ນີ້ແມ່ນຄັ້ງທີ 4 ທີ່ HUFO, ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ, ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ສົມທົບກັບຄະນະບໍລິຫານງານຊາວໜຸ່ມແຂວງບິ່ງເຟືອກ ຕ້ອນຮັບຄະນະນັກສຶກສາກຳປູເຈຍ ແລະລາວ ມາພົບປະແລກປ່ຽນກັບຊາວໜຸ່ມທ້ອງຖິ່ນ, ຜ່ານນັ້ນຢັ້ງຢືນການພົວພັນທີ່ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ ແລະພັດທະນາອັນດີງາມລະຫວ່າງສາມປະເທດອິນດູຈີນ. ທີ່ລາຍການ, ບັນດາການນຳແຂວງບິ່ງເຟືອກ ໄດ້ມອບຂອງຂວັນໃຫ້ຜູ້ແທນນັກສຶກສາລາວ ແລະກໍາປູເຈຍແຕ່ລະຄົນ.

ຄົ້ນຫາສີສັນວັດທະນະທຳ

ໃນການເດີນທາງນັບຫຼາຍຮ້ອຍກິໂລແມັດຈາກນະຄອນໂຮ່ຈີມິນ ເຖິງເມືອງຊາຍແດນບູ່ຢາເມິບ, ແຂວງບິ່ງເຟືອກ, ບັນດາຊາວໜຸ່ມຢູ່ທ້ອງຖິ່ນໄດ້ຈັດຕັ້ງລາຍການຊອກຮູ້ກ່ຽວກັບອາຊຽນ.

ບັນດາຄຳຖາມທີ່ໜ້າສົນໃຈພ້ອມກັບຮູບພາບທີ່ມີຊີວິດຊີວາ ແລະການອະທິບາຍດ້ວຍຊຸດອາພອນປະຈຳຊາດຂອງລາຍການໄດ້ຊ່ວຍໃຫ້ຊາວໜຸ່ມສາມປະເທດເຂົ້າໃຈກວ່າກ່ຽວກັບປະຫວັດສາດ ແລະວັດທະນະທຳຂອງປະເທດຕົນ ແລະປະເທດເພື່ອນມິດ, ຜ່ານນັ້ນມີຄວາມສະໜິດຕິດພັນຕື່ມອີກ.

leftcenterrightdel
ທ່ານ ເຈິ່ນກ໊ວກຢຸຍ ເລຂາຄະນະຊາວໜຸ່ມແຂວງບິ່ງເຟືອກ ແລະທ່ານ ບຸ່ຍກວ໊ກແຄງ ຮອງຫົວໜ້າພະແນກພົວພັນຕ່າງປະເທດແຂວງບິ່ງເຟືອກ ມອບຂອງຂວັນໃຫ້ນັກສຶກສາລາວ ແລະກໍາປູເຈຍ. ພາບ: ຖັ໋ງເຈິນ.

ຄຽງຂ້າງນັ້ນ, ບັນດາໄວໜຸ່ມໄດ້ມີໂອກາດຖ່າຍຮູບພາບທີ່ເປັນເອກະລັກສະເພາະນຳກັນ, ເຊິ່ງມີຊື່ວ່າ "ສີສັນຂອງສາມປະເທດອິນດູຈີນ" ທີ່ປ່າສະຫງວນແຫ່ງຊາດບູ່ຢາເມິບ, ເມືອງບູ່ຢາເມິບ ເພື່ອໂຄສະນາພາບພົດຊຸດອາພອນປະຈຳຊາດຂອງແຕ່ລະປະເທດ.

ນອກຈາກນັ້ນ, ໃນຂອບເຂດລາຍການພົບປະແລກປ່ຽນ, ໄວໜຸ່ມສາມປະເທດໄດ້ພ້ອມກັນຟ້ອນລຳທຳເພງພື້ນເມືອງຫວຽດນາມ - ລາວ - ກຳປູເຈຍ ຄື: ເຢິນຫວູ (ຟ້ອນລວມໝູ່) ແລະເຕັ້ນສາກ. ດ້ວຍຫຼາຍວິທີທີ່ແຕກຕ່າງກັນ, ໄວໜຸ່ມສາມປະເທດໄດ້ຜ່ານຜ່າສິ່ງກີດຂວາງດ້ານພາສາເພື່ອພ້ອມກັນພົບປະແລກປ່ຽນສິລະປະຢ່າງຟົດຟື້ນມ່ວນຊື່ນ.

ຮ່ວມແຮງຮ່ວມໃຈອະນຸລັກຮັກສາທຳມະຊາດ

"ໄວໜຸ່ມສາມປະເທດອິນດູຈີນຮ່ວມແຮງຮ່ວມໃຈອະນຸລັກຮັກສາທຳມະຊາດ, ສ້າງວິຖີຊີວິດສີຂຽວ ເພື່ອໂລກແຫ່ງຄວາມສວຍງາມ, ສົດໃສ" ໄດ້ຄັດເລືອກເປັນຫົວຂໍ້ຂອງລາຍການພົບປະແລກປ່ຽນຄັ້ງນີ້ແນໃສ່ສ້າງກາລະໂອກາດໃຫ້ຊາວໜຸ່ມສາມປະເທດພ້ອມກັນຊອກຮູ້ກ່ຽວກັບມູນເຊື້ອວັດທະນະທໍາຂອງແຕ່ລະປະເທດ, ເພີ່ມຄວາມຮັກແພງ ແລະອະນຸລັກຮັກສາທຳມະຊາດຕື່ມອີກ.

