ຄະນະປະຕິບັດງານຂອງພະແນກຕໍາຫຼວດແຂວງເທື່ອທຽນເຫວ້ ໄດ້ໜູນຊ່ວຍໃຫ້ 49 ຄອບຄົວສັງກັດບ້ານເຊຊາບ, ແຕ່ລະຄອບຄົວມີເຂົ້າສານ 20 ກິໂລ, ນໍ້າມັນພືດ, ນໍ້າປາ, ຮອັດດອັກ, ປາກະປ໋ອງ, ຢາປົວພະຍາດບາງປະເພດ ຄື: ຢາຫຼຸດຜ່ອນຄວາມເຈັບປວດ, ເຈັບທ້ອງ, ເຈັບຫົວ...

leftcenterrightdel
ຄະນະປະຕິບັດງານຂອງພະແນກຕໍາຫຼວດແຂວງເທື່ອທຽນເຫວ້ ແລະຄ້າຍທະຫານຊາຍແດນ ເຍິມ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນບ້ານເຊຊາບ. ພາບ: ມິງຟູ.

ຍ້ອນຝົນຕົກນໍ້າຖ້ວມແກ່ຍາວເປັນເວລາຫຼາຍມື້ຕາມເສັ້ນທາງໄປຫາຊາຍແດນເກີດດິນເຈື່ອນຢູ່ຫຼາຍບ່ອນ, ສະນັ້ນ, ພະນັກງານ, ນັກຮົບຂອງຄ້າຍທະຫານຊາຍແດນ ເຍິມ ຈຶ່ງໄດ້ໃຊ້ລົດຈັກຂົນເຄື່ອງຊ່ວຍເຫຼືອດັ່ງກ່າວຈາກເຂື່ອນໄຟຟ້ານໍ້າຕົກ ເຊຊາບ ໄປເຖິງປ້ອມຄວບຄຸມຊາຍແດນ ຮົ່ງຖ໊າຍ, ຈາກນັ້ນພໍ່ແມ່ປະຊາຊົນໃນບ້ານເຊຊາບ ໄດ້ມາຮັບເອົາຢູ່ເສັ້ນຊາຍແດນລະຫວ່າງສອງປະເທດ.

ທ່ານ ຄໍາສິນ, ນາຍບ້ານເຊຊາບ ເວົ້າດ້ວຍຄວາມຕື້ນຕັນໃຈວ່າ: “ຫຼາຍເດືອນມາແລ້ວ, ຍ້ອນຕ້ອງປ້ອງກັນ, ຕ້ານພະຍາດໂຄວິດ-19, ດ່ານຊາຍແດນຜ່ານຫວຽດນາມ ປິດປະຕູ ສະນັ້ນພໍ່ແມ່ປະຊາຊົນໃນບ້ານເຊຊາບ ບໍ່ສາມາດອອກເມືອງໄປຊື້ເຄື່ອງຂອງຢູ່ຫວຽດນາມໄດ້, ເຮັດໃຫ້ຊີວິດການເປັນຢູ່ຂອງພວກຂ້າພະເຈົ້າ ປະສົບກັບຄວາມຫຍຸ້ງຍາກຫຼາຍ. ຍ້ອນຝົນຕົກຫຼາຍມື້, ເຮັດໃຫ້ພໍ່ແມ່ປະຊາຊົນ ບໍ່ສາມາດໄປອອກແຮງງານໄດ້ ສະນັ້ນຫຼາຍຄອບຄົວຈຶ່ງບໍ່ມີກິນ. ດຽວນີ້, ມີເຂົ້າສານ, ອາຫານ ແລະຢາປົວພະຍາດຈາກຄະນະກໍາມະການປະຊາຊົນເມືອງອາເລື້້ອຍ, ຕໍາຫຼວດແຂວງເທື່ອທຽນເຫວ້, ພໍ່ແມ່ປະຊາຊົນບໍ່ເປັນຫ່ວງນຳຄວາມອຶດຫິວອີກແລ້ວ. ພວກຂ້າພະເຈົ້າ ຂໍຂອບໃຈຢ່າງຈິງໃຈມາຍັງອົງການປົກຄອງເມືອງອາເລື້້ອຍ, ຕໍາຫຼວດແຂວງເທື່ອທຽນເຫວ້ ແລະຄ້າຍທະຫານຊາຍແດນ ເຍິມ ທີ່ໄດ້ໜູນຊ່ວຍ, ຊ່ວຍເຫຼືອປະຊາຊົນບ້ານເຊຊາບ ຜ່ານຜ່າຄວາມຫຍຸ້ງຍາກນີ້.

ໂດຍ: ໄຊຊະນະ