸງວ໊າຍ, ກຸ່ມບ້ານຜາແດງ, ເມືອງເມື່ອງກວນ, ແຂວງຫົວພັນ (ລາວ). ພາບ: ຫາຍເທື້ອງ.

ການສົມທົບ, ແບ່ງປັນ, ຄວາມເຂົ້າໃຈກັນນີ້ໄດ້ປະກອບສ່ວນປັບປຸງ, ຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງກໍາລັງທະຫານຊາຍແດນຫວຽດນາມ ກັບບັນດາອົງການທີ່ກ່ຽວຂ້ອງປ້ອງກັນຊາຍແດນຂອງສອງປະເທດ. ຈາກການເຄື່ອນໄຫວແຮກສ່ຽວທີ່ເຕັມໄປດ້ວຍນໍ້າໃຈ ແລະປະສິດທິຜົນນີ້, ນໍ້າໃຈສະໜິດຕິດພັນ, ຄວາມສາມັກຄີລະຫວ່າງທະຫາຍຊາຍແດນຫວຽດນາມ ກັບກໍາລັງຄຸ້ມຄອງ, ປ້ອງກັນຊາຍແດນກັບປະເທດບ້ານໃກ້ເຮືອນຄຽງໄດ້ເຮັດໃຫ້ການຮ່ວມມືຊາຍແດນທີ່ນັບມື້ນັບເຂົ້າສູ່ເນື້ອແທ້ ແລະມີປະສິດທິຜົນກວ່າອີກ.

ການສົມທົບລະຫວ່າງທະຫານຊາຍແດນຫວຽດນາມ ແລະກໍາລັງປ້ອງກັນຊາຍແດນລາວ ເວົ້າສະເພາະ, ທະຫານຊາຍແດນຫວຽດນາມ ແລະກໍາລັງປ້ອງກັນຊາຍແດນຈີນ, ກຳປູເຈຍ ເວົ້າລວມບັນລຸໄດ້ໝາກຜົນຫຼາຍຢ່າງໃນວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາຍແດນປະເພດຕ່າງໆ, ຮັກສາຄວາມສະຫງົບດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຂອງປະຊາຊົນຢູ່ເຂດຊາຍແດນ, ດ່ານຊາຍແດນ, ອຳນາດການປົກຄອງ, ປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນສອງປະເທດໄດ້ເປັນໃຈສະໜັບສະໜູນ. ຜ່ານຮູບແບບ, ທະຫານຊາຍແດນຫວຽດນາມ ເວົ້າລວມ ແລະທະຫານຊາຍແດນບັນດາແຂວງຊາຍແດນໄດ້ ແລະກໍາລັງສືບຕໍ່ເສີມຂະຫຍາຍບັນດາໝາກຜົນບັນລຸໄດ້, ສ້າງຫຼາຍຮູບແບບໃໝ່, ປະສິດທິຜົນໃນວຽກງານການຕ່າງປະເທດຊາຍແດນ. ຜ່ານນັ້ນ, ພະນັກງານ, ນັກຮົບຊາຍແດນແຕ່ລະຄົນແມ່ນນັກໂຄສະນາເຜີຍແຜ່, ນັກການທູດຢູ່ຊາຍແດນ.

ປະຕິບັດເປົ້າໝາຍຄວບຄູ່

ໃນສະພາບເກີດພະຍາດໂຄວິດ-19 ຜ່ານມາ, ມີຫຼາຍຄົນໄດ້ສວຍໃຊ້ດ່ານທ້ອງຖິ່ນ, ດ່ານປະເພນີເພື່ອຂ້າມຊາຍແດນຜິດກົດໝາຍ, ຫຼີກການແຍກປ່ຽວ... ຕໍ່ໜ້າສະພາບການນັ້ນ, ທະຫານຊາຍແດນແຂວງເງະອານໄດ້ສ້າງປ້ອມສະກັດກັ້ນ 56 ແຫ່ງ ແລະປ້ອມສະກັດກັ້ນເຄື່ອນຍ້າຍ 11 ແຫ່ງຢູ່ຕາມດ່ານທ້ອງຖິ່ນ, ດ່ານປະເພນີລຽບຕາມເສັ້ນຊາຍແດນສະກັດກັ້ນບັນດາເປົ້າໝາຍການເຂົ້າ-ອອກເມືອງຢ່າງຜິດກົດໝາຍ.

ໃນໄລຍະຜ່ານມາ, ສະພາບຝົນຕົກ, ນ້ຳຖ້ວມໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງຢູ່ບັນດາແຂວງພາກກາງ ແລະພາກໃຕ້ຂອງລາວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກໍ່ຄືກໍາລັງປະຕິບັດໜ້າທີ່ການຄຸ້ມຄອງ, ປ້ອງກັນຊາຍແດນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຕົ້ນເດືອນ ທັນວາ ຜ່ານມາ, ດ້ວຍຈິດໃຈ “ແບ່ງທຸກແບ່ງສຸກນຳກັນ”, ຢູ່ດ່ານສາກົນເກົ່າແຈວ, ແຂວງຮ່າຕີ໋ງ, ໂດຍໄດ້ຮັບການມອບສິດຈາກກອງບັນຊາການທະຫານຊາຍແດນຫວຽດນາມ,  ກອງບັນຊາການທະຫານຊາຍແດນແຂວງຮ່າຕີ໋ງ ໄດ້ຈັດຕັ້ງພິທີມອບເຂົ້າສານ 75 ໂຕນ, ດ້ວຍຍອດມູນຄ່າ 1,5 ຕື້ດົ່ງໃຫ້ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ກົມໃຫຍ່ຕໍາຫຼວດ, ກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບລາວ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກນໍ້າຖ້ວມ.

