ໃນການເຮັດວຽກຫວ່າງແລ້ວນີ້ລະຫວ່າງຄະນະປະຕິບັດງານຂອງສະຖານທູດຫວຽດນາມ ປະຈຳລາວ ກັບກະຊວງສຶກສາທິການ ແລະກິລາລາວ ກ່ຽວກັບແຜນການຮ່ວມມືລະຫວ່າງສອງປະເທດໃນຂົງເຂດການສຶກສາ, ເຊິ່ງຄາດວ່າໃນທ້າຍປີນີ້, ຂະແໜງສຶກສາຂອງສອງປະເທດຈະລົງນາມໃນຂໍ້ຕົກລົງວ່າດ້ວຍຍຸດທະສາດການຮ່ວມມືໃນຂົງເຂດສຶກສາ ໄລຍະ 2021 – 2030.

ໃນສະເພາະໜ້າ, ໃນສົກຮຽນ 2020 – 2021, ຫວຽດນາມ ສືບຕໍ່ມອບທຶນການສຶກສາໃຫ້ແກ່ນັກສຶກສາ, ພະນັກງານລາວຈຳນວນ 1.100 ທຶນ ເຊິ່ງບຳລຸງສ້າງໃນຫຼາຍຂົງເຂດ ແລະຫຼາຍລະດັບທີ່ແຕກຕ່າງກັນ, ນັບແຕ່ຂັ້ນປະລິນຍາຕີ, ປະລິນຍາໂທ ແລະບຳລຸງສ້າງໄລຍະສັ້ນ. ນອກຈາກທຶນການສຶກສາຂອງລັດຖະບານແລ້ວ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາມະຫາວິທະຍາໄລແຫ່ງຕ່າງໆຂອງຫວຽດນາມ ກໍ່ໄດ້ມອບທຶນການສຶກສາໃຫ້ນັກສຶກສາລາວ ຫຼາຍທຶນຕື່ມອີກ.

leftcenterrightdel
ໂຮງຮຽນມັດທະຍົມຕອນປາຍ ສີທະນາໄຊ-ຂອງຂວັນຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ມອບໃຫ້ແຂວງບໍລິຄໍາໄຊ. ພາບ: vov.vn

ປີ 2019, ລັດຖະບານຫວຽດນາມ ໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາ ແລະພະນັກງານລາວ ຈຳນວນກວ່າ 1.200 ທຶນມາຮ່ຳຮຽນຢູ່ຫວຽດນາມ ໃນຫຼາຍຂົງເຂດ, ລວມທັງຂົງເຂດການເມືອງ ແລະບໍລິຫານ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດ ແລະເຕັກໂນໂລຢີ.

ໃນໄລຍະເກືອບ 10 ປີຜ່ານມານີ້, ນັກສຶກສາລາວ ມາຮໍ່າຮຽນຢູ່ຫວຽດນາມ ສ່ວນຫຼາຍແມ່ນຮຽນໃນບັນດາຂະແໜງເຕັກນິກ, ເຕັກໂນໂລຢີ, ສ້າງຄູ, ເສດຖະກິດ... ໃນນັ້ນມີນັກສຶກສາກວ່າ 51%  ແມ່ນຮຽນຂະແໜງສ້າງຄູຂັ້ນປະລິນຍາຕີຂຶ້ນໄປ, ຍ້ອນວ່າ ນີ້ແມ່ນໜຶ່ງໃນບັນດາຂົງເຂດ ເຊິ່ງປະເທດລາວ ພວມເອົາໃຈໃສ່ພັດທະນາ ເພື່ອຍົກສູງຄຸນນະພາບການສຶກສາພາຍໃນປະເທດ. ນອກຈາກຂົງເຂດການສຶກສາແລ້ວ, ລາວ ແລະຫວຽດນາມ ຍັງຮ່ວມມືກັນໃນບັນດາຂົງເຂດຄືວິທະຍາສາດ ແລະເຕັກໂນໂລຢີ, ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ໂທລະຄົມມະນາຄົມ, ແຮງງານ, ການທ່ອງທ່ຽວ ແລະເສດຖະກິດ.

ໂດຍ: ທະນາພອນ