ຜ່ານນັ້ນ, ບັນດາຜູ້ແທນໄວໜຸ່ມໄດ້ພ້ອມກັນຮຽນຮູ້ບົດຮຽນເຂົ້າປ່າ, ເຂົ້າຮ່ວມການປ່ອຍງູເຫຼືອມເຂົ້າປ່າ, ໄປທັດສະນະສຶກສາຢູ່ປ່າສະຫງວນແຫ່ງຊາດບູ່ຢາເມິບ-ສະຖານທີ່ອະນຸລັກຮັກສາລະບົບສັດ ແລະພືດເປັນຢາ ແລະໄດ້ເຫັນຫຼາຍສິ່ງທີ່ຈັບອົກຈັບໃຈກ່ຽວກັບທຳມະຊາດ, ໄດ້ຊອກຮູ້ກ່ຽວກັບລະບົບຊີວະນາໆພັນຢູ່ທີ່ນີ້.

ສ້າງຄວາມສະໜິດຕິດພັນລະຫວ່າງ 3 ປະເທດ

ໃນຊຸມປີຜ່ານມາ, ການຮ່ວມມືລະຫວ່າງຊາວໜຸ່ມ 3 ປະເທດຫວຽດນາມ, ລາວ ແລະກຳປູເຈຍ ບັນລຸໄດ້ໝາກຜົນທີ່ດີງາມຫຼາຍຢ່າງຜ່ານການເຄື່ອນໄຫວຮ່ວມມືບໍາລຸງສ້າງພະນັກງານຊາວໜຸ່ມ; ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງຄະນະຊາວໜຸ່ມ, ສະຫະພັນຊາວໜຸ່ມຫວຽດນາມ...

leftcenterrightdel
ໄວໜຸ່ມສາມປະເທດຖ່າຍຮູບເປັນທີ່ລະນຶກ. ພາບ: ຖັ໋ງເຈິນ.

ທ່ານ ເຈິ່ນກ໊ວກຢຸຍ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບິ່ງເຟືອກ ໃຫ້ຮູ້ວ່າ, ບັນດາກິດຈະກໍາພົບປະແລກປ່ຽນຊາວໜຸ່ມ ແລະການຮ່ວມມືລະຫວ່າງ 3 ປະເທດ ເວົ້າລວມ ແລະລະຫວ່າງແຂວງບິ່ງເຟືອກ ກັບບັນດາແຂວງ, ນະຄອນຂອງລາວ ແລະກຳປູເຈຍ ເວົ້າສະເພາະ ໄດ້ຮັບການຈັດຕັ້ງໃນຫຼາຍປີຜ່ານມາ; ພິເສດແມ່ນກິດຈະກຳເຊື່ອມຕໍ່ນັກສຶກສາລາວ ແລະກຳປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ ກັບຊາວໜຸ່ມ, ນັກຮຽນ, ນັກສຶກສາແຂວງບິ່ງເຟືອກ.

ໃນຊຸມປີຜ່ານມາ, ແຂວງບິ່ງເຟືອກ, ໄດ້ຈັດຕັ້ງການປະຕິບັດຫຼາຍໂຄງການໜູນຊ່ວຍດ້ານການແພດ, ຕົ້ນໄມ້, ສັດລ້ຽງ ແລະໄຟຟ້າໃຫ້ບັນດາແຂວງຕິດກັບຊາຍແດນຂອງປະເທດເພື່ອນມິດ ຄື: ແຂວງ Kratie, Mondulkiri, Kompongcham (ກຳປູເຈຍ) ຫຼື ຈໍາປາສັກ, ສະຫວັນນະເຂດ (ລາວ); ຜ່ານນັ້ນຢັ້ງຢືນຄວາມສະໜິດຕິດພັນ, ນໍ້າໃຈຮັກແພງຊ່ວຍເຫຼືອກັນ, ສາຍພົວພັນຖານບ້ານໃກ້ເຮືອນຄຽງອັນສະໜິດສະໜົມລະຫວ່າງແຂວງບິ່ງເຟືອກ ແລະແຂວງອື່ນໆຂອງປະເທດເພື່ອນມິດ

ສິ້ນສຸດລາຍການ, ການນຳແຂວງພ້ອມກັບໄວໜຸ່ມສາມປະເທດໄດ້ຮ່ວມກັນເຂົ້າຮ່ວມງານລ້ຽງຢ່າງສະໜິດສະໜົມ, ຢືນຢັນຄວາມສະໜິດຕິດພັນ, ຄວາມສາມັກຄີ, ພ້ອມກັນຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນ, ການພົບປະແລກປ່ຽນວັດທະນະທຳ, ການແລກປ່ຽນດ້ານເສດຖະກິດ, ພ້ອມກັນພັດທະນາ, ພ້ອມກັນຮັກສາສາຍພົວພັນອັນດີງາມລະຫວ່າງສາມປະເທດອິນດູຈີນ.

ໂດຍ: ທະນາພອນ