ເຂົ້າຮ່ວມພິທີຝ່າຍກອງບັນຊາການທະຫານແຂວງກວ໋າງຫງາຍ ມີທ່ານພັນເອກພິເສດ ຫວໍວັນບ໊າ, ຫົວໜ້າການທະຫານກອງບັນຊາການທະຫານແຂວງ. ຝ່າຍກອງບັນຊາການທະຫານແຂວງຈໍາປາສັກ ມີທ່ານພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານກອງບັນຊາການທະຫານແຂວງຈໍາປາສັກ.

ທີ່ພິທີມອບ-ຮັບ, ການນໍາກອງບັນຊາການທະຫານແຂວງກວ໋າງຫງາຍ ໄດ້ມອບເງິນຈໍານວນ 1 ຕື້ດົ່ງໃຫ້ກອງບັນຊາການທະຫານແຂວງຈໍາປາສັກ ເພື່ອໜູນຊ່ວຍການກໍ່ສ້າງໂຄງການມິດຕະພາບການທະຫານປີ 2020.

leftcenterrightdel
ການນໍາກອງບັນຊາການທະຫານແຂວງກວ໋າງຫງາຍ ມອບເງິນຈໍານວນ 1 ຕື້ດົ່ງໃຫ້ກອງບັນຊາການທະຫານແຂວງຈໍາປາສັກ ເພື່ອໜູນຊ່ວຍການກໍ່ສ້າງໂຄງການມິດຕະພາບການທະຫານປີ 2020. ພາບ: baoquangngai.vn

ນອກຈາກນັ້ນ, ກອງບັນຊາການທະຫານແຂວງກວ໋າງຫງາຍ ຍັງມອບອຸປະກອນການແພດ, ຢາປົວພະຍາດ, ສະບຽງອາຫານ ແລະໜູນຊ່ວຍເງິນເພື່ອສ້ອມແປງເຮືອນຊານໃຫ້ແກ່ພະນັກງານ, ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ ແລະມອບຂອງຂວັນໃຫ້ກອງບັນຊາການທະຫານແຂວງຈໍາປາສັກ  ດ້ວຍຈໍານວນເງິນເກືອບ 500 ລ້ານດົ່ງ.

ທ່ານພົນຈັດຕະວາ ສຸໄກ ພິມມະສານ ໄດ້ຕາງໜ້າພະນັກງານ, ນັກຮົບກອງບັນຊາການທະຫານແຂວງຈໍາປາສັກ ຂອບໃຈຕໍ່ອາລົມຈິດຄວາມຮັກແພງຂອງກອງບັນຊາການທະຫານແຂວງກວ໋າງຫງາຍ ທີ່ສະຫງວນໃຫ້ພະນັກງານ, ນັກຮົບກໍາລັງປະກອບອາວຸດຂອງແຂວງຈໍາປາສັກ, ນີ້ແມ່ນການສະແດງໃຫ້ເຫັນເຖິງຄວາມສາມັກຄີແບບພິເສດ, ນໍ້າໃຈມິດຕະພາບຖານສະຫາຍອ້າຍນ້ອງທີ່ໄດ້ເພີ່ມພູນຄູນສ້າງຈາກບັນດາຮຸ່ນຕ່າງໆຢ່າງມີຊີວິດຊີວາ, ແມ່ນຊັບສົມບັດອັນລໍ້າຄ່າ, ສືບຕໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະສືບທອດໃຫ້ຄົນຮຸ່ນຫຼັງ.

ໂດຍ: ທະນາພອນ