ພິເສດ, ໃນຊຸມປີມໍ່ໆມານີ້, ແຂວງເຊີນລາ ຈາກການແຮກສ່ຽວໂດຍກົງກັບ 2 ແຂວງທີ່ມີຊາຍແດນຕິດກັບນັ້ນແມ່ນຫົວພັນ ແລະຫຼວງພະບາງ ແລະຍັງໄດ້ເປີດກວ້າງການແຮກສ່ຽວກັບ 6 ແຂວງອື່ນຢູ່ພາກເໜືອຂອງລາວຕື່ມອີກ. ແຕ່ລະປີ, ແຂວງເຊີນລາ ໄດ້ປະຕິບັດການໜູນຊ່ວຍ, ມອບກິດຈະການກໍ່ສ້າງໂຮງຮຽນ, ຫໍວັດທະນະທໍາໃຫ້ບັນດາທ້ອງຖິ່ນລາວ ດ້ວຍມູນຄ່ານັບສິບຕື້ດົ່ງ. ໃນ 3 ປີຜ່ານມາ, ພະນັກງານ, ທະຫານຊາຍແດນ, ຕໍາຫຼວດລາວນັບຮ້ອຍຄົນໄດ້ບໍາລຸງສ້າງ, ຍົກສູງຄວາມຮູ້ຢູ່ຕາມຮາກຖານກໍ່ສ້າງຂອງແຂວງເຊີນລາ. ນີ້ແມ່ນແຫຼ່ງຊັບພະຍາກອນມະນຸດທີ່ສໍາຄັນເພື່ອຊ່ວຍເພື່ອນມິດປັບປຸງ, ສ້າງອຳນາດການປົກຄອງ ແລະຮັດແໜ້ນນໍ້າໃຈສາມັກຄີລະຫວ່າງປະຊາຊົນຢູ່ສອງຟາກຊາຍແດນ ແລະລະຫວ່າງສອງປະເທດ...

ໂດຍປະຕິບັດວຽກງານການປ້ອງກັນ, ຕ້ານພະຍາດໂຄວິດ-19, ໃນປີ 2020 ຢູ່ເສັ້ນຊາຍແດນຫວຽດນາມ-ລາວ ເບິ່ງຄືວ່າອັດປະຕູເກືອບໝົດ. ບັນດາການເຄື່ອນໄຫວຢ້ຽມຢາມຖາມຂ່າວ, ແລກປ່ຽນສິນຄ້າ, ພົບປະແລກປ່ຽນ, ໄປມາຫາສູ່ກັນຢູ່ຊາຍແດນຖືກເກືອດຫ້າມ. ສະນັ້ນ, ວຽກງານການປ້ອງກັນ, ຕ້ານພະຍາດໂຄວິດ-19 ບັນລຸໄດ້ປະສິດທິຜົນເປັນຢ່າງດີ. ທ່ານພັນເອກພິເສດ ຫວູດຶ໊ກຕູ໊ ຮອງຫົວໜ້າການເມືອງທະຫານຊາຍແດນແຂວງເຊີນລາ ໃຫ້ຮູ້ວ່າ ຜ່ານການສໍາຫຼວດ, ຕີລາຄາສະພາບຜົນສະທ້ອນຍ້ອນພະຍາດໂຄວິດ-19, ປະຈຸບັນ ສິນຄ້າຢູ່ສອງຟາກຊາຍແດນພວມຢຸດສະຫງັກ, ຄ້າງຢູ່ສາງເປັນຈຳນວນໃຫຍ່ຫຼວງ. ປະຊາຊົນລາວ ຄອງຄອຍການບໍລິການ, ອຸປະກອນ, ເບ້ຍໄມ້ຈາກຫວຽດນາມ. ຕໍ່ໜ້າສະພາບການດັ່ງກ່າວ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ພ້ອມກັບບັນດາທ້ອງຖິ່ນທີ່ຢູ່ລຽບຕາມເສັ້ນຊາຍແດນພວມເປັນເສນາທິການໃຫ້ຄະນະກໍາມະການປະຊາຊົນແຂວງເຊີນລາ ສະເໜີຕໍ່ລັດຖະບານສອງປະເທດໂດຍອີງໃສ່ສະພາບການຕົວຈິງເມື່ອການປ້ອງກັນ, ຕ້ານພະຍາດໂຄວິດ-19 ເປັນປົກກະຕິອາດຈະຍາດແຍ່ງແລກປ່ຽນສິນຄ້າ, ແກ້ໄຂຄວາມຫຍຸ້ງຍາກໃນການດຳລົງຊີວິດ, ການຜະລິດໃຫ້ປະຊາຊົນຢູ່ສອງຟາກຊາຍແດນ. ໂດຍປະຕິບັດແຜນນະໂຍບາຍທັງປ້ອງກັນ, ຕ້ານພະຍາດໂຄວິດ-19, ທັງຮັບປະກັນການພັດທະນາເສດຖະກິດໃຫ້ເປັນຢ່າງດີ. ນັ້ນກໍ່ແມ່ນຄວາມປາດຖະໜາ, ຄວາມຄອງຄອຍຂອງປະຊາຊົນຢູ່ເຂດຊາຍແດນຫວຽດນາມ-ລາວ.

ໂດຍ: ເຈິ່ນຮວ່ຽນ